ຫອຍຈູບ / River Snail
APA 6th ed. ຫອຍຈູບ / River Snail. (2023, June 23). Retrieved from https://www.phakhaolao.la/index.php/kb/0001179
MLA 8th ed. ຫອຍຈູບ / River Snail. Pha Khao Lao, 23 June 2023, https://www.phakhaolao.la/index.php/kb/0001179.
Chicago 17th ed. Pha Khao Lao. 2023. "ຫອຍຈູບ / River Snail." Published June 23, 2023. https://www.phakhaolao.la/index.php/kb/0001179.
Sinotaia ingallsiana abnormalis Habe, 1964
Vivipara martensiana var. costellata Kobelt, 1908
ຫອຍຈູບ ມີຄວາມສູງ 2-4 ຊັງຕີແມັດ, ເປັນຫອຍນ້ຳຈືດຂະໜາດນ້ອຍ, ມີເປືອກເປັນກຽວກົມ ກົ້ນແຫຼມ, ເປືອກໜາ ແລະ ແຂງ, ຜິວຊັ້ນນອກເປັນສີຂຽວແກ່, ຝາປິດເປືອກເປັນແຜ່ນມົນ, ຕີນໃຫຍ່, ຈະງອຍປາກເປັນສັນໜາ, ຕາມີສີດຳຢູ່ເຄີິ່ງກາງລະຫວ່າງກົກໜວດ, ຕົວຜູ້ມີໜວດຂ້າງຂວາໜາກວ່າໜວດເສັ້ນຂ້າງຊ້າຍ, ລັກສະນະພິເສດຂອງຫອຍຊະນິດນີ້ຈະມີອະໄວຍະວະເພດທັ້ງເພດຜູ້ ແລະ ເພດແມ່ຢູ່ໃນຕົວດຽວກັນ, ອອກລູກເປັນໂຕ ແລະ ປະສົມພັນໄດ້ດ້ວຍຕົວມັນເອງ, ຈະພົບເຫັນຫຼາຍໃນຊ່ວງເດືອນມັງກອນ-ເມສາ.
ຫອຍຈູບມັກຢູ່ໃນແຫຼ່ງນ້ຳນິ້ງເຊິ່ງບໍ່ເລິກປານໃດ, ຕາມບໍລິເວນມີພື້ນໜອງເປັນຕົມ ຫຼື ດິນປົນຊາຍ, ພົບທົ່ວໄປໃນນ້ຳຈືດ ແລະ ປາກແມ່ນ້ຳອອກສູ່ທະເລ ເຊັ່ນ: ໜອງ, ບຶງ ແລະ ທົ່ງນາ. ຫອຍຈູບຈະກິນພວກເທົາ, ແໜທີ່ເນົ່າເປື່ອຍ ຫຼື ສົດໆ, ໃບໄມ້ເນົ່າໃນນ້ຳ, ຊາກອິນຊີວັດຖຸ ຫຼື ຕົມຕາມພື້ນໜອງ.
ຫອຍຈູບພົບຫຼາຍໃນແຫ່ຼງນ້ຳທຳມະຊາດທີ່ສະອາດ ແລະ ປາສະຈາກສານເຄມີປົນເປື້ອນ. ຄົນລາວນິຍົມນຳມາປະກອບເປັນອາຫານໄດ້ຫຼາກຫຼາຍລາຍການ ເຊັ່ນ: ເອາະ, ແກງ, ຂົ້ວ, ອ່ອມຫອຍ ແລະ ກ້ອຍຫອຍ. ນອກຈາກນີ້ຍັງພົບເຫັນວາງຂາຍຕາມທ້ອງຕະຫຼາດ ເພື່ອສ້າງລາຍໄດ້ໃຫ້ແກ່ປະຊາຊົນ ແລະ ເປັນເສດຖະກິດຄອບຄົວອີກດ້ວຍ.