ກະຖີ່ນໜາມ / Giant sensitive tree
APA 6th ed. ກະຖີ່ນໜາມ / Giant sensitive tree. (2022, August 1). Retrieved from https://www.phakhaolao.la/index.php/kb/0001170
MLA 8th ed. ກະຖີ່ນໜາມ / Giant sensitive tree. Pha Khao Lao, 1 August 2022, https://www.phakhaolao.la/index.php/kb/0001170.
Chicago 17th ed. Pha Khao Lao. 2022. "ກະຖີ່ນໜາມ / Giant sensitive tree." Published August 1, 2022. https://www.phakhaolao.la/index.php/kb/0001170.
Mimosa brasiliensis Niederl.
Mimosa canescens Willd.
Mimosa ciliata Willd.
Mimosa hispida Willd.
Mimosa pigra var. pigra
Mimosa polyacantha Willd.
ໄທ: ໄມ້ຍະຣາບຕົ້ນ ແລະ ໄມ້ຍະຣາບຍັກ.
ຈັດເປັນໄມ້ຟຸ່ມ. ລຳຕົ້ນສູງປະມານ 4 ມ, ມີໜາມຢູ່ທົ່ວລຳຕົ້ນ ແລະ ລະຫວ່າງຮອຍຕໍຂອງໃບ ແລະ ໃບຍ່ອຍ, ມີຂົນແຂງຕາມກິ່ງ, ກ່າງກາງໃບ, ສີເທົາ ຫຼື ສີນ້ຳຕານ. ໃບປະສົມຂັ້ນສອງແບບຂົນນົກປາຍຄູ່, ອອກຮຽງສະຫຼັບ, ຍາວ 11-17 ຊມ. ກ້ານໃບລວມເປັນຫຼ່ຽມ, ຍາວ 0.8-2.8 ຊມ. ໃບປະສົມຍ່ອຍມີ 10-14 ໃບ, ອອກຮຽງກົງກັນຂ້າມ, ຍາວ 3.5-4.5 ຊມ. ໃບຍ່ອຍມີປະມານ 45 ຄູ່, ຮູບແຖບ ຫຼື ຮູບຂອບຂະໜານ, ຍາວ 0.5-0.9 ຊມ. ຊໍ່ດອກແບບກະຈຸກກົມ, ອອກເປັນຄູ່ຕາມງ່າມໃບ. ກ້ານຊໍ່ດອກຍາວປະມານ 2 ຊມ, ມີຂົນ. ດອກຍ່ອຍຈຳນວນຫຼາຍ, ສີບົວ, ບໍ່ມີກ້ານດອກ. ກາບດອກເຊື່ອມຕິດກັນເປັນຫຼອດ, ຍາວປະມານ 1 ມມ, ບາງ ແລະ ແຫ້ງ. ກີບດອກຮູບຮີ ຫຼື ຮູບໄຂ່, ຍາວປະມານ 3 ມມ, ມີຂົນໜາແໜ້ນ. ໝາກເປັນຝັກຍາວ, ມີຫຼາຍຝັກໃນຊໍ່ດຽວກັນ, ຮູບຂອບຂະໜານ, ຍາວປະມານ 6 ຊມ, ມີຂໍ້, ໝາກອ່ອນສີຂຽວ, ໝາກແຫ້ງແລ້ວແຕກ, ສີນ້ຳຕານ, ມີຂົນສາກຊາກະຈາຍຢ່າງໜາແໜ້ນ, ສີນ້ຳຕານ. ແກ່ນມີຈຳນວນຫຼາຍ, ຮູບແກ່ນຖົ່ວ, ແກ່ນແກ່ສີນ້ຳຕານ, ຜິວລຽບມັນ.
ສັບພະຄຸນ:
ຮາກ: ເປັນຢາຊູກຳລັງ, ຮັກສາອາການຖອກທ້ອງ, ຮັກສາໜອງໃນ ແລະ ແກ້ເລືອກເປັນພິດ, ເປັນຢາລະງັບອາລົມ ແລະ ສະຕິສຳລັບບາງຄົນ, ຫາກນຳມາຝົນທາຮັກສາຜິວໜັງທີ່ເປັນເຮື້ອນ.
ໃບ: ມີທາດ mimosine ເຊິ່ງເປັນຢາຂັບປັດສະວະ ແລະ ຊູກຳລັງ, ໃບເປັນຜົງນຳມາປະສົມກັບນ້ຳເພື່ອທາບັນເທົາອາການບວມ, ນຳມາທາທີ່ມືແລ້ວທາທີ່ເປືອກຕາເດັກນ້ອຍເພື່ອໃຫ້ເຂົານອນ ຫຼື ເມື່ອເດັກນ້ອຍມີອາລົມງຸດງິດ.
ໃບ ແລະ ລຳຕົ້ນ: ຕົ້ມອາບຮັກສາເຊື້ອຣາໃນເດັກນ້ອຍ ແລະ ແກ້ອາການຍ່ຽວໃສ່ບ່ອນໃນເດັກນ້ອຍ.
ແກ່ນ: ມີສັບພະຄຸນເປັນຢາຂັບປັດສະວະ, ຂັບເສມຫະ ແລະ ໃຊ້ຮັກສາແຂ້ວ.
ຄຸນປະໂຫຍດ:
ຮາກ: ພົບສານ tannin 10%.
ລຳຕົ້ນ: ສາມາດໃຊ້ເປັນຝືນໄດ້.
ປູກເປັນພືດປ້ອງກັນການຟັງທະລາຍ ແລະ ການກັດເຊາະຝັ່ງ.
ເມື່ອປູກໃນໜອງ ຫຼື ບຶງຈະຊ່ວຍກຳຈັດຂີ້ເຫຍື້ອທີ່ຈະເຂົ້າມາໃນໜອງ.
ໃຊ້ເປັນປຸ່ຍພືດສົດ ຫຼື ເປັນພືດຄຸມດິນ.
ດອກ: ເປັນເປັນແຫຼ່ງນ້ຳຫວານທີ່ດີສຳລັບເຜີ້ງ.