ຕົ້ນກ່າມ / Sacred barnar
APA 6th ed. ຕົ້ນກ່າມ / Sacred barnar. (2023, June 13). Retrieved from https://www.phakhaolao.la/index.php/kb/0001109
MLA 8th ed. ຕົ້ນກ່າມ / Sacred barnar. Pha Khao Lao, 13 June 2023, https://www.phakhaolao.la/index.php/kb/0001109.
Chicago 17th ed. Pha Khao Lao. 2023. "ຕົ້ນກ່າມ / Sacred barnar." Published June 13, 2023. https://www.phakhaolao.la/index.php/kb/0001109.
Capparis falcata Lour.
Crateva erythrocarpa Gagnep.
Crateva trifoliata B.S.Sun
Triclanthera falcata Raf.
Crateva falcata (Lam.) DC.
Crateva roxburghii var. erythrocarpa (Gagnep.) Gagnep.
Crateva trifoliata (Roxb.) B.S.Sun
Capparis trifoliata Roxb.
ອັງກິດ: Sacred barnar, Caper tree, Sacred garlic pear ແລະ Temple plant.
ຈີນ: 加库达树 ຫຼື 早期的.
ຈັດເປັນໄມ້ຢືນຕົ້ນຂະໜາດກາງ. ລຳຕົ້ນສູງ 6-10 ມ, ລຳຕົ້ນມີສີເທົາ ຫຼື ສີນ້ຳຕານປົນສີເທົາ, ເປືອກໜາ, ຜິວລຽບ, ເນື້ອໄມ້ລະອຽດ, ສີຂາວປົນເຫຼືອງ. ໃບປະສົມແບບຝາມື, ອອກວຽນສະຫຼັບ. ກ້ານໃບລວມຍາວ 7-9 ຊມ. ໃບຍ່ອຍມີ 3 ໃບ, ຮູບໄຂ່ ຫຼື ຮູບຮີ, ກ້ວາງ 4-6 ຊມ, ຍາວ 7.5-11 ຊມ, ໂຄນໃບແຫຼມ ຫຼື ຮຽວແຫຼມ, ຂອບລຽບ, ປາຍແຫຼມ ຫຼື ຮຽວແຫຼມ, ໃບຍ່ອຍຢູ່ດ້ານຂ້າງໂຄນໃບບ້ຽວ, ແຜ່ນໃບໜາຄ້າຍຄືໜັງ. ກ້ານໃບຍ່ອຍຍາວ 4-5 ມມ. ຊໍ່ດອກແບບກະຈະ, ອອກບໍລິເວນງ່າມໃບໃກ້ກັບປາຍຍອດ. ດອກຍ່ອຍມີ 5-10 ດອກ, ສີຂາວ, ມີກິ່ນຫອມ. ກ້ານດອກຍາວ 3-7 ຊມ. ກາບດອກມີ 5 ອັນ, ຮູບຮີ, ກ້ວາງ 2-3 ມມ, ຍາວ 4-5 ມມ, ເມື່ອແຫ້ງຈະປ່ຽນເປັນສີສົ້ມ. ກີບດອກມີ 5 ກີບ, ຮູບບ່ວງ ຫຼື ຮູບຮີ, ກ້ວາງ 0.8-1.5 ຊມ, ຍາວ 1.2-1.8 ຊມ, ບໍລິເວນໂຄນຈະເປັນເສັ້ນລັກສະນະຄ້າຍກ້ານ, ຍາວ 3-7 ມມ, ສີຂາວອົມຂຽວ, ເມື່ອແກ່ຈະປ່ຽນເປັນສີເຫຼືອງ ຫຼື ສີບົວອ່ອນ. ເກສອນເພດຜູ້ມີ 15-22 ອັນ, ກ້ານຊູຖົງລະອອງເກສອນຍາວປະມານ 4 ຊມ, ສີມ່ວງ. ເຕົ້າໄຂ່ມີ 1 ອັນ, ຮູບຮີ, ຍາວປະມານ 5 ຊມ. ໝາກຮູບກົມ ຫຼື ຮູບໄຂ່, ມີຂະໜາດເສັ້ນຜ່າສູນກາງ 2-3.5 ຊມ, ເປືອກມີຈຸດສີນ້ຳຕານອົມແດງ, ຜິວແຂງ ແລະ ຊາກຊາມື, ເມື່ອໝາກແກ່ຈະລຽບ ແລະ ເປັນສີນ້ຳຕານ. ກ້ານໝາກກ້ວາງ 2-4 ມມ, ຍາວ 5-13 ຊມ. ແກ່ນມີຈຳນວນຫຼາຍ.
ສັບພະຄຸນ:
- ຮາກ: ນຳມາແຊ່ນ້ຳດື່ມໃຊ້ເປັນເປັນຢາບຳລຸງທາດໃນຮ່າງກາຍ, ແກ້ກະໄສທີ່ເກີດຈາກລົມ ແລະ ໃຊ້ຂັບໜອງ.
- ເປືອກຕົ້ນ: ຊ່ວຍຄຸມທາດໃນຮ່າງກາຍ, ບຳລຸງທາດໄຟ, ໃຊ້ເປັນຢາລະງັບ ແລະ ບຳລຸງປະສາດ, ແກ້ອາການປຸ້ນທ້ອງປວດຮາກ, ແກ້ອາການສະເອິກ, ກະຕຸ້ນລຳໄສ້ເຮັດໃຫ້ຊ່ວຍໃນການຍ່ອຍອາຫານ, ໃຊ້ເປັນຢາລະບາຍ, ແກ້ອາການເຈັບທ້ອງ, ປ່ວນທ້ອງ, ຊ່ວຍຂັບປັດສະວະ, ແກ້ຫນິ້ວ, ຊ່ວຍຂັບນຳດີ, ຊ່ວຍຂັບນ້ຳຢ່າງເຫຼືອງ, ແກ້ອາການບວມ ແລະ ສາມາດຫຼຸດພິດງູໄດ້.
- ເນື້ອໄມ້: ຊ່ວຍບຳລຸງເລືອດໃນຮ່າງກາຍ, ແກ້ພະຍາດຫນິ້ວ, ຂັບຫນິ້ວ (ເນື້ອໄມ້ ແລະ ເປືອກ), ຮັກສາພະຍາດລິດຊີດວງທະວານໜັກ ແລະ ແກ້ລິດຊີດວງທະວານຈ່ອຍເຫຼືອງ.
- ໃບ: ຕົ້ມດື່ມຊ່ວຍບຳລຸງຫົວໃຈ, ຊ່ວຍຂັບເຫື່ອ, ແຊ່ ຫຼື ດອງກັບນ້ຳແກ້ລົມ, ຊ່ວຍຂັບລົມໃນລຳໄສ້, ເປັນຢາໃຊ້ພາຍນອກ, ຮັກສາພະຍາດຜິວໜັງ, ໃຊ້ທາຖູ ຫຼື ໜວດເພື່ອໃຫ້ເລືອດມາລ້ຽງສ່ວນນັ້ນ (ເປືອກ ແລະ ໃບ), ຊ່ວຍຂັບພະຍາດພິດ, ຂ້າພະຍາດພິດ, ນຳມາຕຳທາແກ້ຂີ້ກາກ, ນຳໄປລົນໄຟໃຫ້ຮ້ອນນຳມາໃຊ້ປິດຫູຊ່ວຍບັນເທົາອາການເຈັບຫູ, ເຈັບຫົວ ແລະ ພະຍາດບິດໄດ້.
- ດອກ: ຍອດ ແລະ ດອກນຳມາຮັບປະທານຈິ້ມກັບແຈ່ວຊ່ວຍຈະເລີນອາຫານ, ຊ່ວຍແກ້ໄຂ້ຕົວຮ້ອນ (ດອກ, ໃບ ແລະ ເປືອກ) ແລະ ແກ້ອາການເຈັບຄໍ.
- ໝາກ: ເປັນຢາແກ້ອາການທ້ອງຜູກໄດ້.
ພືດປະດັບ: ນິຍົມປູກເປັນໄມ້ປະດັບເນື່ອງຈາກເປັນໄມ້ເນື້ອອ່ອນ, ໃຫຍ່ໄວ, ໃບ ແລະ ດອກງາມ. ອີກຢ່າງຊາວບູຮານຖືວ່າເປັນໄມ້ປະດັບປູກເປັນສິລິມົງຄົນໃຫ້ກັບຜູ້ທີ່ຢູ່ອາໄສໃນບ້ານ.