ໄຂ່ມຸກເກດແກ້ວ
APA 6th ed. ໄຂ່ມຸກເກດແກ້ວ. (2021, January 14). Retrieved from https://www.phakhaolao.la/index.php/kb/0001003
MLA 8th ed. ໄຂ່ມຸກເກດແກ້ວ. Pha Khao Lao, 14 January 2021, https://www.phakhaolao.la/index.php/kb/0001003.
Chicago 17th ed. Pha Khao Lao. 2021. "ໄຂ່ມຸກເກດແກ້ວ." Published January 14, 2021. https://www.phakhaolao.la/index.php/kb/0001003.
Coptosapelta tomentosa Valeton ex K.Heyne
ຊື່ຫວຽດນາມ:Dây vàng hoan, Dây cổ rùa, Dây họng trâu, Rễ khai.
ລຳຕົ້ນເປັນລຳເຄືອ, ເນື້ອໄມ້ແຂງ, ຍາວໄດ້ປະມານ 20 ມ, ມີຂົນສັ້ນນຸ້ມຕາມກິ່ງອ່ອນ, ກ້ານໃບ, ຊໍ່ດອກ, ກ້ານດອກ ແລະ ກາບດອກ (ຫຼື ກ້ຽງ). ໃບດ່ຽວ, ອອກຮຽງກົງກັນຂ້າມສອງແຜ່ນພຽງສະຫຼັບຕັ້ງສາກ, ຮູບຮີ, ຍາວ 7.5-12.5 ຊມ, ໂຄນໃບບ້ຽວ ຫຼື ແຫຼມ, ຂອບລຽບ, ປາຍຮຽວແຫຼມ. ກ້ານໃບຍາວ 2 ຊມ. ຫູໃບຮູບສາມຫຼ່ຽມແຄບ, ຍາວ 3-6 ມມ. ຊໍ່ດອກແບບກະຈຸກແຕກແໜ່ງ. ດອກຍ່ອຍຮູບແກ, ມີຈຳນວນຫຼາຍ, ມີກິ່ນຫອມ. ກາບດອກມີ 5 ກາບ, ຮູບສາມຫຼ່ຽມ ຫຼື ມົນ, ຂະໜາດນ້ອຍ, ຕິດທົນ, ສີຂຽວອ່ອນອົມຂາວ. ກີບດອກເຊື່ອມຕິດກັນເປັນຫຼອດສັ້ນ, ປາຍແຍກເປັນ 5 ກີບ, ຮູບຫອກ ຫຼື ຮູບແຖບ, ເວລາບານເຕັມທີຍາວ 0.7-1 ຊມ, ສີຂາວ. ເກສອນເພດຜູ້ມີ 5 ອັນ, ຕິດປາກຫຼອດກີບດອກ, ກ້ານຊູຖົງລະອອງສັ້ນ, ຖົງລະອອງຮູບເສັ້ນດ້າຍ, ຍາວເທົ່າໆກັບກາບດອກ. ເຕົ້າໄຂ່ມີ 2 ຫ້ອງ, ມີເມັດໄຂ່ຈຳນວນຫຼາຍ, ຄໍເຕົ້າໄຂ່ສັ້ນ, ປາຍຮວງຮັບຮູບກະບອກຍືນກາຍຫຼອດກີບດອກ, ຍາວ 7-9 ມມ, ປາຍແຍກອອກເປັນ 2 ແສກ. ແກ່ນຮູບແປ, ມີຂົນຮອບ.
ສັບພະຄຸນ: ນ້ຳສະກັດຈາກຮາກເປັນຢາຖ່າຍພະຍາດພິດໃນເດັກ, ແກ້ຕັບອັກເສບ ແລະ ແກ້ໄຂ້.
ນ້ຳມັນຫອມ: ນ້ຳສະກັດຈາກຮາກ ແລະ ຕົ້ນໃຊ້ເປັນນ້ຳມັນຫອມທາກັນຍຸງ ຫຼື ທາກັນແມງໄມ້ກັດ.