ຕົ້ນພອກ / Annamese burada
APA 6th ed. ຕົ້ນພອກ / Annamese burada. (2021, January 13). Retrieved from https://www.phakhaolao.la/index.php/kb/0000997
MLA 8th ed. ຕົ້ນພອກ / Annamese burada. Pha Khao Lao, 13 January 2021, https://www.phakhaolao.la/index.php/kb/0000997.
Chicago 17th ed. Pha Khao Lao. 2021. "ຕົ້ນພອກ / Annamese burada." Published January 13, 2021. https://www.phakhaolao.la/index.php/kb/0000997.
ຊື່ຈີນ: 植物三昧
ເປັນໄມ້ຢືນຕົ້ນ. ລຳຕົ້ນສູງປະມານ 30 ມ, ລຳຕົ້ນພາກສ່ວນແກ່ແຕກເປັນຮ່ອງເລິກ, ສີເທົາ ຫຼື ສີນ້ຳຕານ. ໃບດ່ຽວ, ອອກວຽນສະຫຼັບ, ຮູບຮີ ຫຼື ຮູບໄຂ່, ຍາວ 6-15 ຊມ, ໂຄນໃບມົນ ຫຼື ຮູບຫຼິ່ມ, ຂອບລຽບ, ປາຍມົນ ຫຼື ແຫຼມ, ຜິວໃບດ້ານເທິງສີຂຽວເຂັ້ມ, ກ້ຽງ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຂົນກະຈາຍຢ່າງໜາແໜ້ນ. ກ້ານໃບຍາວ 0.8-1 ມມ. ຫູໃບຮູບຫອກ, ຍາວປະມານ 1 ຊມ, ຫຼົ່ນງ່າຍ, ສີນ້ຳຕານ. ຊໍ່ດອກແບບແຕກແໜງ, ອອກຕາມປາຍກິ່ງ ຫຼື ປາຍຍອດ. ດອກຍ່ອຍມີຈຳນວນຫຼາຍ. ກາບດອກເຊື່ອມຕິດກັນເປັນຫຼອດ, ຍາວ 2-2.5 ມມ, ປາຍແຍກອອກເປັນ 5 ແສກ, ຮູບສາມຫຼ່ຽມ, ຍາວປະມານ 1.5 ມມ, ຂະໜາດບໍ່ເທົ່າກັນ, ສີຂຽວ. ກີບດອກມີຂະໜາດເທົ່າກັນ, ຜິວກ້ຽງ, ສີຂາວ. ເກສອນເພດຜູ້ທີ່ສົມບູນມີ 8-10 ອັນ, ຍາວບໍ່ເທົ່າກັນ. ເຕົ້າໄຂ່ຕິດກັບຫຼອດກີບລ້ຽງ, ມີ 2 ຫ້ອງ, ແຕ່ລະຫ້ອງມີ 1 ເມັດໄຂ່, ຄໍເຕົ້າໄຂ່ຍາວເທົ່າໆກັບເກສອນເພດຜູ້, ມີຂົນກະຈາຍຢ່າງໜາແໜ້ນ. ໝາກຮູບຮີ ຫຼື ຮູບກົມ, ຍາວ 3-4 ຊມ, ມີເກັດສີເທົາ ຫຼື ສີນ້ຳຕານຢ່າງໜາແໜ້ນ.
ອາຫານ: ໝາກສຸກ ແລະ ແກ່ນກິນໄດ້.
ສັບພະຄຸນ: ເປືອກຕົ້ນ ໃຊ້ເປັນຢາພອກແກ້ອາການຊ້ຳໃນ, ແກ້ອາການເຈັບບວມ ຫຼື ນຳໄປຕົ້ມຮົມຄວັນອາຍແກ້ອາການຟົກຊ້ຳ. ແກ່ນ: ໃຊ້ປະສົມກັບສະໝູນໄພຊະນິດອື່ນຕົ້ມດື່ມເປັນຢາແກ້ຫືດ, ຕົ້ມກັບນ້ຳດື່ມ ຫຼື ອາບແກ້ອາການເຈັບປາດົງ, ແກ້ຜື່ນຄັນ, ແກ້ອາການເຈັບຮ້ອນ ແລະ ມີນ້ຳຢາງເຫຼືອງໄຫຼຊຶມ.
ນ້ຳມັນຫອມ: ແກ່ນ ນຳມາສະກັດເປັນນ້ຳມຶກພິມ, ໃຊ້ເຄືອບບັດ ແລະ ສະກັດເປັນນ້ຳມັນຫຼໍ່ລື່ນ, ເປັນນ້ຳຢາທຳຄວາມສະອາດໃຫ້ເປັນເງົາງາມ ແລະ ໃຊ້ເຄືອບເຈ້ຍກັ່ນນ້ຳ.
ສິນຄ້າ: ເນື້ອໄມ້ມີສີເຫຼືອງອ່ອນເນື້ອຄ່ອນຂ້າງລະອຽດຈຶ່ງຖືກນຳໃຊ້ເຮັດກະດານ, ຝາເພື່ອເປັນສິນຄ້າ
- ປັດຈຸບັນເປັນໄມ້ຫວງຫ້າມ ເນື່ອງຈາກເປັນໄມ້ທີ່ຫາຍາກ ແລະ ຂາດແຄນ.