ພຸດແຫຼມ / Narrowly Leave Kopsia
APA 6th ed. ພຸດແຫຼມ / Narrowly Leave Kopsia. (2021, January 13). Retrieved from https://www.phakhaolao.la/index.php/kb/0000970
MLA 8th ed. ພຸດແຫຼມ / Narrowly Leave Kopsia. Pha Khao Lao, 13 January 2021, https://www.phakhaolao.la/index.php/kb/0000970.
Chicago 17th ed. Pha Khao Lao. 2021. "ພຸດແຫຼມ / Narrowly Leave Kopsia." Published January 13, 2021. https://www.phakhaolao.la/index.php/kb/0000970.
ເປັນໄມ້ຟຸ່ມ. ລຳຕົ້ນສູງ 3-5 ມ. ໃບດ່ຽວ, ອອກຮຽງກົງກັນຂ້າມສອງແຜ່ນພຽງສະຫຼັບຕັ້ງສາກ, ຮູບຂອບຂະໜານ ຫຼື ຮູບໃບຫອກ, ກ້ວາງ 2-6 ຊມ, ຍາວ 3-15 ຊມ, ໂຄນໃບແຫຼມ ຫຼື ຮຽວແຫຼມ, ຂອບລຽບ, ປາຍຮຽວແຫຼມ ຫຼື ຍາວເປັນຫາງ, ແຜ່ນໃບໜາຄ້າຍຄືໜັງ. ກ້ານໃບຍາວ 1-7 ມມ. ຊໍ່ດອກແບບກະຈະແໜ້ນ, ຍາວ 2.5-15 ຊມ. ດອກຍ່ອຍຮຽງຕົວແໜ້ນ, ກ້ານດອກຍາວ 1-2 ມມ. ກາບດອກມີ 5 ກາບ, ຂອບຂະໜານ ຫຼື ຮູບຫອກ, ປາຍແຫຼມ, ຍາວ 1.3-2.5 ຊມ. ກີບດອກເຊື່ອມຕິດກັນເປັນຫຼອດ, ຍາວ 1-2.3 ຊມ, ປາຍແຍກເປັນ 5 ແສກ, ຮູບຫອກ, ຍາວ 0.7-1.5 ຊມ. ເກສອນເພດຜູ້ຕິດກາງຫຼອດກີບດອກ, ຖົງລະອອງຈັບປາຍ, ຮູບໄຂ່, ຍາວ 1-2 ມມ, ຖານດອກຍາວປະມານ 1 ມມ. ເຕົ້າໄຂ່ມີຂົນຢູ່ປາຍ, ຄໍເຕົ້າໄຂ່ຍາວ, 1-1.3 ຊມ, ປາຍແຍກເປັນສອງແສກ. ໝາກກຸ່ມ, ອອກເປັນຄູ່, ຮູບກຽວ, ຍາວ 1-2 ຊມ, ມີຂົນອ່ອນນຸ້ມ. ໝາກແຫ້ງແລ້ວແຕກ.
ສັບພະຄຸນ: ຮາກ ແລະ ເປືອກມີສັບພະຄຸນຊ່ວຍຮັກສາອາການຖອກທ້ອງ.
ພືດປະດັບ: ຖືກນິຍົມປູກເປັນພືດປະດັບ.