ເຫັດຕາບໄກ່ນ້ອຍ / Small Chicks Termite Mushroom
APA 6th ed. ເຫັດຕາບໄກ່ນ້ອຍ / Small Chicks Termite Mushroom. (2021, June 28). Retrieved from https://www.phakhaolao.la/index.php/kb/0000774
MLA 8th ed. ເຫັດຕາບໄກ່ນ້ອຍ / Small Chicks Termite Mushroom. Pha Khao Lao, 28 June 2021, https://www.phakhaolao.la/index.php/kb/0000774.
Chicago 17th ed. Pha Khao Lao. 2021. "ເຫັດຕາບໄກ່ນ້ອຍ / Small Chicks Termite Mushroom." Published June 28, 2021. https://www.phakhaolao.la/index.php/kb/0000774.
Collybia microcarpa (Berk. & Broome) Höhn.
Entoloma microcarpum (Berk. & Broome) Sacc.
Gymnopus microcarpus (Berk. & Broome) Overeem
Mycena microcarpa (Berk. & Broome) Pat.
Podabrella microcarpa (Berk. & Broome) Singer
Podabrella microcarpa var. major Sathe & J.T. Daniel
Termitomyces microcarpus (Berk. & Broome) R. Heim
Termitomyces microcarpus f. elongatus R. Heim
Termitomyces microcarpus f. santalensis R. Heim
ດອກເຫັດເສັ້ນຜ່ານສູນກາງ 5-25 ມີນລີແມັດ. ດອກອ່ອນເປັນຮູບໄຂ່ ຫຼື ຮູບກຸບ, ແລ້ວບານເປັນແຜ່ນແຜ່ອອກເມື່ອແມ່, ມີປຸ່ມນູນເລັກນ້ອຍກາງໝວກ, ຜິວລຽບ, ເປັນມັນເຫຼື້ອມ, ຂອບແຕກເປັນແສກຕື່ນ, ສີຂາວ ຫຼື ສີຄຣິມ. ກີບຕິດກ້ານ ຫຼື ເກືອບຕິດກັນ, ກວ້າງ ແລະ ລຽນຖື່ກັນ, ສີຂາວ. ກ້ານດອກຍາວ 20-40 ມີນລິແມັດ, ເສັ້ນຜ່າສູນກາງ 2-3 ມີນລີແມັດ, ຊົງກະບອກ, ຜິວລຽບ, ສີຂາວ, ບາງທີມີຂົນບາງໆ, ບໍ່ມີຮາກທຽມ. ເນື້ອບາງຂາວ. ສະປໍມີຂະໜາດ 6-8 x 3-4 ໄມໂຄແມັດ. ຮູບໄຂ່ ຫຼື ຮູບຮີ, ລຽບ. ເປືອກໜາເລັກນ້ອຍ, ສີບົວອ່ອນ.
ເປັນເຫັດທີ່ເກີດຕາມດິນໃກ້ຈອມປວກໃນປ່າເກືອບທຸກປະເພດ ແລະ ບ່ອນທີ່ໂລ່ງແຈ້ງ.
ເປັນເຫັດທີ່ມີຂະໜາດນ້ອຍ ແຕ່ມີລົດຊາດແຊບຄືກັບເຫັດປວກຊະນິດຕ່າງໆທີ່ມີດອກໃຫຍ່ກວ່ານີ້. ນິຍົມເກັບນຳມາເຮັດໝົກ, ແກງ, ຂົ້ວ ແລະ ຕໍ່າແຈ່ວ. ບາງຄັ້ງພົບຕາມຕະຫຼາດທ້ອງຖີ່ນໃນຊ່ວງລະດູການ.