ດອກໄໝ / Shoe Flower
APA 6th ed. ດອກໄໝ / Shoe Flower. (2019, November 4). Retrieved from https://www.phakhaolao.la/index.php/kb/0000742
MLA 8th ed. ດອກໄໝ / Shoe Flower. Pha Khao Lao, 4 November 2019, https://www.phakhaolao.la/index.php/kb/0000742.
Chicago 17th ed. Pha Khao Lao. 2019. "ດອກໄໝ / Shoe Flower." Published November 4, 2019. https://www.phakhaolao.la/index.php/kb/0000742.
Hibiscus festalis Salisb.
Hibiscus rosa-sinensis var. rosa-sinensis
Hibiscus storckii Seem.
Thai: ຊະບາ
Eng: Shoe flower, Hibiscus, Chinese rose
ຕົ້ນດອກໄໝຈັດເປັນພັນໄມ້ຟຸ່ມຂະໜາດກາງ, ມີຄວາມສູງ 2-5 ມ, ເປັນໄມ້ເນື້ອອ່ອນ ແລະ ມີເປືອກທີ່ໜຽວຫຼາຍ. ໃບເປັນໃບດ່ຽວອອກສະລັບກັນ, ລັກສະນະໃບເປັນຮູບຫົວໃຈຮີ, ຂອບໃບຈັກເປັນແຂ້ວເລື່ອຍ, ໃບເປັນສີຂຽວເຂັ້ມ, ກວ້າງ 5-7 ຊມ ແລະ ຍາວ 6 ຊມ, ເມື່ດເດັດໃບຈະມີເມືອກໜຽວໆຢູ່ຮອຍເດັດ. ອອກດອກເປັນດອກດ່ຽວຢູ່ລະຫວ່າງໃບ ຫຼື ຕາມງ່າມໃບ, ກີບດອກຈະມີ 5 ກີບເປັນຮູບໄຂ່ກັບ, ດອກຈະມີຂະໜາດໃຫຍ່ ແລະ ມີຫຼາຍສີເຊັ່ນ: ສີຂາວ, ແດງ, ເຫຼືອງ, ບົວ ແລະ ອື່ນໆ. ຂະຫຍາຍພັນດ້ວຍການປັກຊໍາກິ່ງ, ການຕິດຕາ...
ປະໂຫຍດ ແລະ ສັບພະຄຸນ:
- ປູກເປັນໄມ້ປະດັບເພາະເປັນດອກໄມ້ທີ່ມີຄວາມສວຍງາມແລ້ວຍັງປູກງ່າຍ.
- ເປືອກຕົ້ນສາມາດນໍາໄປເຮັດເຊືອກໄດ້.
- ດອກສາມາດນໍາໄປໃຊ້ເຮັດເປັນສີຍ້ອມຜ້າໄດ້ໂດຍຈະໃຫ້ສີດໍາ.
- ຮາກ ມີລົດເຝື່ອນ ນໍາໄປຕົ້ມນໍ້າດື່ມຊ່ວຍໃນການຂັບຍ່ອຍ, ຊ່ວຍໃຫ້ຈະເລີນອາຫານ, ນໍາໄປຕໍາແລ້ວມາຟອກຊ່ວຍຮັກສາຝີ.
- ໃບ ມີລົດເຝື່ອນເປັນຢາລະບາຍ.
- ດອກ ມີລົດຫວານເຢັນ ນໍາມາຕໍາຟອກ ຫຼື ທາບໍາລຸງເສັ້ນຜົມ, ບໍາລຸງນໍ້ານົມ.
ວິທີ ແລະ ປະລິມານທີ່ໃຊ້ເຮັດຢາ:
- ຮັກສາຝີ ແລະ ອາການຊໍ້າບວມ ໂດຍໃຊ້ຮາກສົດ 1 ກໍາມື ຫຼື ປະມານ 30 ກຼາມ ນໍາມາຕໍາໃຫ້ລະອຽດແລ້ວຟອກບໍລິເວນບ່ອນເປັນ, ແຕ່ຖ້ານໍາມາຕົ້ມກັບນໍ້າ 2 ຈອກແລ້ວດື່ມຈະຊ່ວຍຂັບນໍ້າຍ່ອຍ, ເປັນຢາຊ່ວຍໃຫ້ຈະເລີນອາຫານ.
- ລົດອາການໄຂ້ ແລະ ເຮັດໃຫ້ຜິວໜັງຊຸ່ມຊື້ນ ໂດຍໃຊ້ດອກສົດ 30 ກຼາມ ຫຼື ຖ້າເປັນດອກແຫ້ງໃຊ້ພຽງ 10 ກຼາມ ນໍາມາຊົງກັບນໍາຮ້ອນດື່ມ, ນອກຈາກນີ້ດອກແດງຍັງນໍາໄປປະກອບເປັນອາຫານເຮັດແກງລຽງເພື່ອບໍາລຸງນໍ້ານົມ.