ແມງອີໜ້ຽວ / Common skimmer
APA 6th ed. ແມງອີໜ້ຽວ / Common skimmer. (2022, August 1). Retrieved from https://www.phakhaolao.la/index.php/kb/0000733
MLA 8th ed. ແມງອີໜ້ຽວ / Common skimmer. Pha Khao Lao, 1 August 2022, https://www.phakhaolao.la/index.php/kb/0000733.
Chicago 17th ed. Pha Khao Lao. 2022. "ແມງອີໜ້ຽວ / Common skimmer." Published August 1, 2022. https://www.phakhaolao.la/index.php/kb/0000733.
Thai: แมงระงำ แมงเหนี่ยว
ແມງອີໜ້ຽວເປັນໄລຍະໂຕອ່ອນຂອງແມງກະບີ້ ຫຼື ແມງປໍ. ລັກສະນະຂອງລຳໂຕມີສ່ວນທ້ອງທີ່ກວ້າງກວ່າສ່ວນຫົວ, ຕາມີຂະນາດນ້ອຍ, ຫາຍໃຈໂດຍໃຊ້ອະໄວຍະວະພິເສດທີ່ຢູ່ໃນຊ່ອງທ້ອງເວລາຫາຍໃຈຈະດູດນ້ຳເຊິ່ງມີອອກຊີເຈນຢູ່ດ້ວຍເຂົ້າໄປທາງປາຍທ້ອງ, ຈາກນັ້ນກັ່ນນ້ຳອອກ, ການກັ່ນນ້ຳອອກມີສ່ວນຊ່ວຍໃນການເຄື່ອນທີ່ໄດ້ໄວ. ຂະໜາດຂອງລຳໂຕປະມານ 1.5 ຊມ, ມີສີນ້ຳ ແລະ ມີຈຸດສີນ້ຳຕານເຂັ້ມ ຫຼື ສີດຳກະຈາຍທົ່ວໂຕ, ມີຂາທັ້ງໜົດ 3 ຄູ່ ແລະ ຍາວຍື່ນອອກມາ, ແຕ່ລະຂາມີ 3 ປ້ອງ, ມີໜວດ 1 ຄູ່, ການກີນອາຫານຈະໃຊ້ຮິມປາກດ້ານລຸ່ມ ເຊິ່ງມີອະໄວຍະວະຍືດຫົດໄດ້. ໃນສະພາບປົກກະຕິຖ້າບໍ່ໄດ້ໃຊ້ງານມັນຈະຫົດຢູ່ດ້ານລຸ່ມຂອງປາກ, ເມື່ອຕ້ອງການຈັບເຫຍື່ອມັນຈະຍື່ນອອກມາ ແລະ ຈັບເຫຍື່ອຢ່າງວ່ອງໄວ.
ແຫຼ່ງທີ່ຢູ່ອາໄສ: ໄລຍະໄຂ່ ແລະ ໄລຍະເປັນໂຕອ່ອນຈະອາໄສຢູ່ໃນນ້ຳຕະຫຼອດ, ສາມາດພົບເຫັນແມງອີໜ້ຽວຕາມແຫຼ່ງນ້ຳນິ້ງ ຫຼື ນ້ຳຫຼາກທີ່ມີພວກພືດນ້ຳ ຫຼື ຫຍ້າ.
ວິທີການຊອກຫາ: ໃນບໍລິເວນນ້ຳຕື່ນ ນິຍົມໃຊ້ສະຫວິງ, ຖ້າພື້ນທີ່ກວ້າງກໍ່ນິຍົມໃຊ້ຜາດ່າງຂຽວກວດເອົາ ແລະ ໄດ້ຈຳນວນຫຼາຍ.
ປຸງແຕ່ງເປັນອາຫານ: ນິຍົມເອົາໝົກ, ເອາະ ຫຼື ແກງປະສົມກັບແມງໄມ້ນ້ຳຊະນິດອື່ນໆ ແລະ ຮວກຊະນິດຕ່າງໆ.