ແມງຊ້າງ / Green Weevil
APA 6th ed. ແມງຊ້າງ / Green Weevil. (2019, December 5). Retrieved from https://www.phakhaolao.la/index.php/kb/0000727
MLA 8th ed. ແມງຊ້າງ / Green Weevil. Pha Khao Lao, 5 December 2019, https://www.phakhaolao.la/index.php/kb/0000727.
Chicago 17th ed. Pha Khao Lao. 2019. "ແມງຊ້າງ / Green Weevil." Published December 5, 2019. https://www.phakhaolao.la/index.php/kb/0000727.
ເປັນແມງໄມ້ປີກແຂງທີ່ສວຍງາມ, ເປັນສີເຫຼືອງ, ສີຂຽວ ແລະ ສີເທົາ, ມີລັກສະນະຄ້າຍຝຸ່ນທົ່ວໂຕ. ປີກໃນເປັນສີດຳ. ສ່ວນຫົວຍື່ນຍາວອອກຈາກລຳໂຕ. ລຳໂຕຍາວ 1.2 ຊມ. ລຳໂຕມີສີປ່ຽນແປງຕາມສະພາບແວດລ້ອມ. ປາກມີລັກສະນະເປັນງວງຍາວແບບກັດກິນ, ມີໜວດແບບຫັກສອກ, ໂດຍໂຄນຈະໃຫຍ່ ຢູ່ໃກ້ກັບມູມປາກ. ຕາປະສົມມີໜື່ງຄູ່. ຂາ 3 ຄູ່ ເປັນແບບຂາຍ່າງ. ໂຕເຕັມໄວມັກຢູ່ລວມກັນເປັນກຸ່ມ ເປັນແມງໄມ້ເຄື່ອນໄຫວຊ້າ, ເມື່ອຖືກລົບກວນຈະຕົກລົງພື້ນດິນ, ໂດຍຫົດຂາ ແລະ ໜວດເຂົ້າ ຈະບໍ່ມີການເໜັງຕິງ. ສ່ວນຫຼາຍມັກພົບເກາະກັນເປັນຄູ່ເພື່ອປະສົມພັນ ແລະ ຫາອາຫານຢູ່ຕາມຕົ້ນໄມ້ເຊັ່ນ: ຕົ້ນມ່ວງ, ລຳໄຍ, ຕົ້ນໝາກເງາະ, ຕົ້ນໝາກກ້ຽງ, ຕົ້ນສາມສາ, ຕົ້ນຄູນ, ຕົ້ນກະເລົາ, ຕົ້ນໄມ້ສັກ, ຕົ້ນຊາດ, ຕົ້ນທ້ອນ, ໄມ້ດູ່ ແລະ ອື່ນໆ.
ໃນເດືອນທັນວາ-ມີນາ, ເປັນໄລຍະທີ່ແມງຊ້າງປະສົມພັນ ແລະ ວາງໄຂ່, ວາງໄຂ່ໃນດິນ, ໂຕແມ່ໜື່ງໂຕສາມາດວາງໄຂ່ໄດ້ 40-131 ໜ່ວຍ, ໂດຍອອກໄຂ່ວັນລະປະມານ 5-10 ຄັ້ງ, ແຕ່ລະຄັ້ງຫ່າງກັນ 3-4 ວັນ, ຈຳນວນໄຂ່ທີ່ອອກແຕ່ລະຄັ້ງ 3-27 ໜ່ວຍ, ໄຂ່ຈະແຕກພາຍໃນ 7-8 ວັນ ເປັນໂຕໜອນກັດກິນຮາກພືດໃນດິນ, ໜອນຈະລອກຄາບ 4-5 ຄັ້ງ. ໄລຍະທີ່ເປັນໜອນ 22-23 ວັນ. ຈາກນັ້ນຈະເຂົ້າດັກແດ້ໃນດິນ, ໄລຍະເປັນໂຕດັກແດ້ 10-15 ວັນ. ໂຕຜູ້ມີຂະໜາດນ້ອຍກວ່າໂຕແມ່. ອາຍຸໂຕເຕັມໄວ, ໂຕຜູ້ອາຍຸຍາວ 8 ເດືອນ, ໂຕແມ່ອາຍຸຍາວ 12 ເດືອນ.