ປາເສືອ / Mekong tiger perch
APA 6th ed. ປາເສືອ / Mekong tiger perch. (2019, October 1). Retrieved from https://www.phakhaolao.la/index.php/kb/0000697
MLA 8th ed. ປາເສືອ / Mekong tiger perch. Pha Khao Lao, 1 October 2019, https://www.phakhaolao.la/index.php/kb/0000697.
Chicago 17th ed. Pha Khao Lao. 2019. "ປາເສືອ / Mekong tiger perch." Published October 1, 2019. https://www.phakhaolao.la/index.php/kb/0000697.
Thai: เสือตอ เสือตอลายเล็ก
ຮູບຮ່າງລັກສະນະ ລຳຕົວຍາວຮີ ແລະ ມີລັກສະນະແປທາງດ້ານຂ້າງ, ສ່ວນຫົວມີຂະໜາດໃຫຍ່, ປາກກວ້າງຍື່ນອອກ, ຮຽວແຫຼມໄປທາງດ້ານໜ້າ, ຖານຂອງຄີຫຼັງຍາວ ແລະ ແບ່ງອອກເປັນ 2 ອັນ, ອັນໜ້າເປັນຄີທີ່ມີງ່ຽງແຂງ, ອັນທ້າຍເປັນຄີທີ່ມີງ່ຽງອ່ອນ, ຄີຫາງມີລັກສະນະໂຄ້ງມົນ, ລຳຕົວມີສີເຫຼືອງອົມສີນ້ຳຕານ ຫຼື ສີນ້ຳຕານອ່ອນ, ມີລາຍແຖບສີດຳພາດຈາກດ້ານເທີງລົງດ້ານລຸ່ມຕາມລວງຂວາງຂອງລຳຕົວ, ຈຳນວນ 5 ແຖບ, ຄີມີສີນ້ຳຕານ ຫຼື ສີເທົາ. ລຳຕົວຍາວ 12-30 ຊັງຕິແມັດ.