ປາສະລິດ / Snakeskin gourami
APA 6th ed. ປາສະລິດ / Snakeskin gourami. (2019, September 30). Retrieved from https://www.phakhaolao.la/index.php/kb/0000694
MLA 8th ed. ປາສະລິດ / Snakeskin gourami. Pha Khao Lao, 30 September 2019, https://www.phakhaolao.la/index.php/kb/0000694.
Chicago 17th ed. Pha Khao Lao. 2019. "ປາສະລິດ / Snakeskin gourami." Published September 30, 2019. https://www.phakhaolao.la/index.php/kb/0000694.
Trichopodus cantoris (Günther, 1861)
Trichogaster pectoralis Regan, 1910
Cambodian: ត្រី កន្ធ
Viet: Cá sặc rằn
ຮູບຮ່າງລັກສະນະ ລຳຕົວຮູບຮ່າງກົມຮີ ແລະ ມີລັກສະນະແປທາງດ້ານຂ້າງ, ສ່ວນປາກມີຂະໜາດນ້ອຍ, ຄີເອິກມີຂະໜາດໃຫຍ່, ຄີທ້ອງມີລັກສະນະເປັນເສັ້ນຍາວ, ຄີຫຼັງຢູ່ຄ່ອນໄປດ້ານທ້າຍຂອງລຳຕົວ, ບໍລິເວັນປາຍຄີຫຼັງຂອງປາເພດຜູ້ມີລັກສະນະຍື່ນຍາວ, ຄີຫາງມີລັກສະນະວ້ຳຕື່ນ ແລະ ປາຍມົນ, ລຳຕົວມີສີນ້ຳຕານເທົາ ຫຼື ສີຂຽວ, ມີແຖບສີດຳເຂັ້ມພາດຕາມລວງຍາວບໍລິເວນລຳຕົວ ແລະ ມີແຖບສີຈາພາດດ້ານຂວາງຂອງລຳຕົວ. ຄີມີສີນ້ຳຕານ ຫຼື ສີເທົາເຂັ້ມ. ລຳຕົວຍາວ 15-20 ຊັງຕິແມັດ.
ປາຊະນິດເປັນປາທີ່ມັກພົບຢູ່ຕາມຫ້ວຍຮອງຄອງບືງທົ່ວໄປ, ໂດຍສະເພາະແມ່ນອ່າງນ້ຳນີ່ງ, ໃນການປະສົມພັນແມ່ນເລີ່ມຂື້ນໃນລະຫວ່າງເດືອນເມສາ-ສີງຫາ ໂດຍການວາງໄຂ່ໂດຍການກໍ່ຟອດເປັນຮັງຕາມຜິວນ້ຳຕິດກັບພືດນ້ຳ ຫຼື ວັດສະດຸຕ່າງໆ, ມັກວາງໄຂ່ໃນຊ່ວງກາງວັນທີ່ມີແດດອ່ອນໆ, ຫຼັງວ່າງໄຂ່ສຳເລັດແລ້ວຕົວຜູ້ຈະເປັນຜູ້ດູແລໄຂ່ຈົນຟັກເປັນຕົວ, ໂຕແມ່ຈະວາງໄຂ່ຄັ້ງລະ 4,000-10,000 ໜ່ວຍ, ໃນການລ້ຽງທາງເສດຖະກິດນິຍົມເຮັດເປັນປາແດດດຽວ.