ອ່ຽນ / Asian swamp eel
APA 6th ed. ອ່ຽນ / Asian swamp eel. (2019, September 23). Retrieved from https://www.phakhaolao.la/index.php/kb/0000676
MLA 8th ed. ອ່ຽນ / Asian swamp eel. Pha Khao Lao, 23 September 2019, https://www.phakhaolao.la/index.php/kb/0000676.
Chicago 17th ed. Pha Khao Lao. 2019. "ອ່ຽນ / Asian swamp eel." Published September 23, 2019. https://www.phakhaolao.la/index.php/kb/0000676.
Monopterus javanicus (Lacépède, 1800)
Eng: Asian swamp eel, swamp eel, rice eel, or white ricefield eel
Thai: ไหล ไหลนา เอี่ยน
Viet: Lươn đồng
ຮູບຮ່າງລັກສະນະ ລຳຕົວກົມຮຽວຍາວ, ສ່ວນໜ້າ ແລະ ກາງລຳຕົວມີຈະກົມຄ້າຍທໍ່ນ້ຳ, ສ່ວນຫາງຮຽວສ້ວຍ ແລະ ແປດ້ານຂ້າງ, ສ່ວນຫົວມີຂະໜາດໃກ້ຄຽງກັບລຳຕົວ, ປາກຮຽວນ້ອຍ ແລະ ຢື່ນໄປທາງດ້ານໜ້າ, ຕາມີຂະໜາດນ້ອຍ, ສ່ວນຫາງຮຽວຍາວ ແລະ ແປທາງດ້ານຂ້າງ, ຜິວລຳຕົວມີເມືອກມືນປົກຄູມ, ບໍ່ມີເກັດ ແລະ ຄີ. ລຳຕົວມີສີນ້ຳຕານແດງ, ດ້ານເທິງລຳຕົວມີສີນ້ຳຕານເຂັ້ມ, ສ່ວນດ້ານທ້ອງມີສີຈາງ. ລຳຕົວຂະໜາດຍາວປະມານ 40-60 ຊມ, ມັກພົບຢູ່ຕາມຫ້ວຍ, ແຄມນ້ຳ, ທົ່ງນາ, ບືງໜອງ. ອາຫານຂອງພວກມັນແມ່ນພວກສັດນ້ອຍ ແລະ ຊາກສັດ.
ແມ່ອ່ຽນຈະສ້າງຟອດໃນຮູທີ່ມີໂພງອາກາດ ກ່ອນວ່າງໄຂ່ປະມານ 1-3 ວັນ, ລັກສະນະຂອງໄຂ່ຫຼັງຈາກວາງໃໝ່ໆ, ເປັນເມັດກົມໃສ, ມີເສັ້ນຜ່າສູນກາງປະມານ 3 ມມ ແລະ ຈະຄ່ອຍໆບວມນ້ຳຂະຫຍາຍຂະໜາດຂື້ນຈົນເຖິງເສັ້ນຜ່າສູນກາງເຖິງ 3 ມມ, ໄຂ່ຈະເປັນສີເຫຼືອງອ່ອນ, ພໍ່ແມ່ອ່ຽນຈະຫວງແຫນໄຂ່ ຄ່ອຍເຝົ້າບໍລິເວັນໂພງ ຫຼື ປາກຮູທີ່ບໍລິເວນວາງໄຂ່, ມັນຈະຮັກສາໄຂ່ ເພື່ອປ້ອງກັນອັນຕະລາຍຈາກສັດຕູຕ່າງໆ. ໄຂ່ທີ່ໄດ້ຮັບການປະຕິສົນທິຈະພັດທະນາຄ່ອນຂ້າງຊ້າ ໃຊ້ເວລາ 30-35 ຊົ່ວໂມງ ເຖິງຈະຟັກອອກເປັນຕົວ, ອຸນຫະພູມນ້ຳປະມານ 29 ອົງສາ.