ປາໝູລາຍເສືອ / Tiger spiny loach
APA 6th ed. ປາໝູລາຍເສືອ / Tiger spiny loach. (2019, September 22). Retrieved from https://www.phakhaolao.la/index.php/kb/0000671
MLA 8th ed. ປາໝູລາຍເສືອ / Tiger spiny loach. Pha Khao Lao, 22 September 2019, https://www.phakhaolao.la/index.php/kb/0000671.
Chicago 17th ed. Pha Khao Lao. 2019. "ປາໝູລາຍເສືອ / Tiger spiny loach." Published September 22, 2019. https://www.phakhaolao.la/index.php/kb/0000671.
Botia lucasbahi Fowler, 1937
Botia yunnanensis Chen, 1980
Eng: Tiger botia, Chameleon botia
Thai: หมูลายเสือ หมูจุด
ເປັນປາໜັງ, ຮູບຮ່າງປ້ອມ, ລຳຕົວແປຂ້າງ, ຫົວຮຽວແຫຼມ, ປາກແຫຼມ, ລຳຕົວເປັນສີເທົາປົນສີເຫຼືອງ ຫຼື ອົມຂຽວ, ມີແຖບຄາດຕາມລຳຕົວຄ້າຍລາຍເສືອ ແລະ ມີຈຸດດຳລຽງເປັນແຖວຕະຫຼອດລຳຕົວ ຄີທຸກອັນມີສີເຫຼືອງອົມສົ້ມ, ຄີຫຼັງ ແລະ ຄີຫາງມີສີສົ້ມ, ມີແຖບສີດຳເປັນຈຸດກະຈາຍທົ່ວ, ເປັນປາຫາກີນຕາມພື້ນທ້ອງນ້ຳຕາມໂຂດຫີນ ແລະ ກ້ອນຫີນ, ຂະນາດສະເລ່ຍຄວາມຍາວປະມານ 7 ຊມ. ອາຫານຂອງພວກມັນກໍ່ແມ່ນພວກແພງຕອນ, ໄຮນ້ຳ ແລະ ຕົວອ່ອນຂອງແມ່ນ້ຳ. ສາມາດລ້ຽງໃນຕູ້ແກ້ຂະໜາດນ້ອຍຮ່ວມກັບປາຊະນິດອື່ນໄດ້, ຕົກແຕກຕູ້ດ້ວຍຫິນ ຫຼື ຂອນໄມ້ ອຸປະນິໄສມັກຫຼົບຕາມທີ່ຊ້ອນຕົວ, ວັດຖຸຕົກແຕ່ງບໍ່ຄວນມີຮູບຂະໜາດນ້ອຍ ເມື່ອປາຕົກໃຈຈະມຸດເຂົ້າໄປຕິດແລ້ວອອກບໍ່ໄດ້.