ປາເໝັ້ນ / Elephant Ear Fish
APA 6th ed. ປາເໝັ້ນ / Elephant Ear Fish. (2021, December 24). Retrieved from https://www.phakhaolao.la/index.php/kb/0000554
MLA 8th ed. ປາເໝັ້ນ / Elephant Ear Fish. Pha Khao Lao, 24 December 2021, https://www.phakhaolao.la/index.php/kb/0000554.
Chicago 17th ed. Pha Khao Lao. 2021. "ປາເໝັ້ນ / Elephant Ear Fish." Published December 24, 2021. https://www.phakhaolao.la/index.php/kb/0000554.
Cambodian: ត្រី រនេាស
ຮູບຮ່າງຄ້າຍປາກະເດີດ, ແຕ່ມີຂະໜາດໃຫຍ່ກວ່າ, ໂຕໃຫຍ່ເຕັມໄວຍາວປະມານ 60 ຊັງຕິແມັດ. ໂຕເຕັມໄວ ແລະ ໂຕໄວປານກາງຈະມີຮູບຮ່າງຄ່ອນຂ້າງແຕກຕ່າງກັນ. ໂຕອ່ອນ ແລະ ໄວກາງຈະມີ 6-7 ແຖບສີດຳຕາມລວງຂວາງຂອງລຳໂຕ ແລະ ມີຈຸດສີດຳເຂັ້ມຕາມແຖບ ເຊິ່ງເມື່ອໃຫຍ່ແລ້ວຈະຫາຍໄປ. ຈະມີສີສົ້ມກະຈາຍຢູ່ດ້ານທ້ອງຂອງສ່ວນຫົວ ເຊິ່ງບໍ່ພົບໃນຊະນິດອື່ນໃນສະກຸນນີ້. ໂຕເຕັມໄວມັກຈະເປັນສີດຳທົ່ວໂຕ, ຈະເຂັ້ມໄປຫາດ້ານຫຼັງ ແລະ ເປັນສີຈາງດ້ານທ້ອງ.
ຄີຫຼັງມີງ່ຽງ 14-16 ອັນ ແລະ ງ່ຽງອ່ອນ 10-11 ອັນ. ຄີກົ້ນມີງ່ຽງ 11-13 ອັນ ແລະ ງ່ຽງອ່ອນ 17-19 ອັນ. ຄີຫາງເປັນແຜ່ນປາຍຕັດ ຫຼື ວ້ຳເລັກນ້ອຍ, ປາຍມັກເປັນສີແດງສົ້ມ.
ເປັນປານ້ຳຂອງອີກຊະນິດໜື່ງທີ່ຄ່ອນຂ້າງຫາຍາກ ແລະ ພົບໜ້ອຍຄັ້ງໃນຕະຫຼາດຕາມຕົວເມືອງຕ່າງໆທີ່ຕິດກັບແມ່ນ້ຳຂອງ. ນິຍົມນຳມາເຮັດສົ້ມປາ ແລະ ລາບ. ບາງຄັ້ງແກງໃສ່ສົ້ມປ່ອຍ ຫຼື ສົ້ມຜັກຕິ້ວ. ນອກນັ້ນຍັງນິຍົມເຮັດເປັນປາແດດດຽວ ແລະ ນຳມາທອດ.
ອາຫານຂອງປາເໜັ້ນແມ່ນພືດນ້ຳເປັນສ່ວນຫຼາຍ, ບາງຄັ້ງກໍ່ກີນພວກແມງໄມ້ ແລະ ສັດນ້ຳຂະໜາດນ້ອຍ.
ການປະສົມພັນ ແລະ ການວາງໄຂ່ແມ່ນຕາມໜອງ ຫຼື ບືງ ໃນຊ່ວງລະດູຝົນ. ໄຂ່ຈະວາງຕາມຮາກພືດໂດຍສະເພາະແມ່ນຕາມຮາກຕົ້ນໄຄ້ນ້ຳ, ຕົວອ່ອນແມ່ຈະເຝົ້າລະວັງອັນຕະລາຍ ແລະ ປົກປ້ອງ.
ຄຸນລັກສະນະຂອງນ້ຳທີ່ປາເໝັ້ນອາໄສຢູ່ໄດ້ໃນອຸນຫະພູມ 20-30 ອົງສາ. ຄ່າພີເອັສ (pH): 6.5-8.0 ແລະ ຄວາມຂຸ່ນຂອງນ້ຳ: 5-25°H.