ເຜິ້ງຫຼວງ / Giant Honey Bee
APA 6th ed. ເຜິ້ງຫຼວງ / Giant Honey Bee. (2022, May 16). Retrieved from https://www.phakhaolao.la/index.php/kb/0000482
MLA 8th ed. ເຜິ້ງຫຼວງ / Giant Honey Bee. Pha Khao Lao, 16 May 2022, https://www.phakhaolao.la/index.php/kb/0000482.
Chicago 17th ed. Pha Khao Lao. 2022. "ເຜິ້ງຫຼວງ / Giant Honey Bee." Published May 16, 2022. https://www.phakhaolao.la/index.php/kb/0000482.
ເປັນເຜິ້ງທີ່ມີຂະໜາດໃຫຍ່ທີ່ສຸດຂອງເຜິ້ງທັງໝົດ, ລຳຕົວເປັນຮູບກົມຮີ, ຍາວປະມານ 17-19 ມມ, ລຳຕົວປະກອບມີ 3 ສ່ວນຄື: ສ່ວນຫົວ ເຊິ່ງເປັນສ່ວນທີ່ມີອາໄວຍະວະຮັບຄວາມຮູ້ສຶກ, ມີຕາລວມຢູ່ 2 ຕາ, ເຊິ່ງປະກອບດ້ວຍຕາຂະໜາດນ້ອຍທີ່ມີລັກສະນະເປັນຮູບ 6 ຫຼ່ຽມຈຳນວນຫຼາຍພັນຕາຮວມກັນ, ເຊື່ອມຕິດຕໍ່ກັນເປັນແຜງເຮັດໃຫ້ເຜິ້ງສາມາດເບິ່ງເຫັນໄດ້ທຸກທິດ, ມີຕາດ່ຽວທີ່ມີລັກສະນະເປັນຈຸດນ້ອຍໆ 3 ຈຸດຢູ່ຫ່າງກັນເປັນຮູບສາມຫຼ່ຽມ ເປັນສ່ວນທີ່ຮັບຮູ້ຄວາມເຂັ້ມຂຸ້ນຂອງແສງ. ສ່ວນເອິກກ້ວາງປະມານ 5 ມມ, ປະກອບມີຂາຄູ່ທີ່ 1 ແລະ 2 ເຮັດໜ້າທີ່ໃນການຈັບ ແລະ ໄຕ່, ສ່ວນຂາຄູ່ທີ່3 ເຮັດໜ້າທີ່ໃນການເກັບເກສອນ ແລະ ພາກສ່ວນກົ້ນຍາວ 6-7 ມມ.
ເຜີ້ງຮັງໜຶ່ງຈະປະກອບດ້ວຍ: ເຜິ້ງນາງພະຍາ, ເຜິ້ງຕົວຜູ້ ແລະ ເຜິ້ງງານ
- ເຜິ້ງນາງພະຍາ: ມີຂະໜາດໃຫຍ່ ແລະ ລຳຕົວຍາວກ່ວາເຜິ້ງຕົວຜູ້ ແລະ ເຜິ້ງງານປີກຂອງເຜິ້ງນາງພະຍາຈະມີຂະໜາດສັ້ນ, ການເຄື່ອນໄຫວຂອງເຜີ້ງນາງພະຍາຂ້ອນຂ້າຊ້າ ແຕ່ສຸຂຸມຮອບຄອບ ເຊິ່ງເຜິ້ງນາງພະຍາຈະມີໜ້າທີ່ສຳຄັນຄື: ປະສົມພັນ, ວ່າງໄຂ່ ແລະ ຄວບຄຸມສັງຄົມຂອງເຜິ້ງ. ໃນກໍລະນີເຜິ້ງແຍກຮັງເຜິ້ງງານຈະເຮັດໜ້າທີ່ປ້ອງັນເຜິ້ງພະຍາໃໝ່ບໍ່ໃຫ້ເຜິ້ງນາງພະຍາຕົວເກົ່າມາທຳລາຍ, ເມື່ອນາງພະຍາຕົວໃໝ່ມີອາຍຸຮອດ 3-5 ວັນຈະເລີ່ມບິນອອກໄປປະສົມພັນ ເຊິ່ງຈະເກີດຂື້ນຢູ່ທີ່ລະດັບຄວາມສູງ 50-100 ຟຸດ ແລະ ສາມາດປະສົມພັນກັບຕົວຜູ້ຄັ້ງໜຶ່ງ 7-10 ຕົວ ຫຼື ອາດຈະເຖິ່ງ 20 ຕົວ. ເມື່ອປະສົມພັນແລ້ວທ້ອງຂອງເຜິ້ງນາງພະຍາຈະຂະຫຍາຍໃຫຍ່ຂື້ນພາຍໃນ 2-4 ວັນກໍ່ຈະເລີ່ມວ່າງໄຂ່.
- ເຜິ້ງຕົວຜູ້: ໂຕຜູ້ຈະມີຂະໜາດໃຫຍ່ ແລະ ຕົວຕຸ້ຍ, ມີລີ້ນທີ່ສັ້ນຫຼາຍ, ຄ່ອຍໆຮັບອາຫານຈາກເຜິ້ງງານ ຫຼື ດູດນ້ຳຫວານທີ່ເກັບມາໄດ້, ເຜິ້ງຕົວຜູ້ຈະຂະຫຍາຍມາຈາກໄຂ່ທີ່ບໍ່ໄດ້ຮັບການປະສົມພັນ ແລະ ເມື່ອອາຍຸໄດ້ 16 ວັນກໍພ້ອມທີ່ຈະປະສົມພັນໄດ້. ການປະສົມພັນ: ເຜິ້ງຕົວຜູ້ຈະບິນອອກໄປຮວມຕົວກັນເຊິ່ງເອີ້ນວ່າສະຖານທີ່ລວມກຸ່ມຂອງຕົວຜູ້ (Drone Congregation Area) ເຊິ່ງການປະສົມພັນຈະເກີດຂື້ນວັນທີ່ອາກາດດີ, ທ້ອງຟ້າສົດໄສ, ເມື່ອເຜິ້ງຕົວຜູ້ເຂົ້າໄປປະສົມພັນກັບເຜິ້ງພະຍາແລ້ວກໍຈະຕົກລົງມາຕາຍ ແລະ ເມື່ອໝົດລະດູປະສົມພັນຖ້າໂຕໃດບໍ່ໄດ້ປະສົມພັນກໍຈະຖືກໄລ່ອອກຈາກຮັງ
- ເຜິ້ງງານ: ເປັນເຜິ້ງທີ່ມີຂະໜາດນ້ອຍທີ່ສຸດໃນຮັ່ງ, ກຳເນີດມາຈາກໄຂ່ທີ່ໄດ້ຮັບການປະສົມພັນກັບເຊື້ອຕົວຜູ້, ເຜິ້ງງານເປັນເຜິ້ງເພດແມ່ຄືກັບເຜິ້ງນາງພະຍາ ແຕ່ເປັນເພດແມ່ທີ່ບໍ່ສົມບູນ, ສ່ວນຂອງຮັ່ງໄຂ່ຈະມີຂະໜາດນ້ອຍບໍ່ສາມາດສ້າງໄຂ່ໄດ້ຍົກເວັ້ນໃນກໍລະນີຮັງເຜິ້ງຮັງນີ້ຂາດນາງພະຍາ
ປະຊາກອນສ່ວນໃຫຍ່ຈະຢູ່ປົກຄຸມຮັງເພື່ອເຮັດໜ້າທີ່ປ້ອງກັນບໍ່ໃຫ້ຮັ່ງຫຼົ່ນ, ມີປະຊາກອນປະມານ 10.000-80.000 ຕົວ/ຮັງ ເປັນຮັ່ງຊັ້ນດຽວ ຫຼື ເປັນຮັງດ່ຽວ, ອາດກ້ວາງຮອດ 2 ແມັດ, ລັກສະນະຈະເປັນຮູບເຄິ່ງວົງມົນ, ມັກຈັບຢູ່ໃຕ້ກິ່ງໄມ້, ໜ້າຜາ ແລະ ໂງນຫີນ ເປັນພື້ນທີ່ໂລ່ງແຈ້ງ. ເປັນເຜິ້ງທີ່ຮ້າຍກາດເມື່ອຖືກລົບກວນ ຫຼື ທຳລາຍ. ເນື່ອງຈາກເຜິ້ງຫຼວງເປັນເຜິ້ງຂະໜາດໃຫຍ່ຈຶ່ງສາມາດບິນໄປຫາອາຫານໄດ້ໄກ, ບາງຄັ້ງຮັງໜຶ່ງອາດມີນ້ຳເຜິ້ງຮອດ 15 ກິໂລກຼາມ
ອາຫານ:
- ດັກແດ້: ສາມາດໃຊ້ເປັນອາຫານໄດ້ ແລະ ເປັນອາຫານທີ່ຫາກິນໄດ້ຍາກ.
- ນ້ຳເຜີ້ງ: ໃຊ້ກິນສົດ ຫຼື ໃຊເຮັດເຂົ້າໜົມ ລື ປະສົມນ້ຳອຸ່ນໄດ້.
ສິນຄ້າ:
- ນ້ຳເຜິ້ງ: ເປັນສິນຄ້າທີ່ມີຄວາມຕ້ອງການສູງທາງການຕະຫຼາດ ຫຼື ໂຮງຈັກໂຮງງານ ແລະ ເປັນສິນຄ້າທີ່ຫາຍາກພໍສົມຄວນ.
ວົງຈອນຊີວິດຂອງເຜິ້ງຫຼວງ ກໍ່ຄ້າຍຄືກັນກັບເຜິ້ງຊະນິດອື່ນໆ (ຄ້າຍຄືກັບເຜິ້ງພັນ ແລະ ເຜິ້ງໂກນ). ເຜິ້ງເປັນແມງໄມ້ສັງຄົມ, ເຊີ່ງມີໄລຍະການຈະເລີນເຕິບໂຕ 4 ໄລຍະຄື: ໄຂ່, ໂຕອ່ອນ, ດັກແດ້ ແລະ ໂຕເຕັມໄວ.
ໄຂ່: ເຜິ້ງນາງພະຍາ ວາງໜື່ງໄຂ່ໃນແຕ່ລະຊ່ອງ, ໄຂ່ຈະມີຂະໜາດນ້ອຍສີຂາວ ແລະ ຮູບໄຂ່, ຄ້າຍກັບເມັດເຂົ້າສານ, ຫຼັງຈາກນັ້ນ ສາມວັນໂຕອ່ອນຈະແຕກອອກຈາກໄຂ່.
ໂຕອ່ອນ: ມັນຈະມີຂະໜາດນ້ອຍ, ສີຂາວ ແລະ ຄ້າຍໂຕໜອນ. ພວກມັນຈະຢູ່ໃນແຕ່ລະຊ່ອງ. ພວກມັນຈະຖືກລ້ຽງດ້ວຍອາຫານທີ່ມີໂປຣຕິນສູງ ໂດຍການຜະລິດຈາກເຜິ້ງກຳມະກອນ ເປັນເວລາຫົກວັນ, ໂຕອ່ອນຈະກິນຈົນກວ່ານ້ຳໜັກໂຕພວກມັນໃຫຍ່ເຕັມທີ່, ພວກມັນມັກຈະພົບນອນຢູ່ທີ່ກົ້ນຊ່ອງໃນຮູບອັກສອນຊີ (C).
ດັກແດ້: ເມື່ອໂຕອ່ອນໃຫຍ່ເຕັມທີ່ແລ້ວ, ເຜິ້ງກຳມະກອນຈະປິດແຕ່ລະຊ່ອງ ພວກມັນຈະບໍ່ຖືກລົບກວນເປັນເວລາ 12 ວັນ.
ໂຕເຕັມໄວ: ຫຼັງຈາກລອກຄາບສຳເລັດແລ້ວຈາກປອກຊ່ອງດັກແດ້ ໂຕເຕັມໄວຈະອອກຈາກຊ່ອງໂດຍການກັດຝາປິດນັ້ນອອກມາ.