ໝາກເລັ່ນ / Tomato
APA 6th ed. ໝາກເລັ່ນ / Tomato. (2022, May 23). Retrieved from https://www.phakhaolao.la/index.php/kb/0000455
MLA 8th ed. ໝາກເລັ່ນ / Tomato. Pha Khao Lao, 23 May 2022, https://www.phakhaolao.la/index.php/kb/0000455.
Chicago 17th ed. Pha Khao Lao. 2022. "ໝາກເລັ່ນ / Tomato." Published May 23, 2022. https://www.phakhaolao.la/index.php/kb/0000455.
Lycopersicon esculentum var. esculentum
Lycopersicon esculentum subsp. galeni (Mill.) Luckwill
Lycopersicon esculentum var. leptophyllum (Dunal) D'Arcy
Lycopersicon esculentum var. minor Hook. f.
ໄທ: ມະເຂືອເທດ, ມະເຂືອສົ້ມ
Chinese: 番茄 学名
ເປັນພຸ່ມລົ້ມລຸກ, ອວບໜາ, ສູງ 50-150 ຊມ. ລໍາຕົ້ນລົ້ມງ່າຍ ກ້ານທີ່ລົ້ມລົງດິນສາມາດແຕກຮາກໄດ້, ແຕກກິ່ງກ້ານສາຂາຫຼາຍ, ລໍາຕົ້ນສີຂຽວ, ມີຂົນນຸ່ມໆ, ປົກຄຸ່ມຢູ່ ແລະ ມີເມືອກໝຽວຕິດມື. ໃບປະສົມ, ພາຍໃນໃບມີໃບຍ່ອຍລຽບສະຫຼັບກັນເປັນຮູບຂົນນົກ, ຂອບໃບເປັນແຂ້ວ ຫຼື ແບບແຂ້ວເລືອຍ, ປາຍໃບແຫຼມ, ແຜ່ນໃບຍາວ 2-3 ຊມ, ມີຂົນປົກຄຸ່ມ, ມີສີຂຽວເຂັ້ມ. ດອກເປັນຊໍ່ 1 ຊໍ່ມີປະມານ 2-3 ດອກ. ກາບດອກ 5 ກີບ, ກີບດອກສີເຫຼືອງ 5 ກີບ, ອອກຕາມຊອກໃບ, ປາຍກິ່ງ, ກ້ານດອກຍາວປະມານ 1.5 ຊມ, ກາງດອກມີຖຸງເກສອນຕົວຜູ້ລ້ອມຮອບເກສອນຕົວແມ່. ໝາກ ຄ່ອນຂ້າງກົມ ຫຼື ຍາວຮີ ຫຼື ແປ້ນ ແຕກຕ່າງກັນໄປ, ຂື້ນຢູ່ກັບສາຍພັນຂອງໝາກເລັ່ນ, ຜິວໃບຂອງໝາກກ້ຽງເປັນມັນ, ໝາກອ່ອນມີສີຂຽວ ໝາກສຸກຈະມີສີເຫຼືອງຈົນແດງເຂັ້ມ.
ໝາກເລັ່ນນໍາມາກິນສົດ ຫຼື ນໍາມາປຸງແຕ່ງອາຫານໄດ້ຫຼາຍຢ່າງ ຫຼື ໃສ່ຕໍາ, ໃສ່ຕົ້ມຍໍາ, ໃສ່ພັນປາ, ໝາກເລັ່ນສຸກ ມີວິຕາມິນທີ່ມີປະໂຫຍດຕໍ່ຮ່າງກາຍສູງທັ້ງ ວິຕາມິນເອ, ວິຕາມິນບີ, ວິຕາມິນຊີ, ວິຕາມິນເຄ ແລະ ວິຕາມິນອື່ນໆ ໂດຍສະເພາະວິຕາມິນເອນັ້ນມີສູງຫຼາຍ. ນອກຈາກໃຊ້ກິນໄດ້ແລ້ວຍັງມີສັບພະຄຸນເປັນຢາລະບາຍອ່ອນໆ. ຊ່ວຍຂັບພິດ ແລະ ສິ່ງເສຍເຫຼືອໃນຮ່າງກາຍ, ບຳລຸງກະເພາະລໍາໄສ້, ໄຕ, ບໍາລຸງ ແລະ ກະຕຸ້ນກະເພາະອາຫານ, ຊ່ວຍໃຫ້ຈະເລີນອາຫານ, ແກ້ກະຫາຍນໍ້າ. ຮາກໃຊ້ເປັນຢາຮັກສາອາການເຈັບແຂ້ວ.