ຕົ້ນຜື / Giant Bulrush
APA 6th ed. ຕົ້ນຜື / Giant Bulrush. (2019, April 3). Retrieved from https://www.phakhaolao.la/index.php/kb/0000248
MLA 8th ed. ຕົ້ນຜື / Giant Bulrush. Pha Khao Lao, 3 April 2019, https://www.phakhaolao.la/index.php/kb/0000248.
Chicago 17th ed. Pha Khao Lao. 2019. "ຕົ້ນຜື / Giant Bulrush." Published April 3, 2019. https://www.phakhaolao.la/index.php/kb/0000248.
Hymenochaeta grossa (L.f.) Nees
Hymenochaeta haematodes Nees & Meyen
Hymenochaeta maxima (Roxb.) Nees
Isolepis maxima A.Dietr.
Schoenoplectus grossus (L.f.) Palla
Scirpus aemulans Steud.
Scirpus canaliculatotriqueter Steud.
Scirpus griffithii Boeckeler
Scirpus grossus L.f.
Scirpus maximus Roxb.
Scirpus scaberrimus Boeckeler
ພືດລົ້ມລຸກອາຍຸປີດຽວ, ລຳ ເຫງົ້າ. ລໍາຕົ້ນ ເທິງໜ້າດິນທີ່ສ້າງຊໍ່ດອກ ສູງ 30–60 ຊມ, ເສັ້ນຜ່າສູນກາງໃກ້ກັບໂຄນຕົ້ນ, ກ້ວາງ 3–4 ມມ, ຮູບ 3 ຫຼ່ຽມ, ກ້ຽງ, ສີຂຽວເຂັ້ມ. ໃບດ່ຽວ, ຈັບສະຫຼັບຢູ່ໂຄນຕົ້ນເປັນ 3 ທິດທາງ. ກາບໃບ ຫຸ້ມຢູ່ໂຄນຕົ້ນ, ຍາວ 10–13 ຊມ, ກວ້າງ 4–8 ມມ, ສີຂາວປົນສີນໍ້າຕານ. ແຜ່ນໃບ ຮູບແຖບ, ຍາວ 20–50 ຊມ, ກວ້າງ 0,3–0,7 ມມ, ໂຄນຮູບຕັດ, ຂອບໃບເປັນແສກແບບແຂ້ວເລື່ອຍ, ປາຍໃບແຫຼມ. ຊໍ່ດອກ ແບບຊໍ່ດິ້ວຄັນຮົ່ມປະສົມມີ 2 ຂັ້ນ, ອອກຢູ່ເຫງົ້າ, ກ້ານຊໍ່ດອກຂັ້ນ ຍາວ 30–60 ຊມ, ກວ້າງ 3–5 ມມ, ມີ 7–12 ຊໍ່ດອກ. ຊໍ່ດອກ ແບບຊໍ່ດິ້ວຄັນຮົ່ມປະສົມຂັ້ນ II, ກ້ານຊໍ່ດອກ ຍາວ 4–8 ຊມ, ກວ້າງ 0,5–1 ມມ, ມີ 40–60 ຊໍ່ດອກຍ່ອຍ. ຊໍ່ດອກຍ່ອຍ ແບບຮວງເຂົ້າ, ຮູບສ້ວຍ, ເກືອບແປ, ກ້ານຊໍ່ດອກຍ່ອຍ ຍາວ 0,2–0,4 ມມ, ກວ້າງ 0,1–0,2 ມມ, ມີດອກຍ່ອຍ 10–16 ດອກ, ຈັບແບບສະຫຼັບເທິງແກນກາງເປັນສອງທິດທາງແບບຕິດທົນ, ແກນກາງຍາວ 1–2 ຊມ, ກວ້າງ 0,1–0,2 ມມ. ໃບປະດັບຊໍ່ດອກ ຄ້າຍຄືໃບ, ມີຈໍານວນ 5–8 ໃບ, ຍາວ 20–35 ຊມ, ກ້ວາງ 3–5 ມມ, ໂຄນຮູບຕັດ, ຂອບໃບແບບແສກແຂ້ວເລື່ອຍ, ປາຍແຫຼມ. ດອກຍ່ອຍ ມີ 1 ກາບ. ກາບດອກຍ່ອຍ ຮູບໄຂ່, ກ້ຽງ, ຜິວບາງຄ້າຍຄືເຈັ້ຍ, ຍາວ 0,5–1,2 ມມ, ກ້ວາງ 0,5–0,8 ມມ, ໂຄນຮູບຕັດ, ຂອບລຽບ, ປາຍແຫຼມ. ຂົນແຂງ ຮູບໃບຫອກ, ຍາວ 0,1–0,2 ມມ, ໂຄນຮູບຕັດ, ຂອບລຽບ, ປາຍແຫຼມ. ເກສອນຜູ້ ມີ 2 ອັນ, ແຍກກັນ, ກ້ານເກສອນ ຍາວ 2–3 ມມ, ກ້ຽງ, ຈັບຢູ່ຖານຂອງຖົງເມັດລະອອງ, ຖົງເມັດລະອອງຮູບຂອບຂະໜານ, ແຕກຕາມລວງຍາວ, ຍາວ 0,5–1,2 ມມ, ປາຍແຫຼມ, ສີເຫຼືອງ. ເຕົ້າໄຂ່ ຈັບເທິງ, ຮູບໄຂ່, ຍາວ 0,2–0,5 ມມ, ມີ 1 ຫ້ອງ, ມີ 1 ເມັດໄຂ່, ຮວງຮັບເມັດລະອອງ ແຍກເປັນ 3 ແສກ, ຜິວກ້ຽງ, ສີນໍ້າຕານ. ໝາກແຫ້ງ, ຮູບໄຂ່ປີ້ນ, ເປັນ 3 ຫຼ່ຽມ, ຍາວ 0,5–0,7 ມມ, ກ້ວາງ 0,2–0,5 ມມ, ຜິວກ້ຽງ, ສີເຫຼືອງອ່ອນ, ມີ 1 ແກ່ນ.
ເມື່ອມັນໃກ້ຈະອອກດອກໃນປະມານເດືອນຕຸລາສາມາດເກັບເອົາລຳຜື ແລ້ວມາຕາກຈົນແຫ້ງດີ ຖ້າແຫ້ງດີກໍ່ປະມານ 1 ອາທີດຈາກນັ້ນ ແລ້ວນຳເອົາຈີກເຮັດເປັນເສັັ້ນໆ ຫຼື ມັດໄວ້ບ່ອນທີ່ແຫ້ງດີ ແລ້ວເອົາມາຍ້ອມສີເພື່ອໃຫ້ໄດ້ຫຼາຍຫຼາຍສີສັນງາມຕາ, ຈາກນັ້ນແລ້ວເອົາມາຕຳ່ຄ້າຍຕຳ່ຫູກກວ້າງສຸດລຳຜີ ເຮັດເຄືອຍາວປະມານ 2-3 ມ, ເປັນສາດຝູກ, ເປັນສາດທີ່ປູງ່າຍເກັບສະດວກເພາະສັ້ນ ແລະ ເກັບມ້ຽນມັດງ່າຍ. ຜີນອກຈາກຈະເອົາໄປຕໍ່າສາດແລ້ວຍັງເຮັດເປັນເຄື່ອງປະມາ ແລະ ສານເປັນເປັນກະເປົ່ານ້ອຍໆ ສຳລັບໃສ່ເຄື່ອງພາຍໃນເຮືອນ. ນອກນັ້ນເພີ່ນຍັງເອົາເສັ້ນໃຍຈາກຜືມາສານເຮັດກະຕ້າຂະໜາດຕ່າງໆ. ການຕຳສາດຜື ແມ່ນໄດ້ເຮັດມາດົນນານແລ້ວ ສ່ວນຫຼາຍແມ່ນຕໍ່າສະເພາະຮັບໃຊ້ໃນເຮືອນເທົ່ານັ້ນ, ແຕ່ມາເຖີງປັດຈຸບັນນີ້ກໍ່ຍັງມີການຕຳ່ຢູ່ ແຕ່ເປັນສ່ວນໜ້ອຍແລ້ວ ເພາະວ່າບາງບ່ອນກໍ່ມີການຕໍ່າຂາຍສ່ວນຫຼາຍ ດຽວນີ້ຈະມີສາດຜືຫຼາຍຊະນິດມາຈື່ງເຮັດໃຫ້ຜູ້ຄົນບໍ່ຄ່ອຍນິຍົມກັນຕໍໍ່າຫຼາຍປານໃດ. ອຸປະກອນທີ່ໃສ່ໃນການຕໍ່າກໍ່ຄືເສັ້ນໃຍຜືທີ່ກຽມໄວ້, ເຄືອສາດກໍ່ຄືເສັ້ນດ້າຍກາງເປັນເຄືອສາດ, ໄມ້ແຍ່ຮູບ, ເມື່ອເຮົາຄົ້ນຫູກແລ້ວເຮົາກໍ່ນຳເອົາເສັ້ນຜືທີ່ກຽມໄວ້ນັ້ນມາຕ່ຳໄວ້ນັ້ນມາຕ່ຳໃນການຕ່ຳເຮົາກໍ່ຈະໄພສົ້ນມັນໄປພ້ອມສົ້ນຊ້າຍ ແລະ ສົ້ນຂວາການຕໍ່າຕ້ອງຕ່ຳແບບສະລັບສີເພື່ອໃຫ້ໄດ້ລວດລາຍສວຍງາມ. ໃນການຕ່ຳຕ້ອງເຫຼົາໄມ້ໄພ່ເພື່ອໃຊ້ໃນການແ່ຍ່ຜືຕ້ອງເຫຼົ້າໃຫ້ເທົ່ານີ້ວມືແລ້ວເຮັດເປັນແງ່ມຄວາມຍາວຂື້ນກັບຂະໜາດຂອງຜື ເມື່ອເວລາຕໍ່າເຮົາກໍ່ຈະເອົາສົ້ນຂອງຜີມາເນັບໃສ່ປາຍໄມ້ທີ່ມີແງ່ມແຍ່ຕາມຮູຟືມທີ່ເຮົາຫງາຍ ແລະ ຂວມລົງ. ຫັຼກການທີ່ສຳຄັນກໍ່ຄື ຄວນເລືອກເອົາຜືທີ່ບໍ່ມີແມງຈື່ງຈະເຮັດໃຫ້ຜືມີຄຸນນະພາບດີ ແລະ ແຂງແຮງທົນທານຕໍ່ການໃຊ້ງານ. ສາດຜືສາມາດໄວ້ໃຊ້ປູນັ່ງ ຫຼື ນອນກໍ່ໄດ້ສາດຜືຍັງມີນ້ຳໜັກເບົາເອົາໄປນຳງ່າຍ ແລະ ເວລາປູກໍ່ເຢັນບໍ່ຮ້ອນເອົ້າຄືສາດຢາງ.