ຜັກແປ້ງນົວ / Tree spinach
APA 6th ed. ຜັກແປ້ງນົວ / Tree spinach. (2019, May 7). Retrieved from https://www.phakhaolao.la/index.php/kb/0000221
MLA 8th ed. ຜັກແປ້ງນົວ / Tree spinach. Pha Khao Lao, 7 May 2019, https://www.phakhaolao.la/index.php/kb/0000221.
Chicago 17th ed. Pha Khao Lao. 2019. "ຜັກແປ້ງນົວ / Tree spinach." Published May 7, 2019. https://www.phakhaolao.la/index.php/kb/0000221.
Cnidoscolus chaya Lundell
Cnidoscolus chayamansa McVaugh
Cnidoscolus fragrans (Kunth) Pohl
Cnidoscolus longipedunculatus (Brandegee) Pax & K.Hoffm.
Cnidoscolus napifolius (Desr.) Pohl
Cnidoscolus palmatus (Willd.) Pohl
Cnidoscolus quinquelobatus (Mill.) León
Jatropha aconitifolia Mill.
Jatropha aconitifolia var. multipartita Müll.Arg.
Jatropha aconitifolia var. palmata (Willd.) Müll.Arg.
Jatropha aconitifolia var. papaya (Medik.) Pax
Jatropha deutziiflora Croizat
Jatropha fragrans Kunth
Jatropha longipedunculata Brandegee
Jatropha napifolia Desr.
Jatropha palmata Willd.
Jatropha palmata Sessé & Moc. ex Cerv.
Jatropha papaya Medik.
Jatropha quinqueloba Sessé
Jatropha quinquelobata Mill.
Jatropha urens var. inermis Calvino
Jatropha urens var. longipedunculata Brandegee
Eng: Chaya
Thai: ຕົ້ນຊາຍາ, ຕົ້ນມະລະກໍກິນໃບ, ຕົ້ນຄະນ້າເມ໊ກຊິກັນ, ຕົ້ນຜົງຊູຣົດ
Vietnamese name: Cây chaya, Cây trà
ຜັກແປ້ງນົວເປັນໄມ້ພຸ່ມ, ອາຍຸຫຼາຍປີ. ລຳຕົ້ນມີລັກສະນະອວບໜາ, ສູງ 2-4 ມ. ຫຼື ອາດສູງກວ່ານີ້. ເປືອກລຳຕົ້ນເປັນສີນ້ຳຕານ, ເມື່ອຫັກຈະເຫັນນ້ຳຢາງສີຂາວຢູ່ພາຍໃນ. ກີ່ງງ່າອ່ອນຈະເປັນສີຂຽວ, ມີຮອຍຈາກໃບຫຼົ່ນອອກ. ໃບດ່ຽວ, ແບບຝາມື (ຄ້າຍໃບໝາກຫຸ່ງ ແຕ່ມີຂະໜາດນ້ອຍກວ່າ), ຂອບໃບແຍກອອກເປັນ 4-7 ແສກ, ເສັ້ນໃບເຫັນຊັດເຈັນດ້ານທ້ອງໃບ, ແຜ່ນໃບກ້ຽງທັ້ງສອງດ້ານ. ກ້ານໃບຍາວ 20-40 ຊມ, ສີຂຽວ, ກ້ຽງ. ດອກອອກເປັນຊໍ່ທີ່ປາຍຍອດ ຫຼື ປາຍກີ່ງ, ແຕ່ລະຊໍ່ມີດອກຈຳນວນຫຼາຍ, ກາບດອກສີຂຽວ, ກີບດອກສີຂາວ. ໝາກມົນກົມເມື່ອຍັງອ່ອນຈະເປັນສີຂຽວ, ເມື່ອແກ່ເປັນສີນ້ຳຕານ.
ຜັກແປ້ງນົວນິຍົມນຳມາປູງແຕ່ງເປັນອາຫານໂດຍເກັບຍອດອ່ອນ ແລະ ໃບອ່ອນ. ສ່ວນຫຼາຍມັກປະສົມກັບອາຫານປະເພດຕ່າງໆເຊັ່ນຂົ້ວ, ເອະ, ແກງ ແລະ ອື່ນໆ. ຣົດຊາດຂອງມັນຈະຄ້າຍກັບຜັກຄະນ້າ ແຕ່ແຊບກວ່າ. ນອກຈາກເປັນອາຫານທີ່ມີຣົດຊາດແຊບແລ້ວ ຍັງມີຄຸນປະໂຫຍດທາງດ້ານການຢາເຊັ່ນ: ໃຊ້ເປັນຢາລະບາຍ, ຂັບປັດສະວະ, ເພີ່ມການໄຫຼວຽນຂອງເລືອດ, ຊ່ວຍຍ່ອຍອາຫານ, ຊ່ວຍບຳລຸງສາຍຕາ, ຊ່ວຍຫຼຸດນ້ຳໜັກ, ລ້າງສານພິດຈາກໝາກໄຂ່ຫຼັງ, ປ້ອງກັນການເຈັບຫົວ, ເພີ່ມແຄລຊຽມໃຫ້ກະດູກ, ຊ່ວຍຂ້າເຊື້ອໃນປອດ, ປ້ອງກັນເລືອດຈາງເພີ່ມທາດເຫຼັກໃນເລືອດ, ຊ່ວຍຄວບຄຸມນ້ຳຕານກັບຜູ້ເປັນພະຍາດເບົາຫວານ, ຊ່ວຍບຳລຸງສະໝອງໃຫ້ເຮັດວຽກຢ່າງມີປະສິດທິພາບ. ຄຸນຄ່າທາງໂພຊະນາການທາງອາຫານສູງ, ໃບຜັກແປ້ງນົວ 100 ກຣາມ, ຈະປະກອບດ້ວຍນ້ຳ 85.3%, ຄຣ໌ໂບໄຮເດຣດ 4.2%, ໂປຣຕີນ 5.7%, ໄຂມັນ 0.4%, ໃຍອາຫານ 1.9%, ມີແຮ່ທາດຕ່າງໆເຊັ່ນ: ແຄລຊຽມ 199.4 ມິນລິກຣາມ, ໂພແທສຊຽມ 217.2 ມິນລິກຣາມ, ຟອສຟໍຣັດ 39.0 ມິນລິກຣາມ, ເຫຼັກ 11.4 ມິນລິກຣາມ, ມີວິຕາມິນຊີ 164.7 ມິນລິກຣາມ, ແລະ ວິຕາມິນເອ 0.085 ມິນລິກຣາມ. ນອກຈາກນີ້ຍັງມີການລາຍງານວ່າເປັນຜັກທີ່ມີຄຸນຄ່າທາງອາຫານສູງກວ່າຜັກອື່ນໆ 2-3 ເທົ່າ.
ຂໍ້ຄວນລະວັງ: ຜັກແປ້ງນົວ ມີຄຸນຄ່າທາງໂພຊະນາການສູງ, ແຕ່ຄວນປຸງແຕ່ງໃຫ້ສຸກ ເພາະຜັກດິບມີທາດຜິດກຸ່ມໄຮໂດຣໄຊຍານິກ ໄກລໂຄໄຊດ໌ (hydrocyanic glycosides) ເຊິ່ງເປັນທາດອັນຕະລາຍຕໍ່ຮ່າງກາຍ. ດັ່ງນັ້ນຄວນຕົ້ມໃຫ້ສຸກຢ່າງໜ້ອຍຜ່ານຄວາມຮ້ອນ 15-20 ນາທີ ແລະ ຫ້າມກີນຜັກດິບ.