ແຂມ / Broomgrass
APA 6th ed. ແຂມ / Broomgrass. (2020, December 16). Retrieved from https://www.phakhaolao.la/index.php/kb/0000067
MLA 8th ed. ແຂມ / Broomgrass. Pha Khao Lao, 16 December 2020, https://www.phakhaolao.la/index.php/kb/0000067.
Chicago 17th ed. Pha Khao Lao. 2020. "ແຂມ / Broomgrass." Published December 16, 2020. https://www.phakhaolao.la/index.php/kb/0000067.
Agrostis maxima Roxb.
Melica latifolia Roxb. ex Hornem.
ຫວຽດນາມ: ດອດ, ຢອງຈູງຮົວທ່າວ, ໄກແລ, ອອງ ແອງ, ໃສ່
ອັງກິດ: tiger grass, broom grass
ເກີດເປັນສຸມແໜ້ນ, ມີລວງສູງປະມານ 3-4 ແມັດ, ລຳຕົ້ນກົມມີຂົນປົກຄຸມ, ມີໃບໜາ, ແຂງ, ຂອບໃບເປັນແຂ້ວຄົມ, ປາຍໃບແຫຼມ, ກົກໃບມົນ ຫຼື ວໍ້າ ແລະ ແບນອອກ. ກາບໃບກ້ຽງກົມ, ກ້ານໃບເປັນສີແດງເຂ້້ມ, ຄວາມກ້ວາງຂອງໃບປະມານ 4-7 ຊັງຕີແມັດ ແລະ ຍາວປະມານ 25-55 ຊັງຕີແມັດ. ຊໍ່ດອກກ່ອມລົງ ແລະ ຍາວເຖິງ 140 ຊັງຕີແມັດ, ຊໍ່ດອກຍ່ອຍມີກາບ 2 ອັນ, ປາຍດອກຍາວປະມານ 50-60 ຊັງຕີແມັດ, ອອກດອກໃນເດືອນ 10-12. ໝາກເປັນຮູບໄຂ່, ສີນໍ້າຕານແດງ, ຍາວປະມານ 0.4-0.6 ມີລີແມັດ, ເຊິ່ງຈະແກ່ໃນເດືອນ 1-3. ແຂມພັນໃໝ່ທີ່ນຳມາຈາກປະເທດໄທ ປູກຢູ່ແຂວງອຸດົມໄຊມີຂົນຫຼາຍ, ມີລຳເພດຜູ້ ແລະ ລຳເພດແມ່ແຍກກັນ ແຕ່ປະຊາຊົນນິຍົມເກັບລຳເພດແມ່ມາເຮັດຟອຍຫຼາຍກວ່າເພາະມີດອກເປັນພວງໃຫ່ຍ.
ດອກແຂມ ມີການເອີ້ນຊື່ທີ່ແຕກຕ່າງກັນຕາມພາສາທ້ອງຖິ່ນຂອງ ສປປ ລາວ ເຊັ່ນ: ແຂມໂຂງ, ຫຍ້າຍູງ, ດອກຄີນ, ບົງກະຈຶ່ງ, ໂຕກາອູ. ແຕ່ປະຊາຊົນສ່ວນຫຼາຍມັກເອີ້ນວ່າ: ແຂມ ຫຼື ດອກແຂມ. ຢູ່ ສປປ ລາວ, ປະຊາຊົນແມ່ນນຳແຂມມາເຮັດເປັນຍູກວາດເຮືອນ ຫຼື ເຮັດເປັນຟອຍທາສີ. ນອກນັ້ນ, ປະຊາຊົນບາງເຂດຍັງໃຊ້ດອກແຂມມາຍັດເປັນເຊື່ອນອນ ແລະຍັດໝອນເພື່ອຮັບໃຊ້ໃນຄອບຄົວ. ປະຊາຊົນໃນຊົນນະບົດມັກເອົາໜໍ່ອ່ອນຂອງຕົ້ນແຂມມາເຜົາກິນເປັນອາຫານ, ໃບແຂມຍັງສາມາດນໍາມາລ້ຽງສັດໄດ້ເຊັ່ນ: ງົວ, ຄວາຍ. ແຂມ - ເປັນເຄື່ອງປ່າຂອງດົງທີ່ຕິດພັນກັບການການດໍາລົງຊີວິດຂອງປະຊາຊົນໃນເຂດຊົນນະບົດຂອງ ສປປ ລາວ ມາເປັນເວລາດົນນານ ແລະແຂມໄດ້ກາຍເປັນແຫຼ່ງລາຍຮັບໃຫ້ແກ່ຄອບຄົວຂອງຄົນໃນເຂດພູດອຍ ເປັນເວລາດົນນານມາຈົນເຖິງປັດຈຸບັນ. ນອກຈາກຈະນຳແຂມມາຜະລິດເປັນຍູກວາດເພື່ອຂາຍພາຍໃນທ້ອງຖິ່ນ ແລະຕະລາດພາຍໃນແລ້ວ, ແຂມດິບຍັງເປັນເຄື່ອງປ່າຂອງດົງປະເພດໜຶ່ງ ທີ່ມີຄວາມຕ້ອງການຫຼາຍຂອງຕ່າງປະເທດ ໂດຍສະເພາະແມ່ນ: ສປ ຈີນ, ສສ ຫວຽດນາມ ແລະປະເທດໄທ. ປະຊາຊົນຈຳນວນໜຶ່ງຮັກສາແຂມໃນເຂດປ່າເລົ່າຂອງຕົນ ແລະມີບາງຄອບຄົວກໍ່ໄດ້ນຳເອົາແຂມເຂົ້າມາປູກເປັນສວນແຂມເພື່ອສະດວກໃນການເກັບ ແລະຜະລິດແຂມດິບຂາຍເປັນສິນຄ້າ.