ແຈ່ວໝາກແຂ່ນ

Andy Souvanhphukdee
ໝາກແຂ່ນ ໄດ້ຮັບຄວາມນິຍົມຫຼາຍໃນລາວ ໂດຍສະເພາະພາກເໜືອ, ຈະມີລົດຊາດຄ້າຍຄືພິກໄທເຊຊວນ ແຕ່ຈະມີຂະໜາດນ້ອຍ ແລະ ສີດຳເຂັ້ມກ່ວາ. ສ່ວນໃຫ່ຍຊາວອາຄານິຍົມຮັບປະທານແຈ່ວໝາກແຂ່ນກັບປີ້ງຊີ້ນ ໂດຍສະເພາະປີ້ງຊີ້ນໝູ
ເຮືອນຄົວລາວ
https://foodfromnorthernlaos.com/
Kees Sprengers (The Boat Landing Cookbook)

ສ່ວນປະສົມ
•  ໝາກແຂ່ນແຫ້ງ ຂົ້ວໃສ່ໝໍ້ຄາງ 1/2-1 ບ່ວງຊາ
•  ກະທຽມ 6 ກີບ, ຈີ່ສຸກ
•  ໝາກເຜັດດິບ15ໜ່ວຍນ້ອຍ ຫຼື ໝາກເຜັດໃຫ່ຍ 4 ໜ່ວຍ, ຈີ່ສຸກ
•  ເກືອ 1/2-1 ບ່ວງຊາ
•  ສະອິວ 1 ບ່ວງແກງ
•  ກິນກັບປີ້ງໝູ ຫຼື ປີ້ງໄກ່

Kees

ວີທີປຸງແຕ່ງ
 1.  ແກະເປືອກກະທຽມທີ່ໄໝ້ອອກໃຫ້ໝົດ
 2.  ໃສ່ເກືອແລະ ໝາກແຂ່ນລົງຄົກມຕຳໝາກແຂ່ນໃຫ້ມຸ່ນລະອຽດ ຫຼັງຈາກ ນັ້ນໃສ່ໝາກເຜັດ ແລະ ກະທຽມລົງໄປ ແລ້ວຕຳອີກເທື່ອໜຶ່ງ
 3.  ຖ້າໃສ່ໝາກເຜັດໃຫ່ຍ ໃຫ້ຊອຍກ່ອນທີ່ຈະໃສ່ລົງຄົກ
 4.  ໃສ່ສະອິວ ເພື່ອເພີ່ມລົດຊາດ ຫຼື ຈະໃສ່ເກືອ, ໝາກແຂ່ນເພີ່ມຕາມຕ້ອງການ

ຂໍ້ມູນຈາກ ອາຫານພາກເໜືອລາວ ປຶ້ມສູດອາຫານເຮືອນພັກທ່າເຮືອ

ການປະກອບສ່ວນ