ໝູແດດດຽວ

bouavone
ຊີ້ນໝູແດດດຽວໃຜໆກໍ່ເຮັດໄດ້ ເຮັດໄວ້ຮັບປະທານພາຍໃນຄອບຄົວ ຫຼື ເປັນສີນຄ້າເພື່ອສ້າງລາຍໄດ້ເສີມ
ເຮືອນຄົວລາວ
phakhaolao.la
www.phakhaolao.la
  • ສ່ວນປະກອບ:
  1. ຊີ້ນໝູ                                0,5 ກິໂລ
  2. ກະທຽມ                              5 ກີບ
  3. ຄະນໍຜົງ (ລົດໝູ)                  2 ບ່ວງກາເຟ
  4. ເກືອ                                   1 ບ່ວງກາເຟ
  5. ນໍ້າມັນພືດ                           1 ຕຸກນ້ອຍ

ການກະກຽມ:  ເອົາຊີ້ນໝູລ້າງນໍ້າໃຫ້ສະອາດຊອຍຍາວປະມານ 15-20 ຊັງຕີແມັດ

ການປຸງແຕ່ງ:  

  1. ເອົາເກືອ,  ຄະນໍຜົງ, ກະທຽມຕໍາໃຫ້ເຂົ້າກັນປະສົມກັບຊີ້ນໝູແລ້ວຄົນໃຫ້ເຂົ້າກັນປະໄວ້ ປະມານ 2 ນາທີ
  2. ແລ້ວນໍາເອົາຊີ້ນໄປຕາກແດດ 1 (ແດດກ້າ ໃນລະຫວ່າງມື້)
  3. ຫຼັງຈາກນັ້ນເອົານໍ້າມັນໃສ່ໝໍ້ຄ້າງໄຟໃຫ້ຮ້ອນຈຶ່ງເອົາຊີ້ນລົງຈືນ,ບໍ່ຄວນຈືນດົນຫຼາຍເພາະຈະເຮັດໃຫ້ຊີ້ນມັນແຂງ ຕັກຂຶ້ນໃຫ້ສະເດັດນໍ້າມັນໃສ່ຈານພ້ອມເສີບຮັບປະທານອາຫານ.

ແນະນຳ:

  • ຊີ້ນແດດດຽວຄວນຕາກແດດກ້າ ແລະ ບໍ່ຄວນຈືນດົນເພາະຈະເຮັດໃຫ້ຊີ້ນແຂງ
  • ຫຼັງຈາກຕາກແດດແລ້ວສາມາດນຳມາໜຶ້ງ ຫຼື ຢ້າງໄຟ ກ່ອນນຳມາທອດໄດ້
ການປະກອບສ່ວນ