ໝາກມ່ວງແຜ່ນ

Andy Souvanhphukdee
ໝາກມ່ວງແຜ່ນ ອາຫານຫວານສຳລັບຄົນຮັກສຸຂະພາບ ຫຼື ຈະປຸງແຕ່ງເປັນອາຫານວ່າງ, ຂອງຝາກ ໃຫ້ໝູ່ເພື່ອນ, ຄອບຄົວ ແລະ ຄົນຮັກ ກໍ່ໄດ້ເຊັ່ນດຽວກັນ
ເຮືອນຄົວລາວ
https://www.youreverythingsupplier.com/products/ice-cream-mix-in-mango
youreverythingsupplier.com

ເຄື່ອງປະກອບ
  •  ໝາກມ່ວງສຸກ (ປະລິມານຕາມຈຳນວນທີ່ຕ້ອງການ)

https://www.medicalnewstoday.com/articles/322096.php
medicalnewstoday.com

ວິທີປຸງແຕ່ງ
  1.  ປອກເປືອກໝາກມ່ວງອອກ ແລ້ວລ້າງນ້ຳໃຫ້ສະອາດ. ຈາກນັ້ນເອົາມາຊອຍ ຫຼື ປາດເປັນຕ່ອນນ້ອຍໆ
  2.  ເອົາໝາກມ່ວງທີ່ຊອຍໄວ້ໃສ່ໝໍ້ ຄ້າງດ້ວຍໄຟອ່ອນໆ (ຄົນ ຫຼື ກວນ ໄປເລື້ອຍໆຈົນກ່ວາໝາກມ່ວງຈະໝົດຝອດ). ຈາກນັ້ນປະໄວ້ໃຫ້ເຢັນ ຈິ່ງນຳມາປັ່ນດ້ວຍເຄື່ອງປັ່ນໝາກໄມ້ ເພື່ອໃຫ້ເນື້ອໝາກມ່ວງ ລະອຽດເຂົ້າກັນດີ
  3.  ຫຼັງຈາກນັ້ນ ນຳມາໃສ່ຈານ ຫຼື ພາຊະນະ ໃຫ່ຍນ້ອຍ ແລ້ວແຕ່ຄວາມຕ້ອງການເຮັດເປັນແຜ່ນ ນ້ອຍ - ໃຫ່ຍ, ແລ້ວນຳໄປຕາກແດດ 5-6 ຊົ່ວໂມງ
  4.  ຈາກນັັ້ນ ໃຫ້ລອກປີ້ນອີກດ້ານໜຶ່ງ ແລ້ວນຳໄປຕາກແດດອີກ 1 ມື້
  5.  ນຳເອົາໝາກມ່ວງທີ່ຕາກແຫ້ງດີແລ້ວ ມາມ້ວນເກັບໄວ້ໃນກະປຸກ ຫຼື ຖົງຢາງອັດໃຫ້ແໜ້ນ ສາມາດເກັບໄວ້ໄດ້ດົນ ທັງເຮັດເປັນຂອງຝາກ ຂອງຕ້ອນ ທີ່ປະທັບໃຈ ແລະ ແຊບອີກດ້ວຍ
ຂໍ້ມູນເພີ່ມເຕີມຈາກ ປຶ້ມອາຫານລາວ (ວິທີເຮັດອາຫານເກັບໄວ້ກິນດົນ)

ວີດີໂອແນະນຳຈາກ Kelly Senyei

ການປະກອບສ່ວນ