ໝາກຍົມດອງ

Andy Souvanhphukdee
ໝາກຍົມ ຖ້າຮັບປະທານພໍປະມານຈະເປັນປະໂຫຍດຕໍ່ສຸຂະພາບ ແລະ ຮ່າງກາາຍເຊັ່ນ ແກ້ອາການໄອຕ່າງໆ. ສາມາດຮັບປະທານສົດໆຈາກຕົ້ນ ຫຼື ຈະນຳມາດອງ ເພື່ອເກັບຮັກສາໄວ້ ຮັບປະທານຕາມຕ້ອງການ
ເຮືອນຄົວລາວ
https://www.phakhaolao.la/en
Phakhaolao

ເຄື່ອງປະກອບ
  •  ໝາກຍົມ 1 kg
  •  ນ້ຳຕານ 200 g
  •  ນ້ຳສະອາດ 1 l
  •  ເກືອ 100 g
  •  ນ້ຳປູນໃສ 1 l
  •  ພາຊະນະ ຫຼື ໂຖແກ້ວ ທີ່ມີຝາ ລ້າງໃຫ້ສະອາດ

https://www.123rf.com/stock-photo/star_gooseberry_fruit_phyllanthus_acidus.html?sti=mjfjfm5qfbw5wf8pms|
123rf.com

ວິທີປຸງແຕ່ງ
  1.  ເລືອກໝາກຍົມເອົາແຕ່ໜ່ວຍສົດ, ບໍ່ແຕກ, ລ້າງນ້ຳໃຫ້ສະອາດ, ແລ້ວນຳໄປແຊ່ນ້ຳປູນໃສປະມານ 5 ຊົ່ວໂມງ ແລ້ວລ້າງດ້ວຍນ້ຳສະອາດ, ສະເດັດນ້ຳປະໄວ້
  2.  ໃສ່ນ້ຳຕານ, ເກືອ ແລະ ນ້ຳສະອາດ ລົງໃນໝໍ້, ຕົ້ມໃຫ້ລະລາຍແລ້ວ ປະໄວ້ ໃຫ້ເຢັນ (ເພື່ອໃຊ້ເປັນນ້ຳດອງ)
  3.  ບັນຈຸໝາກຍົມ ທີ່ກຽມໄວ້ ໃສ່ໃນໂຖແກ້ວ ຫຼື ພາຊະນະ ທີ່ກຽມໄວ້. ຈາກນັ້ນ ຖອກນ້ຳດອງໃສ່ໃຫ້ຖ້ວມ ແລ້ວປິດຝາໄວ້ໃຫ້ແໜ້ນ ປະໄວ້ປະມານ 15-20 ວັນ ກໍ່ສາມາດນຳມາຮັບປະທານໄດ້

ຂໍ້ຄວນສັງເກດ

ຮັບປະທານກັບແຈ່ວເກືອ

ຂໍ້ມູນເພີ່ມເຕີມຈາກ ປຶ້ມອາຫານລາວ (ວິທີເຮັດອາຫານເກັບໄວ້ກິນດົນ)

ວີດີໂອແນະນຳຈາກ ประจวบ คำศรี

ການປະກອບສ່ວນ