ໄໝ ແມ່ນຫຍັງ?

Andy Souvanphakdy
ໄໝ ຄື ເສັ້ນໄຍ ຊະນິດໜຶ່ງທີ່ຖືກສາວອອກຈາກຮັງ ຫຼື ຝັກຫຼອກຂອງແມງບີ້ ທີ່ມີຊື່ວິທະຍາສາດວ່າ BOMBYXMORI
ຜະລິດຕະພັນທີ່ເປັນມໍລະດົກຂອງລາວ
phakhaolao.la
phakhaolao.la

ໄໝ ຄື ເສັ້ນໄຍ ຊະນິດໜຶ່ງທີ່ຖືກສາວອອກຈາກຮັງ ຫຼື ຝັກຫຼອກຂອງແມງບີ້ ທີ່ມີຊື່ວິທະຍາສາດວ່າ BOMBYXMORI ໃນຕະກຸນ BOMBYCIDAE ເຊິ່ງມະນຸດເຮົານຳມາລ້ຽງໄວ້ດົນນານແລ້ວ ແລະ ຍັງມີແມງບີ້ຕະກຸນອື່ນໆອີກທີ່ເຮັດຮັງ ແລະ ໃຫ້ເສັ້ນໄຍໄໝ.  ແມງບີ້ໃນຕະກຸນ BOM-BYCIDAE ມີການເຕີບໂຕ ແລະ ຮູບຮ່າງແບບສົມບູນ (Completely Mata-morphosis insect) ເຊິ່ງແບ່ງອອກເປັນ 4 ໄລຍະຄື: ໄລຍະໄຂ່, ໄລຍະຕົວມ້ອນ, ໄລຍະດັກແດ້ ແລະ ໄລຍະສຸດທ້າຍ ແມງບີ້ ເຊິ່ງເຮົາສາມາດສາວເອົາເສັ້ນໄຍຈາກຕົວມ້ອນໃນຊ່ວງໄລຍະທີສາມ ໄລຍະດັກແດ້

ວົງຈອນຊີວິດຂອງຕົວມ້ອນ (ໄໝ)

  • ເລີ່ມຈາກໄຂ່, ຟັກອອກມາເປັນຕົວມ້ອນນ້ອຍ ມີບາງຊະນິດຈະໃຊ້ເວລາຟັກຕົວປະມານ 4-10 ເດືອນ ແຕ່ປັດຈຸບັນມີສູນທົດລອງປູກມອນລ້ຽງມ້ອນ ສາມາດຟັກໄຂ່ທຽມໃຊ້ເວລາພຽງແຕ່ 10-12 ມື້ເທົ່ານັ້ນ.
  • ຫຼັງຈາກທີ່ແຕກອອກມາເປັນຕົວແລ້ວ ມ້ອນນ້ອຍມັກຈະກິນໃບມອນຕະຫຼອດມື້ ແລະ ຕະຫຼອດຄືນ. ຫຼັງຈາກນັ້ນ 7-8 ມື້ ຈະມີປະກົດການຕ່າງໆຂອງວົງຈອນຊີວິດດັ່ງທີ່ຫຼາຍຄົນຮູ້ກັນວ່າ ມ້ອນນອນມ້ອນຕື່ນ ຈົນຢູ່ໄລຍະສຸດທ້າຍຂອງການກິນອາຫານຄື: ມ້ອນສຸກ ມັນຈະເຂົ້າຈໍ ແລະ ຊັກໄຍເຮັດຮັງ
  • ຕໍ່ໍຈາກນັ້ນມ້ອນຈະເຕີບໂຕໃນໄລຍະທີສາມຄື ກາຍເປັນດັກແດ້ ເຊິ່ງໄລຍະນີ້ເອງມະນຸດເຮົາສາມາດເອົາເສັ້ນໄຍຈາກຕົວມ້ອນ.
  • ສ່ວນໄລຍະສຸດທ້າຍດັກແດ້ຈະກາຍເປັນແມງບີ້ ຄືເຈາະຮັງອອກມາເພື່ອປະສົມພັນ.

ເມື່ອກ່ອນຢູ່ລາວນິຍົມລ້ຽງພຽງມ້ອນພັນພື້ນເມືອງເທົ່ານັ້ນ ແຕ່ປະຈຸບັນມີການນຳມ້ອນພັນປະສົມ ແລະ ຈາກຕ່າງປະເທດ ສາມາດອ່ານໄດ້ເພີ່ມເຕີມກ່ຽວກັບຊະນິດພັນໄດ້ທີ່ www.phakhaolao.la

 

ທີ່ມາ: ຫານຊະນະສີສານ, ລາວດິນແດນ ແຫ່ງວັດທະນະທຳ
 

ການປະກອບສ່ວນ