ແໜມໝາກອຶ

Andy Souvanphakdy
ແໜມໝາກອຶ ຊ່ວຍເພີ່ມເສັ້ນໄຍອາຫານ
ເຮືອນຄົວລາວ
phakhaolao.la
phakhaolao.la

ສ່ວນປະສົມ

  • ເຂົ້າ 1 ຖ້ວຍນ້ອຍ
  • ໝາກອຶ ທີ່ຕັດເປັນກ້ອນ 4 ຫຼ່ຽມ 1 ຖ້ວຍນ້ອຍ
  • ໄຂ່ 1 ໜ່ວຍ
  • ເກືອ 1 ຫຍິບ
  • ພິກໄທດຳ ເພື່ອປຸງລົດຊາດ
  • ນ້ຳມັນສຳລັບທອດ
  • ຫອມບົ່ວ 3 ຕົ້ນ
  • ໝາກນາວ
  • ຫອມປ້ອມ 1 ກຳມື 
  • ຫອມລາບ 2-3 ກ້ານ
  • ສຳຫຼັດ 1 ຫົວ
  • ຖົ່ວດິນທີ່ຕຳແລ້ວ 1 ກຳມື

ວິທີປຸງແຕ່ງ

  1. ຫຸງເຂົ້າ ແລະ ຕົ້ມໝາກອຶປະໄວ້
  2. ລ້າງຜັກໃຫ້ສະອາດ ແລເວນຳມາຊອຍ
  3. ຕຳຖົ່ວດິນໃຫ້ມຸ່ນລະອຽດ
  4. ຫຼັງຈາກທີ່ຫຸງເຂົ້າ ແລະ ຕົ້ມໝາກອຶ ຈົນສຸກແລ້ວ ໃຫ້ນຳມາປະສົມເຂົ້າກັນ ໃສ່ເກືອ ແລະ ໄຂ່
  5. ປັ້ນເຂົ້າໃຫ້ເປັນກ້ອນ ແລ້ວນຳໄປທອດ
  6. ປະໄວ້ໃຫ້ເຢັນ ແລເວນຳມາຊາວໃຫ້ມຸ່ນ ໃສ່ຖົ່ວດິນ ໝາກນາວ ແລະ ຕົ້ນຫອມ
  7. ຈັດໃສ່ຈານພ້ອມຮັບປະທານ

ສູດອາຫານ ໂພຊະນາການ

 

 

ການປະກອບສ່ວນ