ແກງໂຈ້

Andy Souvanphakdy
ແກງໂຈ້ ອາຫານພື້ນບ້ານຕິດພັນກັບຮີດຄອງປະເພນີ ຊາວຜູ້ໄທ ແຂວງສະຫວັນນະເຂດ
ເຮືອນຄົວລາວ
phakhaolao.la
phakhaolao.la

ແກງໂຈ້ຖືໄດ້ວ່າເປັນອາຫານພື້ນເມືອງຂອງຊາວຜູ້ໄທແຂວງສະຫວັນນະເຂດ ນິຍົມນຳມາປຸງແຕ່ງ ແລະ ຮັບປະທານເມື່ອຍາມງານບຸນປະເພນີທ້ອງຖິ່ນທີ່ສຳຄັນເຊັ່ນ: ເຮັດບຸນເຮືອນ,ສອງຫລອງປີໃໝ່ເປັນຕົ້ນ

ສ່ວນປະກອບ

  • ກະດູກງົວ ຫຼື ຊີ້ນງົວ
  • ເຂົ້າສານໜຽວ
  • ຫົວສີໄຄ
  • ໝາກເຜັດແຫ້ງ
  • ຜັກນາງເລີດ
  • ຫອມບົ່ວໃບ
  • ເກືອ
  • ແປ້ງນົວ

ວິທີປຸງແຕ່ງ

  1. ຕົ້ມກະດູກ ຫືຼ ຊີ້ນງົວ ປະມານ 2 ຊົ່ວໂມງ ເພື່ອໃຫ້ເປື່ອຍໜ້ອຍໜື່ງ
  2. ລ້າງເຂົ້າສານໜຽວໃສ່ລົງໄປ ໝັ່ນຄົນໄປເລື້ອຍໆເພື່ອບໍໃຫ້ເຂົ້າຕິດກົ້ນໝໍ້,ຕົ້ມໄປເລື້ອຍໆກະວ່າເຂົ້າສຸກດີ
  3. ໃສ່ຜັກນາງເລີດ ແລະ ຫອມບົວໃບ,ກໍ່ປຸງລົດຊາດຕາມໃຈມັກ  ອາດຈະມີລົດຊາບເຜັດນ້ອຍໜື່ງກໍແຊບດີ

 

ທີ່ມາ ນ ວາດສະໜາ ເທບພະວົງສາ ບ້ານນາບໍ ເມືອງເຊໂປນ ແຂວງສະຫວັນນະເຂດ

 

ການປະກອບສ່ວນ