ເຜີຍເຕັກນິກການປູກຜັກບົ່ວຫົວໃຫຍ່

Sakhone INTHAVONG
ເຄີຍປູກຜັກບົ່ວຫົວໃຫຍ່ດ້ວຍວິທີນີ້ ຫຼື ບໍ?
ແນະນຳວິທີເຮັດ
 oogle.com/search?q=bulb+onion&sxsrf=ALeKk00jneM8tv05FMXs2_j02q2xu21G-w:1605259898808&source=lnms&tbm=isch&sa=X&ved=2ahUKEwiTkKmQm__sAhXHMd4KHUNkAIoQ_AUoAXoECA4QAw&biw=1536&bih=698&dpr=1.25#imgrc=8m6YoNffdTrJKM
phakhaolao.la

ຜັກບົ່ວຫົວໃຫຍ່ເປັນອີກໜຶ່ງພືດທີ່ມີລາຄາແພງໃນທ້ອງຕະຫຼາດ ແລະ ໄດ້ຮັບຄວາມນິຍົມບໍລິໂພກຢ່າງກ້ວາງຂວາງ, ສັງເກດຈາກເມນູອາຫານຕ່າງໆຈະມີສ່ວນປະສົມຂອງຫອມບົ່ວໃຫຍ່ ທີ່ນຳມາເປັນເຄື່ອງເທດເພື່ອຫຼຸດກິ່ນຄາວ, ເຮັດໃຫ້ອາຫານມີລົດຊາດແຊບຊ້ອຍຂຶ້ນຕື່ມ ແລະ ທີ່ສຳຄັນຍັງມີຄຸນປະໂຫຍດອີກດ້ວຍ. ການປູກຜັກບົ່ວຫົວໃຫຍ່ຍັງສາມາດສ້າງລາຍໄດ້ໃຫ້ກັບປະຊາຊົນໄດ້ຫຼາຍ, ແຕ່ເຖິງຢ່າງໃດກໍ່ຕາມການທີ່ຈະປູກຜັກບົ່ວຫົວໃຫຍ່ໃຫ້ໄດ້ຜົນຜະລິດສູງ ແລະ ມີຄຸນນະພາບດີນັ້ນຜູ້ປູກຈະຕ້ອງໃຊ້ຄວາມພະຍາຍາມເອົາໃຈໃສ່ເບິ່ງແຍງຢ່າງໃກ້ຊິດ ໂດຍມີຂັ້ນຕອນການປູກມີດັ່ງນີ້:

https://www.google.com/search?q=bulb+onion&oq=Bulb+Onion&aqs=chrome.0.35i39i457j46j0l5j69i61.2156j0j7&sourceid=chrome&ie=UTF-8

 

ແນວພັນຂອງຜັກບົ່ວຫົວໃຫຍ່ ມີ 2 ສາຍພັນຄື:

ພັນກາງເວັນຍາວ (ພັນເບົາ):

ເປັນພັນທີ່ເຫມາະສໍາລັບປູກໃນຊ່ວງທີ່ມີກາງເວັນຍາວ ເຊິ່ງເລີ່ມແຕ່ເດືອນພະຈິກ ຫາ ເດືອນ ເມສາ. ຜັກບົ່ວຫັວໃຫຍ່ຈະມີອາຍຸການເກັບກ່ຽວສັ້ນປະມານ 85-120 ວັນ ຫຼັງການກ້າເມັດ. ສຳລັບການຈະເລີນເຕີບໂຕແມ່ນຢູ່ໃນຊ່ວງທີ່ໄດ້ຮັບແສງ ປະມານ 12-16 ຊົ່ວໂມງ.

ພັນກາງເວັນສັ້ນ (ພັນຫນັກ):

ເປັນພັນກາງເໝາະສຳລັບຊ່ວງທີ່ມີກາງເວັນສັ້ນ ເຊິ່ງເລີ່ມແຕ່ເດືອນພຶດສະພາ ຫາ ຕຸລາ. ຜັກບົ່ວຫົວໃຫຍ່ຈະມີອາຍຸການເກັບກ່ຽວປະມານ 165-180 ວັນ, ສຳລັບການຈະເລີນເຕີບໂຕແມ່ນໃນຊ່ວງທີ່ໄດ້ຮັບແສງ ປະມານ 9-11 ຊົ່ວໂມງ.

ສະພາບດິນຟ້າອາກາດທີ່ເຫມາະສົມ

ຜັກບົ່ວຫົວໃຫຍ່ເຕີບໂຕໄດ້ດີໃນດິນລ່່ວນ, ດິນຊາຍປົນຕົມ ແລະ ດິນຫນຽວ ທີ່ມີອິນຊີວັດຖຸປົນຢູ່ນໍາກໍ່ສາມາດປູກໄດ້ດີເຊັ່ນກັນ ແລະ ມີຄວາມເປັນກົດ-ດ່າງປະມານ 6-8 PH. ຜັກບົ່ວຈະມັກອາກາດກາງວັນອົບອຸ່ນ ສະນັ້ນໃນຊ່ວງກາງເດືອນທັນວາຄວນກຽມດິນໃຫ້ຮຽບຮ້ອຍເພື່ອຈະໄດ້ເລີ່ມລົງມືປູກໃນທ້າຍເດືອນທັນວາ.

ການກຽມດິນ

ຖ້າປູກເປັນແປງໃຫຍ່ຕ້ອງກຽມດິນໂດຍການໄຖແລ້ວໄວ້ຕາກປະມານ 1-2 ຄັ້ງ ພ້ອມກໍາຈັດວັດຊະພືດອອກ ແລະ ກ່ອນທີ່ຈະປູກຄວນໃສ່ຝຸ່ນຄອກ ແລະ ຝຸ່ນເລັ່ງສູດ 15-15-15 ປະມານ 25-30 ກລ/ໄລ່.

ຂັ້ນຕອນການປູກ ຜັກບົ່ວຫົວໃຫຍ່ນິຍົມປູກ 2 ວິທີຄື:

ການການໃຊ້ມັດປູກ:

ຫຼັງຈາກທີ່ໄດ້ກຽມເມັດພັນມາແລ້ວແມ່ນນຳມາຢອດເມັດລົງໃສ່ແປງດິນທີ່ກຽມໄວ້ແລ້ວໃຫ້ເປັນແຖວ, ຂຸມລະ 1-3 ເມັດ, ໃນອັດຕາປະມານ 450 ກຣາມ/ໄລ່ ທັງນີ້ກໍຂື້ນກັບຄຸນນະພາບ ແລະ ແນວພັນທີ່ໃຊ້ປູກ, ສ່ວນການຢອດເມັດແມ່ນໄຖດິນໃຫ້ເປັນຮ່ອງຍາວ ໄລຍະຫ່າງຂອງແຖວ 15-20 ຊມ ໂດຍໃຫ້ເມັດຫ່າງກັນປະມານ 10 ຊມ ແລະ ເລິກປະມານ 2.5 ຊມ ແຕ່ຖ້າເປັນດິນຊາຍຄວນເລິກປະມານ 5 ຊມ, 

ການປູກແບບກ້າເບ້ຍແລ້ວຍ້າຍກ້າປູກ:

ການກ້າເບ້ຍ

ກ່ອນອື່ນຕ້ອງໄດ້ກະກຽມດິນກ່ອນດ້ວຍການເຮັດເປັນຮ່ອງຍາວຫ່າງກັນປະມານ 10 ຊມ, ຫຼັງຈາກນັ້ນນໍາເມັດມາຢອດໃສ່ໃຫ້ໄດ້ໄລ່ຍະຫ່າງປະມານ 2 ຊມ ແລ້ວຖົມດ້ວຍດິນຫນາປະມານ 1 ຊມ ຈາກນັ້ນນຳເຟືອງມາຄຸມໄວ້ ແລະ ຫົດນໍ້າໃຫ້ຊຸ່ມດີ.  ເມື່ອຜ່ານໄປປະມານ 4-5 ວັນເມັດຈະເລີ່ມງອກ, ໃນໄລຍະນີ້ຄວນຫົດນ້ຳທຸກວັນປະມານ 1-2 ຄັ້ງ/ວັ, ເມື່ອອາຍຸໄດ້ປະມານ 40-45 ວັນ ຈຶ່ງຍ້າຍໄປປູກ.

ການຍ້າຍໄປປູກ

ການຍ້າຍເບ້ຍທີ່ເໝາະສົມແມ່ນ ຕົ້ນມີໃບ 4-5 ໃບ ຫຼື ມີອາຍຸຫຼັງກ້າປະມານ 40-45 ວັນ, ຫ້າມໃຊ້ເບ້ຍທີ່ມີອາຍຸແກ່ກວ່ານີ້ ເພາະຈະເຮັໃຫ້ເບ້ຍບໍ່ສົມບູນ. ການນຳໄປປູກແມ່ນໃຫ້ມີໄລຍະຫ່າງລະຫວ່າງຕົ້ນປະມານ 10-15 ຊມ, ສ່ວນໄລຍະຫ່າງລະຫວ່າງໜານແມ່ນ 15-20 ຊມ, ຫຼັງຈາກນັ້ນຈຶ່ງນຳເອົາເຟືອງມາປົກຄຸມໃສ່ເງົ້າຕາມຄວາມຍາວຂອງຫນານ.

https://www.google.com/search?q=bulb+onion&oq=Bulb+Onion&aqs=chrome.0.35i39i457j46j0l5j69i61.2156j0j7&sourceid=chrome&ie=UTF-8

 

ການໃສ່ຝຸ່ນ

ການໃສ່ຝຸ່ນຕ້ອງເລີ່ມໃສ່ນັບແຕ່ຂັ້ນຕອນການກຽມດິນດັ່ງທີ່ໄດ້ກ່າວມາຂ້າງເທິງນັ້ນ, ພາຍຫຼັງປູກແລ້ວປະມານ 2 ອາທິດຕ້ອງເລີ່ມໃສ່ຝຸ່ນສູດ 15-15-15 ຈໍານວນ 20 ກິໂລຕໍ່ໄລ່, ສ່ວນຄັ້ງທີ 2 ໃສ່ເມື່ອອາຍຸໄດ້ປະມານ 45 ວັນໂດຍ ໃຊ້ສູດ 12-12-24 ອັດຕາ 25 ກິໂລ/ໄລ່, ແລະ ທີ່ສຳຄັນຄວນໃສ່ຝຸ່ນຄອກເພື່ອເພີ່ມວັດຖຸອິນຊີໃນດິນໃຫ້ຫຼາຍຂຶ້ນ.

ການໃຫ້ນ້ຳ

  • ການໃຫ້ນ້ຳສໍາລັບວິທີປູກແບບຫວ່ານນັ້ນໃນຊ່ວງ 1-2 ອາທິດທໍາອິດຄວນໃຫ້ວັນລະ 1 ຄັ້ງ ຈາກນັ້ນຈຶ່ງເວັ້ນມື້ຫົດຈົນກວ່າຕົ້ນຈະມີອາຍຸປະມານ 1 ເດືອນຈຶ່ງໃຫ້ນ້ຳປະມານ 3-5 ຄັ້ງ/ອາທິດ.
  • ການໃຫ້ນ້ຳສໍາລັບວິທີປູກດ້ວຍກ້າເບ້ຍແມ່ນໃນຊ່ວງ 2-3 ວັນທໍາອິດໃຫ້ນ້ຳມື້ລະ 1 ຄັ້ງ, ຈາກນັ້ນຕ້ອງເວັ້ນມື້ໃຫ້. ເມື່ອໄດ້ປະມານ 1-2 ອາທິດຈາກນັ້ນຕົ້ນກ້າຈະສາມາດຕັ້ງໂຕໄດ້ ແລ້ວ ຈຶ່ງຕ້ອງໃຫ້ 3-5 ຄັ້ງ/ອາທິດ ຈົນເຖິງລະດູເກັບກຽ່ວ. (ກ່ອນເກັບຫົວຜັກຫອມຕ້ອງງົດໃຫ້ນ້ໍາ 2-3 ອາທິດກ່ອນ).

ການເກັບກ່ຽວ:

  • ອາຍຸເກັບກ່ຽວຂອງ ພັນຫນັກແມ່ນ 165-180 ວັນຫຼັງປູກ.
  • ສ່ວນອາຍຸເກັບກ່ຽວຂອງ ພັນເບົາແມ່ນ 80-120 ວັນ.

ການສັງເກດຜັກຫອມບົ່ວຫົວໃຫຍ່ທີ່ພ້ອມເກັບກ່ຽວ:

  • ໃບຈະກາງອອກ, ໂນ້ມລົງດິນ, ໃບຈະເປັນສີເຫຼືອງຈາກນັ້ນປ່ຽນເປັນສີເທົາ ແລະ ຫ່ຽວ.
  • ເປືອກຫຸ້ມຫົວດ້ານນອກແຫ້ງ ແລະ ມີສີນ້ຳຕານ.
  • ຖ້າໃຊ້ມືບີບລໍາຕົ້ນທີ່ຢູ່ເທິງຫົວຈະຮູ້ສຶກນຸ້ມ ແລະ ລໍາຕົ້ນບໍ່ແຫນ້ນ.

ວິທີເກັບກ່ຽວ:

ການເກັບກ່ຽວແມ່ນໃຊ້ມືດຶງຫົວ ແລະ ລໍາຕົ້ນຂຶ້ນຈາກນັ້ນກໍຕັດລໍາຕົ້ນຖີ້ມຈົ່ງໄວ້ປະມານ 1.5-3 ຊມ, ຫຼັງຈາກນັ້ນຄວນນໍາເກັບໄວ້ບ່ອນທີ່ມີອາກາດຖ່າຍເທສະດວກ ແລະ ຖ້າເກັບໃສ່ຖົງປຸ໋ຍຕ້ອງເຈາະຮູລະບາຍອາກາດກ່ອນຈະນໍາໄປຂາຍ.

ທັງໝົດທີ່ກ່າວມາຂ້າງເທິງລ້ວນແຕ່ສິ່ງທີ່ມີໂຫຍດຫຼາຍ ເພາະເຮົາສາມາດຖືເປັນອາຊີບຫຼັກ ຫຼື ອາຊີບເສີມ ທີ່ສາມາດສ້າງລາຍໄດ້ຈາກການປູກຜັກເພື່ອຈຳໜ່າຍຕາມທ້ອງຕະຫຼາດ.

https://www.google.com/search?q=bulb+onion&oq=Bulb+Onion&aqs=chrome.0.35i39i457j46j0l5j69i61.2156j0j7&sourceid=chrome&ie=UTF-8

 

ທີ່ມາ: ປື້ມຄູ່ມືການປູກຜັກສວນຄົວ (ຜັກປະເພດເປັນຫົວ)

ການປະກອບສ່ວນ