ເຂົ້າໜົມແນບ

Andy Souvanhphukdee
ເຂົ້າໜົມແນບ ໜຶ່ງໃນເມນູອາຫານດັ່ງເດີມຂອງຊາວລາວ ເຊິ່ງຕິດພັນກັບປະເພນີ ແລະ ງານບຸນຕ່າງໆໃນລາວ, ນອກນັ້ນ ຍັງເຕັມໄປດ້ວຍຄຸນຄ່າທາງໂພຊະນາການຕ່າງໆເຊັນໂປຼຕີນ ແລະ ວິຕາມິນ
ເຮືອນຄົວລາວ
phakhaolao.la

ຂໍ້ມູນດ້ານໂພຊະນາການ
  •  ໂປຼຕີນ 32.7
  •  ໄຂມັນ 35.7
  •  ແຄວຊຽມ 283
  •  ທາດເຫຼັກ 11.3
  •  ວິຕາມິນ 904
  •  ວິຕາມິນຊີ 7

ສ່ວນປະກອບ
  •  ໝາກພ້າວຂູດມຸ່ນ 500 g
  •  ໃບຕອງ 20 ໃບ
  •  ນ້ຳມັນ 50 g
  •  ນ້ຳຕານ 125 g
  •  ນ້ຳ 2.5 L
  •  ແປ້ງເຂົ້າໜຽວ 500 g
  

ວິທີປຸງແຕ່ງ
  1.  ຄ້າງໝໍ້ ເພື່ອຂົ້ວໝາກພ້າວ, ໃສ່ນຳຕານ
  2.  ປະສົມແປ້ງກັບນ້ຳ ຄັ້ນໃຫ້ເຂົ້າກັນ, ແລ້ວປັ້ນເປັນກ້ອນ ຂະໜາດຕາມຕ້ອງການ
  3.  ນຳໝາກພ້າວຂົ້ວຍັດໃສ່ໃນກ້ອນແປ້ງ, ແລ້ວນຳມາຫໍ່ດ້ວຍໃບຕອງ
  4.  ນຳໄປໜຶ້ງ 30 ນາທີ 

ການປະກອບສ່ວນ