ເຂົ້າໄກ່ນ້ອຍ

Andy Souvanhphukdee
ເຂົ້າໄກ່ນ້ອຍຊັບສິນທາງປັນຢາຂອງແຂວງຊຽງຂວາງ ແລະ ຫົວພັນ
ຊີວະນາໆພັນກະສິກຳ
phakhaolao. la

"ເຂົ້າ" ອາຫານຈານຫຼັກ ແລະ ຕົ້ນກຳເນີດອັນຍິ່ງໃຫ່ຍສູ່ຜະລິດຕະພັນທີ່ຫຼາກຫຼາຍເຊິ່ງໄດ້ມາຈາກເຂົ້າ ບໍ່ວ່າຈະເປັນປະເພດແປ້ງ, ອາຫານຫວ່າງ, ເຂົ້າໜົມຕ່າງໆ

ປະເທດລາວ ເປັນປະເທດໜຶ່ງທີ່ມີເຂົ້າຫຼາກຫຼາຍສາຍພັນ ໂດຍສະເພາະເຂົ້າໄກ່ນ້ອຍ.

ອີງຕາມການສຶກສາຄົ້ນຄວ້າໃນປັດຈຸບັນ ສາມາດຄົ້ນພົບສາຍພັນເຂົ້າໄກ່ນ້ອຍໄດ້ແລ້ວ 8 ສາຍພັນເຊັ່ນ: ເຂົ້າໄກ່ນ້ອຍແດງ, ເຂົ້າໄກ່ນ້ອຍແດງດໍ, ເຂົ້າໄກ່ນ້ອຍແດງປີ (ເຂົ້າໄກ່ນ້ອຍຂາວ), ເຂົ້າໄກ່ນ້ອຍແດງເມັດໃຫ່ຍ, ເຂົ້າໄກ່ນ້ອຍເຫຼືອງ, ເຂົ້າໄກ່ນ້ອຍດຳແຊກ, ເຂົ້າໄກ່ນ້ອຍແຊກ, ແລະ ເຂົ້າໄກ່ນ້ອຍລາຍ

  • ເຂົ້າໄກ່ນ້ອຍລາຍດຳຖືກຈັດເປັນສາຍພັນທີ່ມີລົດຊາດແຊບທີ່ສຸດ ເພາະມີກິ່ນຫອມ ແລະ ບໍ່ຫວານຫຼາຍ, ແຕ່ໜ້າເສຍດາຍທີ່ການປູກເຂົ້າໄກ່ນ້ອຍລາຍດຳມີພຽງ 3% ຂອງພື້ນທີ່ປູກເຂົ້າໄກ່ນ້ອຍທັງໝົດ.
  •  ສາຍພັນທີ່ນິຍົມປູກຫລາຍແມ່ນເຂົ້າໄກ່ນ້ອຍເຫຼືອງ ຍ້ອນວ່າໄດ້ຜົນລະລິດ ແລະ ຄຸນນະພາບສູງ.

ເຂົ້າໄກ່ນ້ອຍມີຈຸດພິເສດສະເພາະ ທີ່ແຕກຕ່າງຈາກສາຍພັນອື່ນໆ ບໍ່ວ່າຈະເປັນທາງດ້ານກິ່ນ, ລົດຊາດ ຫຼື ສະຖານທີ່ປູກ
ເຂົ້າໄກ່ນ້ອຍມີລົດຊາດຫວານນຸ່ມ ແລະ ກິ່ນຫອມ, ກິນແຊບເໝາະກັບອາກາດເຢັນ ໃນລະດູໜາວ


ເຂົ້າໄກ່ນ້ອຍສາມາດປູກໄດ້ດີມີຄຸນນະພາບ, ເຊິ່ງໄດ້ຖືກຈົດຂຶ້ນທະບຽນເຂົ້າເປັນຊັບສິນທາງປັນຢາ GI ຢູ່ສອງແຂວງຫຼັກຄື: ແຂວງຊຽງຂວາງ ແລະ ຫົວພັນ ເນື່ອງຈາກເປັນແນວພັນເຂົ້າທີ່ມັກອາກາດເຢັນ.

  • ແຂວງຊຽງຂວາງມີເມືອງທີ່ສາມາດປູກເຂົ້າໄກ່ນ້ອຍໄດ້ຄຸນນະພາບດີເຊັ່ນ: ເມືອງຄູນເມືອງແປກ, ເມືອງຜາໄຊ ແລະ ເມືອງພູກູດ.
  • ແຂວງຫົວພັນ ມີການປູກເຂົ້າໄກ່ນ້ອຍແບບກະແຈກກະຈາຍ ຕາມຄວາມນິຍົມ ແລະ ເງື່ອນໄຂຕາມທຳມະຊາດ, ເຂົ້າໄກ່ນ້ອຍເຫຼືອງຈະກວມພື້ນທີ່ປູກ 67% ຂອງພື້ນທີ່ປູກເຂົ້າຂອງແຂວງຫົວພັນ.

ການປູກເຂົ້າໄກ່ນ້ອຍເປັນສິ່ງທີ່ຕິດພັນກັບຮີດຄອງປະເພນີຂອງປະຊາຊົນຊາວຊຽງຂວາງ ຖືໄດ້ວ່າເປັນໜຶ່ງໃນມໍລະດົກສືບທອດຕໍ່ກັນມານັບຕັ້ງແຕ່ອາດີດຈົນເຖິງປະຈຸບັນ, ມັກຈະຖືກນຳໃຊ້ເຂົ້າໃນງານແຕ່ງດອງ, ສູ່ຂັວນ ແລະ ບຸນປະເພນີຕ່າງໆ.


ໃນແຕ່ລະປີຫຼັງຈາກເກັບກ່ຽວເຂົ້າແລ້ວ ຈະມີການຈັດງານບຸນເຂົ້າໄກ່ນ້ອຍຊຽງຂວາງຂຶ້ນ ຕາມຮີດຄອງປະເພນີ.


ປັດຈຸບັນສາມາດຫາຊື້ເຂົ້າໄກ່ນ້ອຍໃນນະຄອນຫຼວງວຽງຈັນໄດ້ແລ້ວ
ທີ່ຮ້ານ ດັກແດ້ ຮ່ອມ4, ບ້ານໂພນສີນວນ, ເມືອງສີສັດຕະນາກນະຄອນຫຼວງວຽງຈັນ

 

Phakhaolao.la


 

 

ການປະກອບສ່ວນ