ເຂົ້າຫຼາມເຂົ້າໃໝ່

Andy Souvanhphukdee
ເຂົ້າຫຼາມເຂົ້າໃໝ່ ສັນຍາລັກແຫ່ງລະດູເກັບກ່ຽວ ນິຍົມເຮັດເພື່ອສະເຫຼີມສະຫຼອງສຳເລັດການເກັບກ່ຽວເຂົ້າ
ເຮືອນຄົວລາວ
phakhaolao.la

ສ່ວນປະກອບ

  • ເຂົ້າໜຽວເຂົ້າໃໝ່
  • ເຜືອກ
  • ໝາກພ້າວແກ່ (ໝາກພ້າວແກ່ ຈະຊ່ວຍເພີ່ມຄວາມຫວານມັນໃຫ້ລົດຊາດເຂົ້າຫຼາມໄດ້) ຫຼື ກະທິສຳເລັດຮູບ
  • ໄມ້ໄຜ່ເຂົ້າຫຼາມ (ເລືອກສະເພາະລຳທີ່ແກ່ເທົ່ານັ້ນ ເພື່ອເວລາເຜົາໄມ້ຈະບໍ່ແຕກ)
  • ນ້ຳຕານ
  • ເກືອ

ວິທີການກະກຽມ

  1. ກະກຽມເຂົ້າ: ມ່າເຂົ້າປະໄວ້ປະມານ1-2 ຊົ່ວໂມງ (ສຳລັບເຂົ້າໃໝ່ເທົ່ານັ້ນ), ຫຼັງຈາກນັ້ນໃຫ້ນຳເຂົ້າໃສ່ໄຫ ປ່ອຍໃຫ້ສະເດັດນ້ຳ ຈົນແຫ້ງ
  2. ກະກຽມໝາກພ້າວ: ນຳໝາກພ້າວມາຂູດ ແລະ ຄັ້ນເອົານ້ຳກະທິ ຫຼັງຈາກນັ້ນໃຫ້ປຸງນຳກະທິດ້ວຍເກືອ ແລະ ນ້ຳຕານທີ່ຕຽມໄວ້
  3. ກະກຽມເຜືອກ: ປອກເຜືອກ ແລ້ວນຳມາຝັກ ແລະ ຊອຍເປັນຕ່ອນນ້ອຍໆບາງໆ

ວິທີປຸງແຕ່ງ

  1. ນຳເຂົ້າ ແລະ ເຜືອກມາປະສົມເຂົ້າກັນ ແລ້ວເທໃສ່ໃນບັ້ງໄຜ່ທີ່ຕຽມໄວ້ໃຫ້ເຕັມ
  2. ເທນ້ຳກະທິໃສ່ໃນບັ້ງເຂົ້າ
  3. ນຳໄປເຜົາໄຟ ໃຊ້ເວລາເຜົາປະມານ 2-3 ຊົ່ວໂມງ
  4. ປອກເປືອກໄຟໄໝ້ ອອກໃຫ້ໝົດກ່ອນຮັບປະທານ (ບາງທ້ອງຖິ່ນ ນິຍົມນຳມາທຸບກ່ອນ ເພື່ອງ່າຍເວລາປອກ)

ສຳເລັດແລ້ວວິທີການເຮັດເຂົ້າຫຼາມເຂົ້າໃໝ່ ສູດພາເຂົ້າລາວ ຢ່າລືມພາກັນລອງເຮັດເບິ່ງເດີ່

 

 

ການປະກອບສ່ວນ