ເຂົ້າຕົ້ມໝູ

Andy Souvanphakdy
ເຂົ້າຕົ້ມ ອາຫານພື້ນເມືອງ
ເຮືອນຄົວລາວ
phakhaolao.la

ສ່ວນປະກອບ

  • ເຂົ້າສານ (ເຂົ້າໜຽວ 5 ກິໂລ)

  • ຖົ່ວເຫຼືອງ 1 ກິໂລ

  • ຊີ້ນໝູ 1 ກິໂລ

  • ຫົວຜັກບົ່ວ 1 ກິໂລ

  • ສະອິ້ວ 1 ຈອກກາເຟ

  • ເກືອ 1 ບ່ວງແກງ

  • ນໍ້າຕານ 1 ຈອກກາເຟ

ວິທີປຸງແຕ່ງ

  • ແຊ່ຖົ່ວເຫຼືອງ ແລະ ມ່າເຂົ້າໄວ້ 4 ຊົ່ວໂມງ
  • ເທນໍ້າອອກຈາກຖົ່ວເຫຼືອງ ແລະ ເຂົ້າ
  • ຄ້າງໝໍ້ໜຶ້ງ ເພື່ອໜຶ້ງຖົ່ວເຫຼືອງ ໃຊ້ເວລາປະມານ 40-60 ນາທີ ຫຼັງຈາກນັ້ນກໍເທອອກຈາກໝໍ້ປະໄວ້ໃຫ້ເຢັນ

ຂັ້ນຕອນການກະກຽມຊີ້ໝູ

  • ຊອຍຫົວຜັກບົ່ວແດງ 1 ຫົວ ແລ້ວນຳໄປຊົ້ວໃສ່ກັບຊີ້ນໝູ, ເຊັ່ນດຽວກນ ປະໄວ້ໃຫ້ເຢັນ

ຂັ້ນຕອນການກະກຽມຖົ່ວເຫຼືອງ

  • ປະສົມຖົ່ວເຫຼືອງທີ່ເຢັນແລ້ວໃສ່ກັບຊີ້ນໝູ ປຸງຣົດຊາດດ້ວຍນໍ້າຕານ 8 ບ່ວງແກງ ແລະ ສະອິ້ວ 2 ບ່ວງແກງ
  • ປັ້ນເປັນກ້ອນມົນຍາວ

ຂັ້ນຕອນການກຽມເຂົ້າ

  • ເຮັດໃຫ້ເຂົ້າແຫ້ງ ໂດຍການເທນໍ້າອອກຈາກເຂົ້າ
  • ປະສົມເຂົ້າໃສ່ກັບຊີ້ນໝູ ເຄິ່ງໜຶ່ງທີ່ເຫຼືອ ໃສ່ຫົວຜັກບົ່ວຊອຍ ແລະ ປຸງຣົດຊາດດ້ວຍນໍ້າຕານ 10 ບ່ວງແກງ, ສະອິ້ວ 10 ບ່ວງແກງ, ແລະ ເກືອ 1 ບ່ວງແກງ

ຂັ້ນຕອນການຫໍ່

  • ກຽມໃບຕອງ ຕັດເປັນແຜ່ນຂະໜາດ 4*4 ແລະ ໄມ້ຕອກບາງ 0,5 ຊມ ແລະ ຍາວ 60 ຊມ
  • ໃຊ້ໃບຕອງສອງໃບຍອງກັນ ​(ລາຍລະອຽດເບິ່ງໄດ້ທີ່ວີດີໂອຂ້າງເທິງ)
  • ໃສ່ເຂົ້າ 2 ບ່ວງແກງ ແລະ ຖົ່ວເຫຼືອງ 1 ກ້ອນ ສຳລັບ 1 ຫໍ່
  • ຫຼັງຈາກນັ້ນກໍນຳໄປຕົ້ມ (ໃຊ້ເວລາຢ່າງໜ້ອຍ 5 ຊົ່ວໂມງ)

 

ການປະກອບສ່ວນ