ເຂົ້າຕົ້ມຖົ່ວດຳ
ເຂົ້າຕົ້ມ ເປັນອາຫານດັ້ງເດີມທີ່ຕິດພັນກັບຫຼາກຫຼາຍປະເພນີໃນລາວ, ນອກນັ້ນຍັງມີຫຼາກຫຼາຍລົດຊາດໃຫ້ເລືອກຮັບປະທານໄດ້ ໂດຍສະເພາະເຂົ້າຕົ້ມຖົ່ວດຳ ເຊິ່ງມີຄຸນຄ່າທາງໂພຊະນາການຫຼາຍຢ່າງ
ເຮືອນຄົວລາວ

takemetour.com
ເຄື່ອງປະກອບ
• ເຂົ້າ 1 kg
• ຖົ່ວດຳ 3 g
• ເກືອ 1 ບ່ວງຊາ
ສຳລັບ 10 ໜ່ວຍ
ວິທີປຸງແຕ່ງ
1. ແຊ່ ຫຼື ມ່າຖົວດຳ 1 ຄືນ
2. ຫຼັງຈາກແຊ່ຖົ່ວແລ້ວ ໃຫ້ເທນ້ຳອອກໃຫ້ໝົດ ແລະ ລ້າງອີກນໍ້າໜຶ່ງ ເພື່ອນຳໄປຕົ້ມ ໃຊ້ເວລາໃນການຕົ້ມຢ່າງນ້ອຍ 1 ຊົ່ວໂມງ ຫຼື ຈົນກ່ວາ ຖົ່ວສຸກ
3. ມ່າເຂົ້າໄວ້ປະມານ 2 ຊົ່ວໂມງ, ເທນ້ຳອອກໃຫ້ໝົດ ແລ້ວນຳໄປປະສົມກັບຖົ່ວດຳທີ່ຕົ້ມສຸກແລ້ວ, ຕາມດ້ວຍເກືອ.
4. ເຊັດໃບຕອງໃຫ້ສະອາດ, ກຽມໃຫ້ເປັນຮູບສີ່ແຈສາກ ແລ້ວຕັກໝາກຖົ່ວພ້ອມເຂົ້າທີ່ປຸງໄວ້ ໃສ່ 2 ບ່ວງແກງ ກ່ອນທີ່ຈະຫໍ່. ເວລາມັດ ໃຫ້ມັດ 2 ໜ່ວຍຕິດກັນ
5. ໃສ່ເຂົ້າຕົ້ມຫໍ່ລົງໝໍ້ເພື່ອຕົ້ມ ປະມານ 2 ຊົ່ວໂມງຈົນກ່ວາຈະສຸກ
ຄຸນຄ່າທາງໂພຊະນາການ
- 327 ແຄລໍຣີ/ຖົ່ວດຳ100 ກຼາມ
- ໂປຣຕີນສູງ 20.9 g/100 g
- ແຄຊຽມສູງ (200 mg)
- ທາດເຫຼັກ (10.9 mg).
ຂໍ້ມູນເພີ່ມເຕີມຈາກ Agrisud International