ຫມ້ຽງ

Andy Souvanhphukdee
ຫມ້ຽງອາຫານວ່າງພື້ນເມືອງຂອງຊາວລາວ ເປັນທີ່ຮູ້ຈັກ ແລະ ໄດ້ຮັບຄວາມນິຍົມມານັບຕັ້ງແຕ່ປູ່ຍ່າຕາຍາຍ
ເຮືອນຄົວລາວ
Phakhaolao.la
phakhaolao. la

ຫມ້ຽງມີຫຼາຍປະເພດ ບໍ່ວ່າຈະເປັນຫມ້ຽງຫົວສີໄຄ ແລະ  ຂໍ້ດີຂອງການກິນຫມ້ຽງຄື ຊ່ວຍໃຫ້ເຮົາມີສຸຂະພາບດີເປັນອາຫານສຳລັບຄົນຮັກສຸຂະພາບເລີຍກໍວ່າໄດ້ ເພາະຫມ້ຽງໜຶ່ງຄຳປະກອບໄປດ້ວຍພືດຜັກສະໝຸນໄພຫຼາກຫຼາຍຊະນິດ ບໍ່ວ່າຈະເປັນ ຫົວສີໄຄ, ໝາກເຜັດ, ກະທຽມ, ໃບໝາກໝີ້ເຍົາເປັນຕົ້ນ.

ສ່ວນປະສົມໝ້ຽງຫົວສີໄຄ

  • ຫົວສີໄຄຊອຍ 8-10 ຫົວ
  • ໝາກເຜັດ 2-3 (ຫຼື ໃສ່ຕາມຕ້ອງການ)
  • ກະທຽມ 2 ກີບ
  • ເກືອ ½ ບ່ວງຊາ

ວິທີປຸງແຕ່ງ

  1. ໃສ່ຫົວສີໄຄ, ໝາກເຜັດ, ກະທຽມ ແລະ ເກືອ ລົງຄົກແລ້ວຕໍາໃຫ້ມຸ່ນ
  2. ຕັກໃສ່ຖ້ວຍ ສາມາດນຳໄປກິນກັບຜັກໄດ້ເລີຍ

ຜັກສຳລັບພັນໝ້ຽງ

  • ໃບໝາກໝີ້ເຍົາ
  • ຍອດມັນຕົ້ນ
  • ໃບອ່ອນໝາກຖົ່ວ
  • ໝາກກ້ວຍອ່ອນ (ຊອຍເປັນຕ່ອນນ້ອຍບາງໆ)
  • ໝາກນາວ (ລ້າງໃຫ້ສະອາດ ແລ້ວຊອຍເປັນຕ່ອນນ້ອຍບາງ)

ຄຳແນະນຳ:

  • ສາມາດໃຊ້ຜັກພັນໄດ້ຫຼາກຫຼາຍຊະນິດ ແລ້ວແຕ່ຄວາມມັກ ແລະ ຄວາມຕ້ອງການຂອງແຕ່ລະຄົນ
  • ສາມາດນຳຍອດມັນຕົ້ນໄປລວກກ່ອນໄດ້ ຖ້າຕ້ອງການ
ການປະກອບສ່ວນ