ສຽງຮ້ອງຂອງແມງຈັກຈັ່ນ

Sakhone INTHAVONG
ເປັນຫຍັງຈັກຈັ່ນຈຶ່ງຮ້ອງ
ສຽງຂອງຈັກຈັ່ນເປັນສັນຍານບົ່ງບອກເຖິງລະດູແລ້ງມາຮອດແລ້ວແລ້ວເຮົາຮູ້ບໍ່ວາເປັນຫຍັງຈັກຈັ່ນຈຶ່ງຮ້ອງດ້ວຍສຽງປະສານທີ່ດັງກ້ອງຢູ່ໃສກໍໄດ້ຍິນ
ຊີວະນາໆພັນກະສິກຳ
phakhaolao.la
phakhaolao.la

ຍ້ອນຫຍັງຈັກຈັ່ນຈຶ່ງຮ້ອງ?

ສຽງຮ້ອງຂອງຈັກຈັ່ນທີ່ເຮົາໄດ້ຍິນນັ້ນແມ່ນສຽງເພດຜູ້ເພື່ອຮຽກຮ້ອງຄວາມສົນໃຈຈາກເພດແມ່ເພື່ອຫາຄູ່ປະສົມພັນ ໃນຊ່ວງລະດູຮ້ອນ ຫຼັງຈາກປະສົມພັນແລ້ວມັນກໍະຕາຍ. ຊີວິດສ່ວນໃຫຍ່ຂອງແມງຈັກຈັ່ນແມ່ນຈະເປັນຕົວອ່ອນທີ່ຝັກຢູ່ໃນບໍລິເວນດິນຊຸ່ມ ຫຼື ອາໄສຢູ່ໃນຮາກໄມ້ໃຫຍ່ໂດຍອາໄສດູດນ້ຳຈາກຮາກໄມ້ເພື່ອເປັນອາຫານ ແລ້ວມັນກໍຈະຄ່ອຍຂະຫຼາຍຕົວແລ້ວລອກຄາບ ແລະ ປົ່ງປີກອອກມາ.

ສຽງຂອງຈັກຈັ່ນເພດຜູ້ເປັນສິ່ງທີ່ບົ່ງບອກເຖິງຮ່າງກາຍມີຄວາມສົມບູນໜ້ອຍຫຼາຍພຽງໃດ ເຊິ່ງສະແດງອອກໂດຍຜ່ານຄວາມແຮງຂອງສຽງ, ທຳນອງ ແລະ ຄວາມມ່ວນ ເມື່ອເພດແມ່ໄດ້ຍິນມັນກໍຈະເລືອກປະສົມພັນກັບຕົວທີ່ມັນເພິ່ງພໍໃຈທີ່ສຸດ. ນອກຈາກການຮ້ອງເພື່ອຫາຄູ່ປະສົມພັນແລ້ວຈັກຈັ່ນຍັງໃຊ້ສຽງເພື່ອສົ່ງສັນຍານເຖິງຄວາມອັນຕະລາຍ, ເພື່ອຄັດຄ້ານ, ສຽງທີ່ສະແດງເຖິງຄວາມເພິ່ງພໍໃຈ ແລະ ສະແດງເຖິງຄວາມຂົມຂູ່.

ສຽງຂອງຈັກຈັ່ນເກີດຈາກໃສ?

ຈັກຈັ່ນສາມາດຮ້ອງໄດ້ພຽງເພດຜູ້ ສ່ວນເພດແມ່ມບໍ່ມີກ່ອງສຽງ. ກ່ອງສຽງຂອງເພດຜູ້ນັ້ນຈະມີຢູ່ທ້ອງທັງສອງເບື້ອງລະຄູ່ ໂດຍດ້ານນອກລັກສະນະເປັນຮູບເຄິ່ງວົງມົນຄູ່ໜຶ່ງ ສ່ວນດ້ານໃນຈະມີເນື້ອເຍື່ອບາງໆລັກສະນະຄ້າຍຄືໜັງໜ້າກອງທີ່ເຊື່ອມກັບກ້າມເນື້ອພາຍໃນຕົວຈັກຈັ່ນ ເມື່ອໃດຫາກກ້າມເນື້ອເກີດການຍືດຫົດຕົວກໍຈະເກີດມີການສັ່ນແລ້ວເຮັດໃຫ້ເກີດມີສຽງ.

 

ທີ່ມາhttps://www.scimath.org

ການປະກອບສ່ວນ