ວິທີການລ້ຽງແມງໄມ້ແບບຍືນຍົງ

Andy Souvanphakdy
ການລ້ຽງແມງໄມ້ເປັນວິທີການເຮັດກະສິກຳທີ່ຂ້ອນຂ້າງໃໝ່ຢູ່ ສປປ ລາວ, ປະຈຸບັນນີ້ສ່ວນໃຫ່ຍຈະມີການລ້ຽງແມງໄມ້ຢູ່ສອງຊະນິດ, ຈິ້ງຫຼີດພື້ນບ້ານ (Acheta domesticus) ແລະ ຈິ້ງຫຼີດສາຍພັນອາເມລິກາ ຫຼື ຈິ້ງໂປມ (Gryllus bimacalutus) ເຊິ່ງຈິ້ງຫຼີດພື້ນບ້ານໄດ້ຮັບຄວາມນິຍົມຫຼາຍກວ່າຈິ້ງຫຼີດສາຍພັນອາຟຣິກາ. ຈິ້ງຫຼີດເປັນແມງໄມ້ທີ່ສາມາດປະສົມພັນໄດ້ຕະຫຼອດປີ ເຊິ່ງເຮັດໃຫ້ເປັນແມງໄມ້ຊະນິດທີ່ສາມາດພົບເຫັນໄດ້ຫຼາຍທີ່ສຸດໃນຕະຫຼາດທ້ອງຖິ່ນ.
ແນະນຳວິທີເຮັດ
phakhaolao.la
phakhaolao.la

ທ່ານຮູ້ ຫຼື ບໍ? ອັດຕາສ່ວນຂອງປະຊາກອນຂອງ ສປປ ລາວ ທີ່ບໍລິໂພກແມງໄມ້ເປັນປະຈຳນັ້ນ ສູງທີ່ສຸດໃນໂລກ

ໃນເວລານີ້ແມງໄມ້ສ່ວນໃຫ່ຍທີ່ຄົນບໍລິໂພກໃນ ສປປ ລາວ ແມ່ນໄດ້ມາຈາກປ່າ ເຊິ່ງການຕັດໄມ້ທຳລາຍປ່າ, ການໃຊ້ສານເຄມີ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ, ເຮັດໃຫ້ຈຳນວນແມງໄມ້ໃນປ່າຫຼຸດລົງ

ການເລີ່ມຕົ້ນເຮັດຟາມລ້ຽງແມງໄມ້ຂອງທ່ານ

ທີ່ຕັ້ງຂອງຟາມ ແລະ ທີ່ຢູ່ອາໄສຂອງແມງໄມ້ເປັນອົງປະກອບທີ່ສຳຄັນທີ່ສຸດໃນການເລີ່ມຕົ້ນເຮັດຟາມລ້ຽງແມງໄມ້ທີ່ຍືນຍົງ. ກ່ອນເລີ່ມຕົ້ນເຮັດຟາມລ້ຽງແມງໄມ້, ທ່ານຄວນຄຳນຶງເຖິງຫົວຂໍ້ສຳຄັນດັ່ງຕໍ່ໄປນີ້:

  1. ຟາມລ້ຽງແມງໄມ້ ບໍ່ຄວນຕັ້ງໃກ້ເຂດອຸດສາຫະກຳ, ຕ້ອງມີແຫຼ່ງນໍ້າສະອາດຢູ່ໃກ້ ແລະ ມີອາກາດບໍລິສຸດ
  2. ໃນເຂດກະສິກຳ, ບໍ່ຄວນຕັ້ງຟາມໃກ້ເຂດທີ່ມີການໃຊ້ສານເຄມີ
  3. ຄວນຫຼີກລ່ຽງເຂດທີ່ມີບັນຫານໍ້າຖ້ວມ
  4. ເມື່ອພວກເຮົາອອກແບບຟາມລ້ຽງແມງໄມ້, ພວກເຮົາຄວນຄຳນຶງເຖິງ ສະຖານທີ່ຕັ້ງຂອງຕຶກອາຄານ, ຄອກ, ສະຖານທີ່ເກັບຮັກສາ, ເຂດຖິ້ມຂີ້ເຫຍື້ອ ແລະ ນໍ້າປະປາ

ໂຮງລ້ຽງແມງໄມ້

ໃນເວລາສ້າງໂຮງລ້ຽງແມງໄມ້ ພວກເຮົາຄວນໃຫ້ຄວາມສຳຄັນແກ່ສິ່ງຕໍໄປນີ້:

  1. ຫຼັງຄາທີ່ຈະປົກປ້ອງແມງໄມ້ຈາກແດດ ແລະ ຝົນ, ພວກເຮົາບໍ່ແນະນຳໃຫ້ໃຊ້ຫຼັງຄາໃນຊ່ວງລະດູຮ້ອນ
  2. ຖ້າຕ້ອງການລ້ຽງແມງໄມ້ເປັນຈໍານວນຫຼາຍ, ພື້ນຄວນເຮັດດ້ວຍຄອນກຣີດເພື່ອສຸຂະອະນາໄມ ແລະ ເພື່ອປ້ອງກັນບໍ່ໃຫ້ສັດຕູພືດເຂົ້າໄປໃນໂຮງລ້ຽງແມງໄມ້ໄດ້
  3. ແມງໄມ້ສ່ວນໃຫຍ່ຈະມີການເຕີບໂຕທີ່ດີທີ່ສຸດ ຖ້າສະຖານທີ່ລ້ຽງມີອຸນຫະພູມລະຫວ່າງ 25-32°C ແລະ ຄວາມຊຸ່ມລະຫວ່າງ 40-70%
  4. ໂຮງລ້ຽງແມງໄມ້ທຸກບ່ອນຄວນມີເຄື່ອງແທກອຸນຫະພູມ ແລະ ຄວນມີອຸປະກອນເພື່ອວັດແທກຄວາມຊຸ່ມພາຍໃນ
  5. ຄວນມີການຕິດຕັ້ງອ່າງລ້າງມື ແລະ ອ່າງເພື່ອລ້າງຂ້າເຊື້ອຕີນໃນເວລາເຂົ້າໄປໃນຄອກ

ການເລືອກປະເພດໂຮງລ້ຽງແມງໄມ້ແມ່ນຂຶ້ນກັບ:

  • ຄວາມສາມາດໃນການຈັດຊື້ວັດສະດຸ: ພື້ນທີ່ຫວ່າງ, ເຊິ່ງຈະມີຜົນຕໍ່ການເລືອກລະບົບກົງທີ່ຈະນໍາໃຊ້.
  • ໂຮງລ້ຽງແມງໄມ້ທີ່ດີ ຄວນມີເນື້ອທີ່ພຽງພໍ ເພື່ອໃຫ້ຊາວກະສິກອນສາມາດຍ່າງໄປມາສະດວກໃນຂະນະເຮັດວຽກ ແລະ ມີບ່ອນເກັບມ້ຽນພາຊະນະລ້ຽງຈິ້ງຫຼີດພ້ອມ.
  • ຄວາມປອດໄພ ແລະ ການຮັກສາຄວາມປອດໄພ: ໂຮງລ້ຽງແມງໄມ້ຕ້ອງຢູ່ໄກຈາກທົ່ງນາທີ່ມີການສີດຢາຂ້າແມງໄມ້, ຈາກສັດທີ່ເປັນນັກລ່າ ແລະ ເຂດທີ່ສ່ຽງເກີດໄພນໍ້າຖ້ວມ.
  • ຄວນມີຄວາມສະດວກສະບາຍໃນແງ່ຂອງການເຂົ້າເຖິງສະຖານທີ່ດັ່ງກ່າວສໍາລັບຊາວກະສິກອນ ແລະ ຄວວນໃກ້ກັບແຫຼ່ງອາຫານ ເຊັ່ນສວນຜັກ.

ຊະນິດພັນຈິງຫຼີດ www.phakhaolao.la

ອ້າງອີງ: ສວນພຶກສາຊາດ ຜາຕັດແກ້ ຫຼວງພະບາງ 2021

ການປະກອບສ່ວນ