ຢາງຫອມຍານລາວ Lao Benzoin

Andy Souvanhphukdee
ຢາງຫອມຍານລາວ ຊັບພະຍາກອນສະເພາະຖິ່ນຈາກພາກເໜືອຂອງລາວ ມີຊື່ສຽງລະດັບໂລກ
ຊີວະນາໆພັນກະສິກຳ

ຢາງຍານຫອມລາວ ຊັບພະຍາກອນສະເພາະຖິ່ນ ທີ່ມີຊື່ສຽງລະດັບໂລກ ມີເຂດນິເວດຢູ່ 5 ແຂວງໃນພາກເໜືອຂອງລາວ, ເກີດ ແລະ ຈະເລີນເຕີບຕາມເງື່ອນໄຂທຳມະຊາດ ຕິດພັນກັບການການປູກເຂົ້າເນີນສູງ ແລະ ໄດ້ຮັບການຄຸ້ມຄອງຈາກປະຊາຊົນ.​ ຕົ້ນຍານຈະອອກດອກ ແລະ ໝາກໃນຊ່ວງເດືອນພຶດສະພາ-ຕຸລາ ແລະ ຊາວບ້ານຈະເກັບກູ້ຢາງຍານ ໃນຊ່ວງທ້າຍປີ ເລີ່ມຈາກເດືອນພະຈິກ ເຖິງ ກາງປີ ເດືອນເມສາ

ຢາງຍານຫອມຄືສິ່ງມະຫັດສະຈັນ ແລະ ພິເສດກວ່າຂອງປະເທດອື່ນໆ ໃນຊ່ວງໄລຍະທີ່່ຜ່ານມາ ຍານຫອມຍານລາວໄດ້ຖືກສົ່ງອອກໄປຍັງຕະຫຼາດສາກົນ ພ້ອມລາຄາທີ່ສູງຂຶ້ນທຸກໆປີ
ປະຈຸບັນແມ່ນ 195000/ກິໂລ ຫຼື ປະມານ 20 $/kg

ຢາງຍານຫອມ ຈັດຢູ່ໃນປະເພດຢາງຍ້ວຍ ທີ່ຈັບໂຕກັນເປັນກ້ອນ ແລະ ມີີກິ່ນຫອມ ມີຊັບພະຄຸນຫຼາກຫຼາຍເຊັ່ນ

  • ໃຊ້ຜະລິດທູບ, ນໍ້າຫອມ ແລະ  ຢາດົມ
  • ກິ່ນຫອມ ຊ່ວຍໃຫ້ຈິດໃຈຜ່ອນຄາຍ
  • ມີຊັບພະຄຸນທາງການຢາຫຼາກຫຼາຍ

ບັນຫາ ແລະ ສີ່ງທ້າທ້າຍໃນປະຈຸບັນ

ຢາງຫອມຍານເລີ່ມມີຄຸນນະພາບຕໍ່າເນື່ອງຈາກການແຂ່ງຂັນ ແລະ ການເກັບກູ້ກ່ອນກຳນົດ

  • ສືບຕໍ່ເອົາໃຈການວາງແຜນ ແລະ ຈັດສັຍພື້ນທີ່ການປູກຍານການກຳນົດ
  • ສ້າງລະບົບການຄ້ຳປະກັນແບບມີສ່ວນຮ່ວມ ຕິດພັນລະຫວ່າງຊາວກະສິກອນກັບຜູ້ຊົມໃຊ້ ເພື່ອເພີ່ມຄຸນນະພາບໃນການຜະລິດຍານ
  • ສ້າງທ່າແຮງເພື່ອການຢັ້ງຢືນພູມສັນຖານ GI ຢາງຍານໃນປະເທດ
     

ຂໍ້ມູນເພີ່ມເຕີມ: ຊີວິດທີ່ຂຽວສົດງົດງາມ

ການປະກອບສ່ວນ