ພູມປັນຍາ ແລະ ສະໝຸນໄພພື້ນບ້ານ ຮັກສາອາການເຈັບແຂ້ວໃນເບື້ອງຕົ້ນ

Andy Souvanphakdy
ພູມປັນຍາທ້ອງຖິ່ນມີວິທີການຮັກສາອາການເຈັບແຂ້ວໃນເບື້ອງຕົ້ນດ້ວຍຫຼາຍວິທີ ຊຶ່ງສ່ວນໃຫ່ຍກໍໄດ້ນຳໃຊ້ພືດສະໝຸນໄພພື້ນບ້ານ
ພູມປັນຍາທ້ອງຖິ່ນ

ອາການເຈັບແຂ້ວອາດເກີດຂຶ້ນໄດ້ຈາກຫຼາຍສາເຫດເຊັ່ນ ເນື່ອງຈາກບັນຫາເຫືອກບວມ, ແຂ້ວກົກ, ຫຼື ແຂ້ວເປັນແມງ ຊຶ່ງສ້າງຄວາມລຳຄານໃຈ ແລະ ອາດສົ່ງຜົນກະທົບຕໍ່ຊີວິດປະຈຳວັນໄດ້.

ສຳລັບການຮັກສາອາການເຈັບແຂ້ວເບື້ອງຕົ້ນ ຫຼື ສຳລັບຄົນທີ່ອາການເບົາບາງໃນປະຈຸບັນ ສ່ວນໃຫ່ຍມັກຈະຊື້ຢາຕາມຮ້ານຂາຍຢາທົ່ວໄປມາກິນເພື່ອບັນເທົາອາການເຈັບປວດ, ຖ້າຫາກອາການໜັກກໍໄປພົບແພດໝໍ ເພື່ອປິ່ນປົວ. ວິທີຮັກສາອາການຈັບແຂ້ວ ສາມາດເຮັດໄດ້ຫຼາຍວິທີ ແຕ່ກ່ອນທີ່ຈະຮັກສາຄວນຫາສາເຫດຂອງອາການເຈັບແຂ້ວກ່ອນເພື່ອຮັກສາໃຫ້ຖືກວິທີ.   

ໃນອາດີດ ເມື່ອຍາມປູ່ຍ່າຕາຍາຍ ເມື່ອຍາມທີ່ການບໍລິການສາທາລະສຸກຍັງບໍ່ທັນສະໄໝ ແລະ ການເຂົ້າເຖິງທີ່ບໍທັນສະດວກສະບາຍຄືດັ່ງປະຈຸບັນ ຊາວບ້ານກໍໄດ້ນຳໃຊ້ພູມປັນຍາທ້ອງຖິ່ນ ເພື່ອຮັກສາ ຊຶ່ງສ່ວນໃຫ່ຍກໍໄດ້ນຳໃຊ້ພືດສະໝຸນໄພພື້ນບ້ານເຂົ້າໃນການປິ່ນປົວເຊັ່ນ: 

  • ສົ້ມພໍ: ເປືອກ: ຊ່ວຍບຳລຸງທາດໃນຮ່າງກາຍ, ນຳມາຕົ້ມກັບເກືອອົມຮັກສາອາການເຫງືອກອັກເສບ

  • ຜັກຕັ້ງໂອ: ຊ່ວຍແກ້ອາການຮ້ອນໃນ, ຕ້ານເລືອດອອກຕາມວ່າງແຂ້ວ

  • ຜັກຄາດ: ເຫຼົ້າແຊ່ດອກຜັກຄາດ 1/5 ເປັນຢາແກ້ປວດແຂ້ວແມງ, ບາງຄົນໃຊ້ເປັນຢາມຶນກັບທີ່ເພື່ອຫຼົກແຂ້ວ

  • ເຄືອໝາກບ້າຄາຍ: ລໍາຕົ້ນ, ເປືອກຕົ້ນ ໃຊ້ຕົ້ມປະສົມກັບເກືອ ເປັນຢາອົມແກ້ເຈັບແຂ້ວ.

  • ດອກມະລິ: ຮັກສາແຂ້ວແມງ (ຕາກແຫ້ງບົດໃຫ້ເປັນຜົງນຳມາປະສົມກັບໄຂ່ແດງທີ່ຕົ້ມສຸກແລ້ວໃສ້ໃນຮູແຂ້ວແມງ)

  • ເຄືອອັນຊັນ: ນຳມາສີແຂ້ວຈະເຮັດໃຫ້ແຂ້ວຄົງທົນແຂງແຮງ ແລະ ແກ້ອາການເຈັບແຂ້ວໄດ້ດີ

ສະໝຸນໄພດັ່ງກ່າວ ຖືໄດ້ວ່າປັນສະໝຸນໄພທີ່ຊາວບ້ານໄດ້ນຳໃຊ້ ເມື່ອມີອາການເຈັບແຂ້ວ, ແຕ່ນອກຈາກສະໝຸນໄພດັ່ງກ່າວແລ້ວກໍຍັງມີອີກຫຼາຍຊະນິດທີ່ມີສັບພະຄຸນເຊັ່ນດຽວກັນ. ຖ້າຫາກທ່ານສົນໃຈສາມາດເຂົ້າໄປສຶກສາໄດ້ທີ່ www.phakhaolao.la

ອີກໜຶ່ງຂໍ້ທີ່ສຳຄັນໃນການນຳໃຊ້ສະໝຸນໄພຄື ການສຶກສາຂັ້ນຕອນການນຳໃຊ້ ແລະ ນຳໃຊ້ຊະນິດສະໝຸນໄພທີ່ຖືກຕ້ອງ ເພາະທຸກຢ່າງສາມາດໃຫ້ປະໂຫຍດໄດ້ກໍອາດໃຫ້ໂທດໄດ້ເຊັ່ນດຽວກັນ ເພື່ອຄວາມປອດໄພຂອງຕົວທ່ານເອງ

ການປະກອບສ່ວນ