ພືດສະໝຸນໄພປິ່ນປົວເບົາຫວານ

Andy Souvanphakdy
ເປັນພະຍາດເບົາຫວານ ແຕ່ກໍມີສຸຂະພາບທີ່ດີໄດ້
ພູມປັນຍາທ້ອງຖິ່ນ
phakhaolao.la
phakhaolao.la

ຄົນທີ່ເປັນພະຍາດເບົາຫວານອາດຈະບໍ່ສາມາດປິ່ນປົວໃຫ້ຫາຍຂາດໄດ້ ແຕ່ຮູ້ບໍວ່າຄົນທີ່ເປັນພະຍາດເບົາຫວານສາມາດມີສຸຂະພາບທີ່ດີໄດ້ ຖ້າຮຽນຮູ້ກ່ຽວກັບພະຍາດ, ເບິ່ງແຍງ ແລະ ປິ່ນປົວສຸຂະພາບໃຫ້ດີ ສິ່ງທີ່ສຳຄັນທີ່ສຸດຄືອອກກຳລັງກາຍໃຫ້ສະໝໍ່າສະເໝີ ແລະ ຮັບປະທານອາຫານທີ່ປະໂຫຍດ. ບາງກໍລະນີກໍອາດຕ້ອງໃຊ້ຢາປິ່ນປົວ.

ສຳລັບການປິ່ນປົວແບບພື້ນບ້ານກໍຈະນິຍົມການຮັບປະທານພືດສະໝຸນໄພ ທີ່ມີສ່ວນຊ່ວຍໃນການປິ່ນປົວພະຍາດເບົາຫວານ ເຊິ່ງພືດສະໝຸນໄພເຫຼົ່ານັ້ນປະກອບດ້ວຍ:

  • ຕົ້ນໝາກ: ໝາກມີສັບພະຄຸນຮັກສາພະຍາດເບົາຫວານດ້ວຍການໃຊ້ໝາກທີ່ກິນກັບໃບພູແບບສົດ 1 ໝາກ ນຳມາຜ່າເປັນ 4 ປ່ຽງ ຕົ້ມກັບນ້ຳ 1 ລິດ ຈົນຟົດປະມານ 10 ນາທີ, ໃຊ້ດື່ມກ່ອນອາຫານຄັ້ງລະເຄິ່ງຈອກເຊົ້າ, ສວຍ, ແລງ ເມື່ອນ້ຳຕານໃນເລືອດຫຼຸດລົງກໍ່ໃຫ້ນຳມາຕົ້ມດື່ມແບບວັນເວັ້ນວັນໄດ້ຊື່ງໝາກຈະມີຣົດຝາດຈິ່ງຊ່ວຍສະໝາກແຜຂອງຜູ້ເປັນພະຍາດເບົາຫວານໃຫ້ເຊົາໄວຂື້ນໄດ້ອີກດ້ວຍ.
  • ໝາກແງວ ໝາກສຸກມີລົດຊາດສົ້ມຫວານ ຊ່ວຍຄວບຄຸມລະດັບປະລິມານນຳຕານໃນເລືອດ, ເບົາຫວານ
  • ໝາກລີ້ນໄມ້: ຮາກນຳໃຊ້ເປັນຢາປິ່ນປົວການອັກເສບ ແລະ ຮັກສາພະຍາດເບົາຫວານ
  • ໝາກເຂົ້າ: ໝາກອ່ອນ ແລະ ຍອດອ່ອນຊ່ວຍຫຼຸດນໍ້າຕານໃນເລືອດຂອງຜູ້ເປັນເບົາຫວານໄດ້
  • ໝາກແຄ້ງຂົມ: ໝາກສຸກ ແລະ ໝາກດິບມີຣົດຊາດຂື່ນສົ້ມ ຊ່ວຍແກ້ເບົາຫວານ, ຫຼຸດລະດັບນ້ຳຕານໃນເລືອດໂດຍການໃຊ້ໝາກແຄ້ງຂົມ 10–20 ໝາກນຳມາຮັບປະທານເປັນອາຫານກັບແຈ່ວ, ຊ່ວຍແກ້ໄຂ້ສາລະພັດພິດ, ແລະ ແກ້ໄຂຂັບຂີ້ກະເທີ່ໃນຄໍ.
  • ຂີງດຳ: ເປັນພືດທີ່ມີສັບພະຄຸນເປັນຢາສະໝູນໄພ ສານສະກັດຈາກຂີງດຳມີປະສິດທີພາບໃນການຕ້ານເຊື້ອ, ຮັກສາຜູ້ເປັນພະຍາດເບົາຫວານ ລົດລະດັບນ້ຳຕານໃນເລືອດ.

ເຖິງຢ່າງໃດກໍຕາມ ການຮັກສາຕາມພືດສະໝຸນໄພພື້ນບ້ານ ແມ່ນຂຶ້ນຢູ່ກັບລັກສະນະອົງປະກອບຂອງແຕ່ລະບຸກຄົນ ໂດຍວິທີການຮັກສາຈະເປັນການປັບໃຫ້ຮ່າງກາຍກັບສູ່ຄວາມສົມດຸນ ຊຶ່ງໝາຍຄວາມວ່າການເລືອກຢາ ຫຼື ສະໝຸນໄພກໍຂຶ້ນຢູ່ກັບຄວາມເໝາະສົມກັບບຸກຄົນເຊັ່ນດຽວກັນ ດັ່ງນັ້ນຖ້າຫາກໃຜຄົນໃດຄົນໜຶ່ງກິນແລ້ວເກີດຜົນ  ແຕ່ບາງຄົນບໍເກີດຜົນຫຍັງນັ້ນກໍບໍ່ແມ່ນເລື່ອງແປກ ດັ່ງນັ້ນການປັບປ່ຽນພຶດຕິກຳໃຫ້ເໝາະສົມ ຫຼີກລ່ຽງພືດຕິກຳທີ່ກໍ່ໃຫ້ເກີດຄວາມສ່ຽງ ນັ້ນຈຶ່ງເປັນສິ່ງທີ່ຄວນທີ່ສຸດ

ການປະກອບສ່ວນ