ພືດສະມຸນໄພພື້ນບ້ານ ດີຕໍ່ຫົວໃຈ

Andy Souvanphakdy
ເພາະຫົວໃຈນັ້ນສຳຄັນ
ຫົວໃຈເຮັດວຽກທັງເວັນ ແລະ ຄືນເພື່ອສູບເລືອດໄປຫຼໍ່ລ້ຽງທົ່ວຮ່າງກາຍ
ພູມປັນຍາທ້ອງຖິ່ນ
phakhaolao.la
phakhaolao.la

ຮ່າງກາຍຂອງຄົນເຮົາຈຳເປັນຕ້ອງມີຫົວໃຈທີ່ແຂງແຮງ ແລະ ສົມບູນ ເພື່ອສູບສີດເລືອດຈາກຫົວໃຈໄປຫາອະໄວຍະວະໃນທຸກພາກສ່ວນຂອງຮ່າງກາຍຜ່ານທາງເສັ້ນເລືອດແດງ (arteries) ແລະຈາກນັ້ນກໍ່ກັບຄືນສູ່ຫົວໃຈຜ່ານທາງເສັ້ນເລືອດດຳ (veins). ຖ້າວ່າ ເສັ້ນເລືອດແດງເກີດມີການອຸດຕັນ ຫຼື ບອບບາງແຕກງ່າຍ, ປະລິມານເລືອດກັບຄືນສູ່ຫົວໃຈກໍ່ຈະບໍ່ພຽງພໍ, ເຊິ່ງຈະພາໃຫ້ຫົວໃຈອ່ອນແອ; ແລະຖ້າຫົວໃຈອ່ອນແອເກີນໄປ, ມັນກໍ່ຈະສູບສີດເລືອດບໍ່ໄດ້ດີ ແລະ ຕ້ອງໄດ້ເຮັດວຽກໜັກເກີນໄປ.

ພະຍາດຫົວໃຈສ່ວນໃຫ່ຍແມ່ນມີສາເຫດມາຈາກອາຫານການກິນ ແລະ ວິຖີການດຳລົງຊີວິດ ດັ່ງນັ້ນພວກເຮົາສາມາດຫຼຸດຜ່ອນຄວາມສ່ຽງໄດ້ດ້ວຍການຄວບຄຸມສິ່ງທີ່ເຮົາກິນ ແລະ ວິຖີການດຳລົງຊີວິດ ເຊັ່ນທີ່ພັກອາໄສຖືກສຸຂະອະນາໄມ ຫຼື ອາຫານການກິນທີ່ມີປະໂຫຍດ. ພືດຜັກສະໝຸນໄພພື້ນບ້ານທີ່ມີປະໂຫຍດຕໍ່ຫົວໃຈກໍມີຫຼາຍເຊັ່ນ:

  • ບົວຫຼວງ: ບົວຫຼວງເປັນພືດພົ້ນນໍ້າ ລຳຮາກກົມ ຂະຫຍາຍເລິກລົງໃນຕົມ ທັງຕົ້ນຂອງບົວຫຼວງມິສັບພະຄຸນທາງການຢາຫຼາກຫຼາຍ ແຕ່ສ່ວນໃບຂອງບົວຫຼວງນັ້ນ ໃຊ້ເປັນຢາປົວພະຍາດຫົວໃຈຊຸດໂຊມ ໂດຍປະສົມກັບໝາກສ້ອຍ (Leonurus heterophyllus Sw)
  • ໝາກອຶ: ໝາກອືເປັນພືດລົ້ມລຸກ ເຄືອເລືອຕາມພື້ນດິນ, ໝາກອຶມີສານຕໍ່ຕ້ານອະນຸມູນອິດສະຫຼະ ຊ່ວຍເສີມສ້າງພູມຄຸ້ມກັນໃຫ້ແກ່ຮ່າງກາຍ. ນອກນັ້ນ ໝາກອຶຍັງມີກົດໂປຣໄບໂອນິດ ຊຶ່ງມີສ່ວນປ້ອງກັນການເກີດພະຍາດຫຼອດເລືອດຫົວໃຈ ແລະ ບັນເທົາອາການປວດເມື່ອຍບໍລິເວນຂໍ້ບັ້ນແອວ
  • ຜັກຫອມເປ: ລຳຕົ້ນເປັນເຫງົ້າໃຕ້ດິນ ນໍ້າມັນລະເຫີຍທີ່ກັ່ນຈາກກິ່ງ ແລະ ໃບ ຊ່ວຍບຳລຸງຫົວໃຈ ແກ້ເປັນລົມໜ້າມືດຕາລາຍ
  • ຜັກບີອຽນ: ເປັນໄມ້ລົ້ມລຸກປີດຽວ ເລືອໄປຕາມດິນ ທັງຕົ້ນມີສັບພະຄຸນທາງການຢາເຊັ່ນບຳລຸງຫົວໃຈດ້ວຍການນຳເອົາຕົ້ນສົດ 1 ກຳມື ມາຕົ້ມ ແລ້ວດື່ມກິນເປັນປະຈຳ (ຜູ້ຍິງເກີດລູກໃຫມ່ບໍ່ຄວນດື່ມ ເພາະຈະເຮັດໃຫ້ນຳນົມແຫ້ງ)
  • ໝາກເຜັດຂີ້ໜູ: ຊ່ວຍຫຼຸດການອຸດຕັນຂອງຫຼອດເລືອດເຊິ່ງເປັນສາເຫດສຳຄັນຂອງການເກີດພະຍາດຫົວໃຈລົ້ມເຫຼວ, ຊ່ວຍຫຼຸດຄວາມດັນ. 

ນອກນັ້ນ ທ່ານຍັງສາມາດຫຼຸດຄວາມສ່ຽງໃນການເປັນພະຍາດຫົວໃຈໄດ້ ດ້ວຍການຫຼີກລ່ຽງການກິນອາຫານທີ່ມີລົດຊາດເຄັມ ແລະ ອາຫານທີ່ບໍ່ມີປະໂຫຍດອື່ນໆ, ໝັ່ນອອກກຳລັງກາຍ, ຜ່ອນຄາຍຄວາມຄຽດ, ບໍ່ສູບຢາ ແລະ ທ່ານຍັງສາມາດຂໍຄຳແນະນຳຈາກແພດໝໍກ່ຽວກັບວິທີການຕ່າງໆເພື່ອຊ່ວຍໃນການຫຼຸດຜ່ອນຄວາມສ່ຽງການເປັນພະຍາດຫົວໃຈໄດ້

 

 

ຂອບໃຈຂໍ້ມູນ ພະຍາດຫົວໃຈ
 

ການປະກອບສ່ວນ