ນ້ຳຫົວບົວ

Andy Souvanhphukdee
ດື່ມນ້ຳຮາກບົວ ແກ້ອາການຢາກນ້ຳ, ເປັນຢາລະງັບອາຫານຖອກທ້ອງ. ນອກນັ້ນຍັງໄດ້ ແຄຣຊຽມ ແລະ ວິຕາມິນຊີ ຈາກຮາກບົວ
ເຮືອນຄົວລາວ
http://www6.menu.net/?s_token=1573179214.0037532454&kw=restaurant&term=Restaurant%20Digital%20Menu&term=Restaurant%20Customer%20Rewards%20Program&term=Restaurant%20Online%20Ordering%20Platform&term=Job%20Posting%20Boards&term=Restaurant%20Reservation%20Sy
menu.net

ສ່ວນປະສົມ

  • ຫົວບົວ 2 ຫົວໃຫ່ຍ
  • ນ້ຳ 3 ຖ້ວຍ
  • ນ້ຳຕານຊາຍແດງ 1/3 ຈອກກາເຟ

ວິທີປຸງແຕ່ງ

  • ນຳຫົວບົວມາປອກເປືອກ ແລະ ຊອຍເປັນຕ່ອນບາງໆ
  • ນຳຫົວບົວໄປລ້າງນ້ຳໃຫ້ສະອາດ
  • ຄ້າງໝໍ້ຕົ້ມນ້ຳໃຫ້ຮ້ອນ ໃສ່ຫົວບົວລົງໄປ 
  • ຕົ້ມຈົນກວ່າຈະໄດ້ນ້ຳສີບົວອ່ອນໆ, ໃສ່ນ້ຳຕານ ແລ້ວປິດຝາຕົ້ມປະໄວ້ປະມານ 20-30 ນາທີ
  • ຊິມ ແລະ ເພີ່ມນ້ຳຕານຕາມຕ້ອງການ
  • ປະໄວ້ໃຫ້ເຢັນ ແລ້ວເທໃສ່ຂວດແກ້ວ ເກັບໄວ້ໃນຕູ້ເຢັນ ເພື່ອເພີ່ມຄວາມສົດຊື່ນໃນເວລາຮັບປະທານ

ຄຳແນະນຳ

  • ໃສ່ນ້ຳກ້ອນເວລາດື່ມ ຈະຊ່ວຍເພີ່ມຄວາມສົດຊື່ນ
  • ຫົວບົວທີ່ຕົ້ມແລ້ວສາມາດນຳມາຮັບປະທານເປັນຂອງຫວານໄດ້ຕາມຕ້ອງການ
    ຂໍ້ມູນເພີ່ມເຕີມຈາກ ປຶ້ມນ້ຳສະໝຸນໄພ

ວີດີໂອແນະນຳຈາກ May Laos.kitchen

ການປະກອບສ່ວນ