ຈືນຖົ່ວແຜ່ນ

Andy Souvanhphukdee
ຖົ່ວແຜ່ນ ອາຫານຫວາານ ຮັບປະທານໄດ້ງ່າຍ ແລະ ຍັງໄດ້ຄຸນຄ່າທາງໂພຊະນາການຈາກຖົ່ວດິນອີກດ້ວຍ
ເຮືອນຄົວລາວ
https://food.mthai.com/dessert/129557.html
food.mthai.com

ສ່ວນປະສົມ

      •   ຖົ່ວດິນດິບ 6 ຖ້ວຍ 
      •   ແປ້ງເຂົ້າຈ້າວ 2 ຖ້ວຍ
      •   ແປ້ງມັນຕົ້ນ 4 ບ່ວງແກງ
      •   ໄຂ່ໄກ່ 2 ໜ່ວຍ
      •   ນໍ້າຕານ 6 ບ່ວງແກງ
      •   ເກືອ 1 ບ່ວງຊາ
      •   ນໍ້າປູນໃສ 1 ຖ້ວຍ
      •   ນໍ້າກະທິ 1 ຖ້ວຍ
      •   ນໍ້າມັນສໍາຫຼັບຈືນ
      •   ບອ໋ກພິມ

ວິທີປຸງແຕ່ງ

      1. ກຽມຊາມປະສົມ ໃສ່ແປ້ງ ໄຂ່ ນໍ້າຕານ ແລະ ເກືອ ຄົນພໍເຂົ້າກັນ ຄ່ອຍໆຕື່ມນໍ້າປູນໃສລົງໄປ ຄັ້ນຈົນສ່ວນປະສົມຕ່າງໆເຂົ້າກັນດີແລ້ວ ຕື່ມນໍ້າກະທິລົງໄປ ຄົນໃຫ້ເຂົ້າກັນ ແລ້ວເອົາໄປຕອງດ້ວຍຕາໜ່າງຖີ່ໆ ຫຼື ຜ້າແສ
       2. ໃສ່ນໍ້າມັນລົງໃນໝໍ້ສໍາຫຼັບຈືນ ລໍຖ້ານໍ້າມັນຮ້ອນ ເອົາບອ໋ກພິມລົງໄປແຊ່ໃສ່ນໍ້າມັນພໍຮ້ອນແລ້ວເອົາຂຶ້ນມາ (ເພື່ອບໍ່ໃຫ້ຂະໜົມຕິດບອ໋ກພິມ) ຖອກນໍ້າມັນອອກ 
       3. ຕັກແປ້ງໃສ່ບອ໋ກພິມ ບາງຫຼື ໜາ ຕາມມັກ ໂຮຍໝາກຖົ່ວລົງໄປໃຫ້ທົ່ວ ເອົາບອ໋ກພິມລົງໄປຈືນໃນໝໍ້ທີ່ມີນໍ້າມັນຮ້ອນຢູ່ ໃຊ້ໄຟປານກາງຄ່ອນຂ້າງອ່ອນ ເມື່ອແປ້ງສຸກມັນຈະລຸດອອກຈາກບອ໋ກພິມເອງ ຖ້າຍັງບໍ່ລຸດກໍ່ໃຫ້ໃຊ້ບ່ວງ ຫຼື ໄມ້ປາຍແຫຼມຊ່ວງແກະອອກ ເຮັດຈົນແປ້ງໝົດ
       4. ຈືນຈົນແຜ່ນຖົ່ວເຫຼືອງກອບທັງສອງດ້ານ ຕັກຂຶ້ນປະໄວ້ໃຫ້ສະເດັດນໍ້າມັນ ເມື່ອຂະໜົມເຢັນແລ້ວ ກໍ່ຮັບປະທານໄດ້ ຫຼື ເກັບມ້ຽນໃສ່ພາຊະນະທີ່ມີຝາປິດ

ຂໍ້ມູນເພີ່ມເຕີມຈາກ SNV

ການປະກອບສ່ວນ