ຄຸນປະໂຫຍດຈາກ ຫຍ້າ ທີ່ບໍ່ຄວນເບິ່ງຂ້າມ

Andy Souvanphakdy
ຫຍ້າ ພືດລົ້ມລຸກ ທີ່ບໍ່ຄວນເບິ່ງຂ້າມ ມີສັບຄຸນເປັນຢາ ປະດັບແຄມທາງສວຍງາມຍາມດອກບານ, ໃຊ້ສຳລັບສິ່ງປຸກສ້າງ ແລະ ຍັງເປັນອາຫານ
ຊີວະນາໆພັນກະສິກຳ
phakhaolao.la
phakhaolao.la

ຫຍ້າພືດລົ້ມລຸກ ມີຄຸນປະໂຫຍດທີ່ບໍ່ຄວນເບິ່ງຂ້າມ ບາງຊະນິດກໍເປັນພືດລົ້ມລຸກ ອາຍຸປີດຽວ ບາງຊະນິດກໍເປັນພືດລົ້ມລຸກອາຍຸຫຼາຍປີ

ແລ້ວຈຸດພິເສດຂອງຫຍ້າແມ່ນຫຍັງ ເປັນຫຍັງເຮົາຈຶ່ງບໍ່ຄວນເບິ່ງຂ້າມ?

ຫຍ້າ ເປັນພືດລົ້ມລຸກ ສາມາດພົບໄດ້ທົ່ວໄປ ໂດຍສະເພາະຕາມແຄມທາງ ແລະ ທົ່ງໄຮ່ທົ່ງຫຍ້າທົ່ວໄປ ບາງຄົນອາດຈະຮູ້ສຶກລຳຄານ ວ່າຫຍ້າເຮັດໃຫ້ທີ່ດິນຮົກເຮື້ອ ແລະ ທຳລາຍຖິ້ມ ແຕ່ຮູ້ບໍວ່າຄວາມຈິງແລ້ວເຮົາສາມາດໃຊ້ປະໂຫຍດຈາກຫຍ້າເຫຼົ່າໄດ້ເປັນຢ່າງດິ ຖ້າເຮົາສາມາດສຶກສາເຖິງວິທີການປູກທີ່ຖືກຕ້ອງ ໂດຍການກຳນົດປະລິມານ ເປັັນຕົ້ນ ເພາະວ່າຫຍ້າແຕ່ລະຊະນິດນັ້ນມີຄຸນປະໂຫຍດ ດັ່ງຕໍ່ໄປນີ້:

  • ເປັນພືດປະດັບ: ຫຍ້າ ບາງຊະນິດກໍມີລັກສະນະທີ່ສວຍງາມ ເຊັ່ນ ລຳຕົ້ນ, ໃບ ແລະ ດອກ, ດັ່ງນັ້ນເມື່ອເຖິງຍາມທີ່ດອກເບັ່ງບານຈຶ່ງກາຍເປັນພືດປະດັບທີ່ມີຄວາມສວຍງານ ດຶງດູດຜູ້ຄົນໃຫ້ໄປທ່ຽວຊົມ ແລະ ຖ່າຍເກັບໄວ້ເປັນທີ່ລະນຶກ ຈົນບາງຄັ້ງກໍສາມາດກາຍເປັນສະຖານທີ່ທ່ອງງທ່ຽວໄດ້ເຊັ່ນດຽວກັນ.

  • ເປັນສິ່ງປຸກສ້າງ: ຫຍ້າບາງຊະນິດເຊັ່ນ ຫຍ້າຄາ ມີເສັ້ນໄຍທີ່ດີ ສາມາດໃຊ້ເປັນວັດສະດຸສຳລັບສິ່ງປຸກສ້າງໄດ້ເຊັ່ນ ຫຼັງຄາ ແລະ ຖຽງນາເປັນຕົ້ນ

  • ເປັນຢາ ແລະ ອາຫານ: ຫຍ້າເປັນພືດທີ່ໄດ້ພົບໄດ້ທົ່ວໄປ ແລະ ມີຈຳນວນຫຼາຍ ຈົນຖືກເບິ່ງຂ້າມເຖິງຄຸນປະໂຫຍດທີ່ສຳຄັນເຊັ່ນ ສັບພະຄຸນເປັນຍາ ປິ່ນປົວພະຍາດຕ່າງໆ, ແຕ່ເມື່ອໄດ້ມີການສຶກສາ ຈຶ່ງຮູ້ໄດ້ວ່າມີຫຍ້າຈຳນວນບໍ່ໜ້ອຍເລີຍທີ່ມີສັບພະຄຸນເປັນຢາດີພະຍາຫຼາຍດຢ່າງ ນອກຈາກນັ້ນຍັງເປັນອາຫານສັດໄດ້ເປັນຢ່າງດີ ແລະ ຄົນເຮົາກໍຍັງສາມາດບໍລິໂພກເປັນອາຫານໄດ້ອີກ

  • ປ້ອງກັນການພັງທະລາຍຂອງດິນ: ດັ່ງທີ່ຫຼາຍຄົນຮູ້ກັນວ່າ ດິນເປັນທີ່ມາຂອງປັດໄຈ 4 ທີ່ມະນຸດເຮົາຕ້ອງການ ເຊິ່ງໄດ້ແກ່ ອາຫານ, ເຄື່ອນຸ່ງຫົ່ມ, ທີ່ຢູ່ອາໄສ ແລະ ຢາປົວພະຍາດ ຫຼື ອາດຈະກ່າວໄດ້ອີກຢ່າງໜຶ່ງວ່າ: ດິນຈະມີຄວາມສຳຄັນຕໍ່ມະນຸດທາງເສດຖະກິດສັງຄົມ ແລະ ການເມືອງ ດັ່ງນັ້ນການບຳລຸງຮັກສາ ແລະ ປ້ອງກັນການພັງທະລາຍຂອງດິນຈຶ່ງເປັນສິ່ງຈຳເປັນ ແລະ ສຳຄັນ ເຊິ່ງການປູກຫຍ້າກໍເປັນອີກໜຶ່ງວິທີທີ່ຊ່ວຍໄດ້ ເຊັ່ນ ແຝກຫອມ ມີລະບົບຮາກ ທີ່ຂະຫຍາຍດີ ຈຶ່ງມັກຖືກນຳມາປູກ ເປັນພືດຕ້ານດິນເຈື່ອນນັບມື້ນັບຫຼາຍຂຶ້ນ.

ດັ່ງທີ່ໄດ້ກ່າວໄວ້ຂ້າງເທິງວ່າຫຍ້າມີຄຸນປະໂຫຍດທີ່ສຳຄັນຫຼາຍດ້ານ ແຕ່ວ່າຫຍ້າແຕ່ລະຊະນິດກໍມີປະໂຫຍດແຕກຕ່າງກັນ ດັ່ງຕໍ່ໄປນີ້

ຕົ້ນຫຍ້າຍຸບ: ຊ່ວຍແກ້ອາການອ່ອນເພຍ, ເປັນຢາອາຍຸວັດທະນະ, ເບື່ອອາຫານ, ມີອາການເຈັບປວດເມື່ອຍຕາມຕົນໂຕ, ແລະ ເລືອດຈາງ

ຫຍ້າກະຈ້ອນ: ແຕ່ກ່ອນເຄີຍມີການສົ່ງເສີມການປູກເພື່ອໃຊ້ເປັນວັດຖຸດິບໃນການຜະລິດເຈ້ຍ, ປູກເປັນອາຫານສັດ ຕົວຢ່າງ ງົວ ແລະ ຄວາຍ. ນອກນັ້ນໃຊ້ປູກເປັນພືດຄຸມດິນປ້ອງກັນການພັງທະລາຍຂອງດິນ. (ປັດຈຸບັນພືດກຸ່ມນີ້ໄດ້ກາຍເປັນພືດຊະນິດບຸກລຸກ ເນື່ອງຈາກເປັນພືດທີ່ຂະຫຍາຍຕົວໄດ້ໄວ ແລະ ກຳຈັດໄດ້ຍາກ)

ຫຍ້າຄອບ ຫຼື ຫຍ້າຣີແພ: ໃຊ້ປູກເປັນອາຫານສັດເຊັ່ນ: ງົວ, ຄວາຍ. ເປັນພືດເສດຖະກິດສະໝຸນໄພຕົວໃໝ່ ຊ່ວຍຮັກສາສົມດູນ ແລະ ຊ່ອມແຊມໂຄງສ້າງກະດູກ ແລະ ກ້າມເນື້ອໃນຮ່າງກາຍ, ລວມເຖິງຊ່ວຍໃນການດູດຊຶມແຮ່ທາດທີ່ສໍາຄັນຕໍ່ລະບົບກະດູກ ແລະ ກ້າມຊີ້ນ

ຫຍ້າຂີ້ກາກ: ຕົ້ມນໍ້າດື່ມຊ່ວຍບໍາລຸງກໍາລັງ, ໃຊ້ເປັນຢາພາຍນອກຮັກສາຂີ້ກາກ ແລະ ດອກຍັງເປັນດອກໄມ້ປະດັບງາມເຫຼືອງທົ່ວທົ່ງ

ຫຍ້າຄາ: ເປັນວັດສະດຸທີ່ສາມາດນຳໄປມຸງຫຼັງຄາ, ຫືຼ ໃຊ້ແອມເຮືອນປູກເຫັດໄດ້, ເສັ້ນໃຍຂອງມັນມີຄຸນນະພາບດີ ສາມາດບັງແດດຝົນໄດ້ຫຼາຍປີພໍສົມຄວນ ຖ້າເກັບເອົາຫຍ້າທີ່ແກ່ດີ ແລະ ສິ່ງສຳຄັນແມ່ນເມື່ອໝົດອາຍຸການໃຊ້ງານແລ້ວແມ່ນສາມາດຍ່ອຍສະຫຼາຍຕາມທຳມະຊາດ ເປັນມິດຕໍ່ສິ່ງແວດລ້ອມ

 

phakhaolao.la
ຫຍ້າຍຸບ 
Mimosa pudica L. / Fabaceae

 

phakhaolao.la

 

ການປະກອບສ່ວນ