ຄຸນປະໂຫຍດຈາກໃບໄມ້ 6 ຊະນິດທີ່ທ່ານຄວນຮູ້

Andy Souvanphakdy
ພືດເປັນຢານັ້ນມີຫຼາກຫຼາຍ ຖ້າໃຊ້ຖືກວິທີ ແລະ ປະລິມານທີ່ຖືກຕ້ອງກໍຈະເປັນຜົນດີຂອງເຮົາຫຼາຍ
ພູມປັນຍາທ້ອງຖິ່ນ
phakhaolao.la
phakhaolao.la

ດັ່ງທີ່ຫຼາຍໆຄົນຮູ້ກັນແລ້ວວ່າ ພືດຊະນິດຕ່າງໆລ້ວນແລ້ວແຕ່ມີຄຸນປະໂຫຍດ ແລະ ສັບພະຄຸນທາງການຢາຫຼາກຫຼາຍ ແຕ່ຫຼາຍຄົນບໍ່ຮູ້ວ່າການນຳໃຊ້ພືດສະໝຸນໄພເຫຼົ່ານັ້ນໃຫ້ຖືກວິທີ ແລະ ເກີດຜົນນັ້ນຕ້ອງເຮັດແນວໃດ ຫຼື ຕ້ອງໃຊ້ສ່ວນໃດຂອງພືດໃນການຄົ້ນຫາສັບພະຄຸນເຫຼົ່ານັ້ນ. ໃບໄມ້ຄື ໂຄງສ້າງມະຫັດສະຈັນ ແຜ່ນສີຂຽວບາງໆທີ່ເຮົາພົບເຫັນໃນຮອບໂຕ ນອກຈາກຈະເຮັດໜ້າທີສັງເຄາະແສງ ແລະ ສ້າງອາຫານລ້ຽງພືດ ແລະ ສິ່ງທີ່ມີຊີວິດຫຼາກຫຼາຍໃນລະບົບບນິເວດແລ້ວ ຍັງເປັນສ່ວນໜຶ່ງຂອງໂຄງສ້າງພືດທີ່ມີສັບພະຄຸນ ແລະ ຄຸນປະໂຫຍດທາງການຢາຫຼາກຫຼາຍເຊັ່ນ:

ໃບໝາກຂີ້ຫູດ ຊ່ວຍຮັກສາຄວາມດັນໂລຫິດສູງໂດຍການນຳເອົາໃບໝາກຂີ້ຫູດໃບສົດຈຳນວນ 10 ໃບ ລ້າງນໍ້າໃຫ້ສະອາດຕົ້ມກັບນໍ້າ 3 ຖ້ວຍໃຫ່ຍ ຈົນຟົດປະມານ 10-15 ນາທີ ແລ້ວໃສ່ນໍ້າຕານຊາຍແດງເລັກນ້ອຍ ແບ່ງດື່ມເທື່ອລະ 3 ສ່ວນ 4 ຂອງຈອກ ມື້ລະ 2 ເທື່ອ ກ່ອນອາຫານເຊົ້າແລງ

ໃບພູ ສຸດຍອດສັບພະຄຸນຮັກສາພະຍາດ ແກ້ເຈັບແຂ້ວ, ດັບກິ່ນປາກ, ແກ້ທ້ອງອືດ, ແກຖອກທ້ອງ, ກະຕຸ້ນເລືອດໝູນວຽນໄດ້ດີ, ແກ້ປວດບວມຟົກຊໍ້າ, ແກ້ອັກເສບຂອງເຍື່ອດັງ ແລະ ຄ. ວິທີການຮັກສາອາການແຳ້ລັກສະນະລົມພິດ, ອັກເສບ, ແມງໄມ້ກັດ ໃຫ້ໃຊ້ໃບສົດ ຕຳໃຫ້ລະອຽດປະສົມກັບເຫຼົ້າແຊ່ໄວ້ປະມານ 5 ນາທີ ທາບໍລິເວນທີ່ເປັນ, ແກ້ປວດທ້ອງ ໂດຍໃຊ້ໃບບສົດ 10-15 ໃບ ລ້າງໃຫ້ສະອາດ

ໃບໜາດ ສັບພະຄຸນສຳລັບແມ່ຍິງຫຼັງເກີດລູກ ນຳມາຕົ້ມໃຫ້ແມ່ຍິງຫຼັງເກີດລູກອາບ ເພື່ອຊ່ວຍບຳລຸງໃຫ້ຮ່າງກາຍແຂງແຮງ ຫຼື ນຳມາບົດເປັນຜົງລະອຽດນຳມາປະສົມກັບເຫຼົ້າໃຊ້ໂພະ ຫຼື ທາເປັນຢາແກ້ປວດຂໍ້ ແກ້ບວມ, ແກ້ປວດຫຼັງ, ປວດເອວ

ໃບຢານາງ ມີສັບພະຄຸນທາງການຢາຫຼາຍຢ່າງເຊັ່ນ: ປັບສົມດຸນໃຫ້ຮ່າງກາຍ ເສີມສ້າງພູມຄຸ່ມກັນໃຫ້ຮ່າງກາຍແຂງແຮງ ຫຼຸດຜ່ອນຄວາມອ່ອນເພຍ ປ້ອງກັນມະເຮັງ ຫຼື ບຳລຸງອະໄວຍະວະພາຍໃນ ນໍ້າໃບຢານາງ ຊ່ວຍລຸດອອາການຊໍ້າໃນ ໂດຍການນຳເອົາໃບຢານາງປະສົມກັບໃບເຕີຍຕຳໃຫ້ລະອຽດ ນຳມາຕົ້ມ ກອງເອົາແຕ່ນໍ້າ ດື່ມ້ປັນປະຈຳທຸກວັນ

ໃບໝາກຫຸ່ງ ນຳມາຕໍາພອກບາດຊໍາເຮື້ອນໍາໃບສົດມາຂາງໄຟ ຫຼື ລວກນໍ້າຮ້ອນແລ້ວໃຊ້ປະຄົບໃນຄະນະອຸ່ນໆຕາມບໍລິເວນທີ່ປວດ, ແກ້ປວດບວມ. ໃຊ້ໃບສົດມາຕົ້ມດື່ມເປັນຢາແກ້ພະຍາດກ່ຽວກັບກະເພາະອາຫານ, ແກ້ຫອບຫືດ.

ໃບຫວ້ານຊົນ ນຳມາຂາງໄຟໃຊ້ພັນແກ້ອາການບວມ, ໄຄ່ ແລະ ຟົກຊ້ຳຍ້ອນລົ້ມ ຫຼື ຖືກກະທົບ, ໃຊ້ປົວປະດົງ, ໃຊ້ຈອດກະດູກຫັກ, ກະດູກຫຼຸດໂບກ

ຊະນິດໃບໄມ້ດັ່ງກ່າວເປັນພຽງສ່ວນໜຶ່ງເທົ່ນັ້ນ ຍັງມີອີກຫຼາກຫຼາຍຊະນິດພັນພືດທີ່ໃຫ້ຄຸນປະໂຫຍດ, ເຖິງຢາງໃດກໍຕາມ ການນຳໃຊ້ ແລະ ປຸງແຕ່ງພືດສະໝຸນໄພຄວນສຶກສາໃຫ້ດີສາກ່ອນຈາກຜູ້ທີ່ມີຄວາມຊຳນານ ແລະ ໃຫ້ຄຳປຶກສາໄດ້ ເພາະການນຳໃຊ້ພືດເປັນຢາ ເປັນສິ່ງທີ່ລະອຽດອ່ອນທັງປະລິມານ ແລະ ຂັ້ນຕອນການປຸງແຕ່ງ ເມື່ອປຸງແຕ່ງໃຫ້ຖືກວິທີຈະເປັນປະໂຫຍດຫຼາຍ ແຕ່ກົງກັນຂ້າມຖ້າຫາກບໍ່ ກໍສາມາດໃຫ້ໂທດກັບເຮົາໄດ້ເຊັ່ນດຽວກັນ


 

ການປະກອບສ່ວນ