ຄວາມລັບຂອງດອກຕາເວັນ ເປັນຫຍັງຕ້ອງຫັນໜ້າຫາດວງຕາເວັນສະເໝີ

Andy Souvanhphukdee
ມີຄວາມເຊື່ອກັນວ່າ ດອກຕາເວັນເປັນສັນຍາລັກແຫ່ງຄວາມຮັກທີ່ບໍລິສຸດ ຊື່ສັດ ແລະ ໝັ້ນຄົງ ເພາະຈະໝຸນຕາມດວງຕາເວັນສະເໝີ
ຊີວະນາໆພັນກະສິກຳ
Phakhaolao.la
phakhaolao. la

ມີໃຜເຄີຍສັງເກດພຶດຕິກຳທີ່ແສນຈະມະຫັດສະຈັນ ຂອງດອກໄມ້ພິເສດທີ່ມີຊື່ວ່າ ດອກຕາເວັນຫຼືບໍ?

"ດອກຕາເວັນ" ດອກໄມ້ທີ່ບໍ່ເຄີຍນອກໃຈດວງຕາເວັນ

ສັນຍາລັກແຫ່ງຄວາມຮັກທີ່ບໍລິສຸດ ສົດໃສ ຊື່ສັດ ແລະ ໝັ້ນຄົງ ເພາະດອກຕາເວັນຈະໝຸນຫນ້າຕາມດວງຕາເວັນສະເໝີ ຕະຫຼອດເຊົ້າຈົນຄໍ່າ

ດອກຕາເວັນມີຄວາມໝາຍຫຼາກຫຼາຍຢ່າງ ຫຼາກຫຼາຍວັດທະນະທຳ ກໍໃຫ້ຄວາມໝາຍທີ່ແຕກຕ່າງກັນໄປເຊັ່ນ ຄວາມພັກດີ, ຊື່ສັດ ແລະ ເຂັ້ມແຂງເປັນຕົ້ນ. ຊາວຈີນເຊື່ອກັນວ່າ ເປັນດອກໄມ້ແຫ່ງຄວາມໂຊກດີ ແລະ ຄວາມສຸກທີ່ຢັ້ງຍືນ ນິຍົມໃຫ້ດອກຕາເວັນ ກັບນັກສຶກສາທີ່ຈົບໃໝ່ ແລະ ບຸກຄົນທີ່ກຳລັງເລີ່ມເຮັດທຸລະກິດ.

 

ເປັນຫຍັງດອກຕາເວັນຈຶງຫັນໜ້າຫາດວງຕາເວັນສະເໝີ?

ນັກວິທະຍາສາດໃຊ້ Heliotropism ອະທິບາຍພຶດຕິກຳຂອງດອກຕາເວັນ

ໃນຕອນເຊົ້າ ດອກຕາເວັນຈະຫັນໄປທາງຕາເວັນອອກ ເມື່ອເວລາຜ່ານໄປ ດວງຕາເວັນເຄື່ອນທີ່ໄປທາງດ້ານຕາເວັນຕົກ ເຮັດໃຫ້ດອກຕາເວັນໂຄ້ງໄປຫາດວງຕາເວັນໃນທິດຕາເວັນຕົກໃນຕອນແລງ ແລະ ຕອນກາງຄືນ ເຊິ່ງດອກຕາເວັນຈະສືບຕໍ່ພຶດຕິກຳແບບນີ້ອີກໃນມື້ຕໍ່ມາ, ຈຶ່ງເຮັດໃຫ້ເກີດຄວາມເຊື່ອທີ່ວ່າ ດອກຕາເວັນນັ້ນເປັນດອກໄມ້ທີ່ຊື່ສັດ ແລະ ພັກດີຕໍ່ດວງຕາເວັນ

Heliotropism ຄືພຶດຕິກຳການຕອບສະໜອງຂອງພືດຕໍ່ສິ່ງແວດລ້ອມຂອງດອກຕາເວັນ ເກີດຂຶ້ນເນື່ອງຈາກການຈະເລີນເຕີບໂຕທີ່ແຕກຕ່າງກັນຂອງດ້ານຕ່າງໆ ຂອງລຳຕົ້ນ ຊຶ່ງກຳນົດໂດຍຮໍໂມນ Auxin ທີ່ບໍ່ມັກແສງ ແລະ ຈະເຄື່ອນທີ່ໄປຈາກແສງແດດ ນັ້ນກໍຄືດວງອາທິດ. ແຕ່ພຶດຕິກຳເຫຼົ່ານີ້ຈະຢຸດລົງເມື່ອ ດອກຕາເວັນມີອາຍຸແກ່

ນອກຈາກດອກຕາເວັນຈະເປັນດອກໄມ້ທີ່ງາມ ແລະ ມີຄວາມໝາຍທີ່ດີແລ້ວ ນ້ຳຫວານຈາກດອກຍັງເປັນອາຫານໃຫ້ແກ່ແມງໄມ້ຕ່າງໆເຊັ່ນ:ເຜິ້ງ,ແມງກະເບື້ອ ແລະ ເຫຼົ່ານັ້ນປະສົມເກສອນຕ່າງໆ. ແກ່ນຂອງດອກຕາເວັນຍັງເປັນອາຫານໃຫ້ແກ່ສັດຕ່າງໆຫຼາກຫຼາຍຊະນິດເຊັ່ນ:ໜູ,ກະຮອກ,ນົກ ແລະ ມົດເປັນຕົ້ນ

  • ປູດພືດທີ່ມີແກ່ນໃນສວນຂອງທ່ານເພື່ອຊ່ວຍແມງໄມ້ນັກປະສົມເກສອນ
  • ຫຼີກລ່ຽງການໃຊ້ຢາຂ້າແມງໄມ້ ແລະ ຢາປາບສັດຕູພືດທີ່ເປັນອັນຕະລາຍ ເພື່ອປົກປ້ອງຖິ່ນທີ່ຢູ່ອາໃສຂອງເຫຼົ່າສັດນ້ອຍໃຫຍ່
  • ຢຸດການຄຸກຄາມຊີວະນານາພັນ ເພື່ອໂລກທີ່ໜັ້ນຄົງ ແລະ ຍັ້ງຢືນໃນອານາຄົດ.

ຕິດຕາມເລື່ອງເລົ່າກ່ຽວກັບຄວາມສວຍງາມ ແລະ ອາຫານຕ່າງໆ ທີ່ກ່ຽວຂ້ອງກັບທຳມະຊາດໄດ້ໂດຍການກົດ LIKE ທີ່ Phakhaolao

 

source:

https://nature.berkeley.edu/news/2016/08/sunflowers-move-clock

https://www.scienceabc.com/nature/sunflowers-always-face-follow-sun.html

https://www.interflora.co.uk/content/sunflowers/

ການປະກອບສ່ວນ