ຂົ້ວສາຍບົວ

Andy Souvanhphukdee
ສາຍບົວ ນໍາມາກິນ ເປັນຜັກສົດ ຫຼື ນໍາໄປປຸງແຕ່ງເປັນອາຫານ ນອກຈາກນີ້ຍັງສາມາດນໍາໄປເຮັດເຂົ້າໝົມໄດ້
ເຮືອນຄົວລາວ
https://www.youtube.com/watch?v=3cu7EIcfnNI
นายแทน ชวนทําอาหาร

ສ່ວນປະສົມ

  • ສາຍບົວ 8-10 ກ້ານ ຍາວ 10 ຊມ
  • ຜັກທຽມ 2-3 ກີບ
  • ຫົວຜັກບົ່ວ 1 ຫົວ
  • ນ້ຳມັນ
  • ໝາກເຜັດ
Phakhaolao.la

ວິທີປຸງແຕ່ງ

Phakhaolao.la
  • ນຳສາຍບົວມາປອກເປືືອກອອກໃຫ້ໝົດ
  • ຊອຍສາຍບົວເປັນຕ່ອນ ບາງ ຫຼື ໜາ ຕາມຕ້ອງການ
  • ຊອຍໝາກເຜັດ, ກະທຽມ ແລະ ຫົວຜັກບົ່ວ
  • ຄ້າງໝໍ້ໃສ່ນ້ຳມັນ, ລໍຖ້າໃຫ້ນ້ຳມັນຮ້ອນແລ້ວໃສ່ກະທຽມ, ຫົວຜັກບົ່ວ
  • ກຽວຈົນກ່ວາກະທຽມຈະປ່ຽນສີ ແລ້ວໃສ່ສາຍບົວ ແລະໝາກເຜັດ
  • ຂົ້ວຈົນກ່ວາສາຍບົວຈະສຸກ ປະມານ 4-5 ນາທີ
  • ຕັກໃສ່ຖ້ວຍພ້ອມຮັບປະທານ

ຄຳແນະນຳ

  • ສາມາດໃສ່ຊີ້ນໄກ່, ໝູ ຫຼື ກຸ້ງ ໄດ້ຕາມຕ້ອງການ
ການປະກອບສ່ວນ