ຂອງຄູ່ກັນ ອາຫານພື້ນບ້ານ ກັບ ສະໝຸນໄພແຄມຮົ້ວ

Andy Souvanphakdy
ພືດສະໝຸນໄພຕ້ອງມີໃນອາຫານລາວ ຄົງໄວ້ເຊິ່ງຄວາມເປັນເອກະລັກ
ເຮືອນຄົວລາວ
phakhaolao.la
phakhaolao.la

ອາຫານຖືເປັນປັດໄຈສຳຄັນຊ່ວຍໃຫ້ເຮົາ ມີສຸຂະພາບແຂງແຮງ ແລະ ກໍ່ເປັນພື້ນຖານໃຫ້ແກ່ການມີຊີວິດທີ່ຍືນຍາວ ແຕ່ທີ່ມາຂອງອາຫານນັ້ນກໍມາຈາກຫຼາຍແຫຼ່ງ ເຊັ່ນດຽວກັນກັບອາຫານລາວ ເຊິ່ງແຕ່ລະທ້ອງຖິ່ນນັ້ນ ກໍປຸງແຕ່ງດ້ວຍຄວາມແຕກຕ່າງທີ່ຫຼາກຫຼາຍ ໂດຍອີງຕາມຊະນິດພັນທີ່ມີໃຫ້ໃນແຕ່ລະບ່ອນ ເຊິ່ງສະແດງໃຫ້ເຫັນເຖິງອາຫານອັນເປັນເອກະລັກຂອງທ້ອງຖິ່ນ.

ອາຫານພື້ນບ້ານລາວ ສ່ວນໃຫ່ຍແມ່ນໄດ້ຮັບການສືບທອດມາ ກາຍເປັນພູມປັນຢາທ້ອງຖິ່ນ ແລະ ລ້ວນແລ້ວແຕ່ປຸງແຕ່ດ້ວຍພືດຜັກສະໝຸນໄພທີ່ຫາໄດ້ຕາມແຄມຮົ້ວສວນ ເຊິ່ງເປັນພືດຜັກທີ່ປູກ ແລະ ເກີດຈາກທຳມະຊາດ ປາສະຈາກສານເຄມີ, ຊຶ່ງເຮົາຈະສັງເກດເຫັນໄດ້ວ່າຜູ້ຄົນໃນສະໄໝກ່ອນຈະມີສຸຂະພາບຮ່າງກາຍທີ່ແຂງແຮງ ແລະ ອາຍຸຍືນ ດັ່ງເຊັ່ນ ຜູ້ເຖົ້າຜູ້ແກ່.

ພືດສະໝຸນໄພດັ່ງກ່າວປະກອບດ້ວຍຫົວສີໄຄ, ໝາກເຜັດ, ກະເພົາ, ຜັກອີຕູ່, ຜັກອີເລີດ, ຫອມປ້ອມ, ຂີ້ຫູດ, ຢານາງ, ຜັກຂະ, ຂີງ ແລະ ຜັກທຽມ ເປັນຕົ້ນ

phakhaolao.la

 

ທຸກປະເພດອາຫານລາວລ້ວນແລ້ວແຕ່ຕ້ອງໄດ້ໃຊ້ ສ່ວນປະກອບຂອງພືດສະໝຸນໄພດັ່ງກ່າວບໍ່ວ່າຈະເປັນເອາະ, ແກງ, ແຈ່ວ, ໝົກ ເຊັ່ນວ່າ ແຈ່ວ ກໍຕ້ອງປຸງແຕ່ງດ້ວຍໝາກເຜັດ, ຫົວຜັກບົ່ວ, ແລະ ຫອມປ້ອມ ຫຼື ແກງ ກໍຕ້ອງປຸງແຕ່ງດ້ວຍຂີງ ແລະ ຫົວສີໄຄ ເພື່ອເພີ່ມລົດຊາດ ແລະ ດັບກິ່ນຄາວ

phakhaolao.la

 

ປະຈຸບັນທາງເລືອກການບໍລິໂພກອາຫານນັບມື້ນັບຫຼາຍຂຶ້ນ ເຊັ່ນດຽວກັນຄວາມສ່ຽງຈາກການບໍລິໂພກກໍເພີ່ມຂຶ້ນ ແຕ່ສຳລັບອາຫານລາວພື້ນບ້ານນັ້ນເປັນໜຶ່ງໃນອາຫານທີ່ປຸງແຕ່ງຈາກພືດຜັກສະໝຸນໄພພື້ນບ້ານ ໄດ້ມາຈາກຊີວະນາໆພັນທາງທຳມະຊາດ ດັ່ງນົ້ນຈຶ່ງມີຄວາມປອດໄພຈາກສານເຄມີ ແລະ ເປັນທາງເລືອກໜຶ່ງທີ່ເໝາະສຳລັບຄົນທີ່ໃສ່ໃຈເລື່ອງສຸຂະພາບ ມັກໃນການປຸງແຕ່ງອາຫານລາວ ແລະ  ປູກພືດຜັກສວນຄົວໄວ້ຮັບປະທານເອງ

 

ການປະກອບສ່ວນ