ການເກັບຮັກສາແນວພັນພືດ

Sakhone INTHAVONG
ວິທີເກັບຮັກສາແນວພັນພືດ
ແນະນຳວິທີເຮັດ
www.phakhaolao.la
http://www.ubgarden.com

ການເກັບຮັກສາແນວພັນພືດເປັນໜຶ່ງໃນຂັ້ນຕອນຂອງວົງຈອນການປູກພືດ ຫາກເຮົາບໍ່ມີການເກັບຮັກສາໃຫ້ດີ ການນຳໄປຂະຫຍາຍພັນຕໍ່ກໍຈະບໍ່ໄດ້ປະສິດທິພາບເທົ່າທີ່ຄວນ ຫຼື ອາດສູນພັນໄປກໍໄດ້ ສະນັ້ນການຮັກສາແນວພັນພືດຖືເປັນສິ່ງສຳຄັນຫຼາຍ.

  • ເລືອກແກ່ນແນວພັນທີ່ມີຄວາມສົມູນ, ມີນ້ຳໜັກດີ.
  •  ທຳຄວາມສະອາດ.
  • ຫາກເປັນແນວພັນທີ່ເກັບຈາກໝາກແຫ້ງເຊັ່ນ:ໝາກກະຈຽບຂຽວ, ໝາກນ້ຳ, ຸຖົ່ວຝັກຍາວ, ໝາກຖົ່ວພູ ແລະ ອື່ນໆ ຄວນນຳໄປຕາກແດດກ່ອນປະມານ 3-5 ວັນກ່ອນ, ຫາກເປັນແນວພັນທີ່ເກັບໃນຊ່ວງເລີ່ມແກ່ເຊັ່ນ: ສາລີ ແມ່ນໃຫ້ນຳມາລວມກັນເພື່ອໄປຕາກລົມໂດຍບໍ່ໃຫ້ຖືກແດດປະມານ 8 ວັນ ແລ້ວຈຶ່ງນຳໄປສູ່ຂັ້ນຕອນຕໍ່ໄປ.
  • ຄັດເລືອກເອົາເສດຝຸ່ນ ແລະ ຂີ້ເຫຍື້ອຕ່າງໆອອກໂດຍການໃຊ້ດົ້ງຝັດອອກ.
  • ເລືອກວິທີເກັບຮັກສາດ້ວຍວິທີຕ່າງໆໃຫ້ເໝາະສົມກັບແນວພັນ.

ຮູບແບບການເກັບຮັກສາແນວພັນພືດ

  1. ຮູບແບບການເກັບຮັກສາໂດຍການຮັກສາຄວາມຊຸ່ມ: ວິທີນີ້້ແມ່ນການເກັບຮັກສາໃນພາຊະນະທີ່ອາກາດບໍ່ສາມາດເຂົ້າ-ອອກໄດ້ເຊັ່ນ: ຕຸກນ້ຳ, ກະປ໋ອງ...
  2. ຮູບແບບປັບສະພາບໃຫ້ເຢັນ ແລະ ແຫ້ງ: ວິທີນີ້ເໝາະສຳລັບເກັບຮັກສາພັນຍາພືດ ແລະ ດອກໄມ້ ເຊິ່ງເປັນການຮັກສາໄວ້ໃນຕູ້ເຢັນອຸນຫະພູມ 1-5 ອົງສາ ທີ່ສຳຄັນແນວພັນຕ້ອງມີຄວາມຊຸ່ມ 3-5 ເປີເຊັນ ການເກັບຮັກສາດ້ວຍວິທີນີ້ບາງຄັ້ງສາມາດເກັບຮັກສາໄວ້ດົນເຖິງ 2 ປີ.
  3. ຮູບແບບເປີດ ເປັນການເກັບຮັກສາໃນສະພາບອາກາດປົກກະຕິ ເຊິ່ງເປັນວິທີທີ່ບໍ່ສາມາດຮັກສາຄວາມຊຸ່ມຂອງແນວພັນໄດ້ ເພາະຕ້ອງອີງໃສ່ການປ່ຽນແປງຂອງສະພາບອາກາດ.
  4. ຮູບແບບການເກັບຮັກສາໃນສະພາບທີ່ອຸ່ນ ແລະ ຊຸ່ມ ໂດຍການເກັບໄວ່ໃນພາຊະນະທີ່ປິດແໜ້ນແຕ່ຕ້ອງຢູ່ໃນອຸນຫະພູມປົກກະຕິ ວິທີນີ້ເໝາະກັບການຮັກສາພືດເຂດຮ້ອນ.

ທັງໝັດທີ່່ກ່າວມນັ້ນແມ່ນວິທີການເກັບຮັກສາແນວພັນພືດໃຫ້ມີປະສິດທິພາບໃນການປູກຄັ້ງຕໍ່ໄປ ແຕ່ຈະນຳໃຊ້ວິທີໃດໜຶ່ງນັ້ນຕ້ອງອີງໃສ່ຈຸດພິເສດ ແລະ ຂໍ້ຈຳກັດຂອງພືດແຕ່ລະຊະນິດ.

 

ທີ່ມາ:https://www.svgroup.co.th

ການປະກອບສ່ວນ