ການປູກໝາກແໜ່ງ

Soulivanh BOUNTHAMMY
ການປູກໝາກແໜ່ງ ໝາກທີ່ມີຄວາມສໍາຄັນທາງດ້ານເສດຖະກິດການຕະຫຼາດ
ແນະນຳວິທີເຮັດ
https://www.google.com/search?biw=1280&bih=610&tbm=isch&sa=1&ei=bwdVXZfgJ5KvoASdpJ7gBA&q=%E0%BB%9D%E0%BA%B2%E0%BA%81%E0%BB%81%E0%BB%9C%E0%BB%88%E0%BA%87&oq=%E0%BB%9D%E0%BA%B2%E0%BA%81%E0%BB%81%E0%BB%9C%E0%BB%88%E0%BA%87&gs_l=img.3...39754.39754..40025...0.0..0.212.212.2-1......0....1..gws-wiz-img.DihiTdjYuHI&ved=0ahUKEwjX092Fq4TkAhWSF4gKHR2SB0wQ4dUDCAY&uact=5#imgrc=w5P72ri8ezH6xM:
vilakoekyo.blogspot.com

ການກະກຽມດິນ: 
  -  ອະນາໄມພື້ນທີ່ເພື່ອປູກໃຫ້ສະອາດ. 
  -  ຖາງຫຍ້າ, ຕັດໄມ້ບາງສ່ວນອອກຖ້າເປັນໄປໄດ້ກໍຄວນໄຖ. 
  -  ຂຸດຂຸມ 1x1 ມ ໂດຍການໃຊ້ຈົກ ຫຼື ສຽມຂຸດເປັນຂຸມ, ເລິກ 5-10 ຊມ. 
ວິທີການປູກ: ເອົາໜໍ່ ຫຼື ແໜງ ຫຼື ແກ່ນໝາກແໜ່ງມາປູກ. 
ການບົວລະບັດ: ຫຼັງຈາກປູກແລ້ວຕ້ອງໄດ້ເອົາໃຈໃສ່ຖາງຫຍ້າຈົນກວ່າຕົ້ນໝາກແໜ່ງຈະຂະຫຍາຍຕົວ, ໃນລະຫວ່າງ 2-3 ປີທໍາອິດລະວັງບໍ່ໃຫ້ສັດເຂົ້າມາລົບກວນ ຫຼື ສ້າງຮົ້ວອ້ອມສວນໄວ້. 
ການເກັບກ່ຽວ: ຄວນແຍກການເກັບກ່ຽວເປັນ 2-3 ລະດູຄືເລືອກເກັບສະເພາະໝາກແກ່ເທົ່ານັ້ນທັງນີ້ກໍເພື່ອໃຫ້ຜົນຜະລິດມີຄຸນນະພາບດີ, ມີລາຄາສູງ ແລະ ເປັນທີ່ຕ້ອງການຂອງຕະຫຼາດ, ຄວນລະມັດລະວັງເວລາຍ່າງຕາມຫວ່າງຂອງຕົ້ນໝາກແໜ່ງເພື່ອປິດເອົາຫມາກທີ່ສຸກແກ່ດີ. 
ການເກັບຮັກສາ: ການອົບ ຫຼື ຕາກແຫ້ງແລ້ວກໍເກັບຮັກສາໄວ້ໃນຖົງປ່ານ ຫຼື ຖົງປຸ໋ຍບ່ອນທີ່ມີອາກາດຖ່າຍເທດີ, ບໍ່ຊຸ່ມ ແລະ ບໍ່ມີສັດມາທໍາລາຍ. 
ຄຸນປະໂຫຍດ: ເພື່ອຂາຍເປັນສິນຄ້າສົ່ງອອກ.

ຂໍ້ມູນຈາກ: ປື້ມເນື້ອໃນຄູ່ມືເຝິກອົບຮົມການຜະລິດກະສິກໍາຂອງສະຖານການສຶກສາ

ການປະກອບສ່ວນ