ການປູກເຫັດບົດ

Andy Souvanphakdy
ເຫັດບົດສາມາດຂະຫຍາຍພັນໄດ້ ແລະ ສາມາດເກັບຈາກປ່າໄມ້ທຳມະຊາດ ຫຼື ຈາກຂ້ອນໄມ້ທີ່ຕາຍ
ແນະນຳວິທີເຮັດ
phakhaolao.la
phakhaolao.la

ເຫັດບົດເປັນເຫັດທ່ີ່ມັກອາກາດຮ້ອນ, ເປັນຊະນິດເຫັດດອກບານໃຫ່ຍ, ມີລົດຊາດແຊບດີ, ມີທາດໂປຼຕິນສູງ,ສາມາດນຳມາປຸງແຕ່ງເປັນອາຫານໃນຄອບຄົວ, ມີຄວາມປອດໄພໃນການບໍລິໂພກ, ນອກນັ້ນຍັງສາມາດຕາກແຫ້ງເກັບໄວ້ໄດ້ດົນ,ຖ້າປູກຫລາຍສາມາດຂາຍ ນຳລາຍໄດ້ເພີ່ມໃຫ້ແກ່ຄອບຄົວອີກດ້ວຍ.

ເຫັດບົດສົດ ຂາຍໃນທ້ອງຕະຫຼາດທົ່ວໄປລາຄາ 45,000−60,000 kip/kg, ແຕ່ດອກເລີ່ມແກ່ຈະລາຄາ 40,000 kip/kg. ແຕ່ຖ້າສົ່ງອອກຂາຍໄທ ເຫັດສົດປະມານ 35,000kip/kg, ຖ້າເຫັດແຫ້ງແລ້ວລາຄາປະມານ 100,000kip/kg. ແຕ່ຕະຫຼາດໃນຫຼວງພະບາງມັກພົບເຫັດແຫ້ງທີ່ປຸງສຳເລັດຮູບແລ້ວໃນລາຄາປະມານ 60,000kip/ຖົງ.

ຂັ້ນຕອນການປູກ

  1. ການກະກຽມສະຖານທີ່: ບ່ອນຕັ້ງເຮືອນເຫັດຄວນເປັນບ່ອນອາກາດຖ່າຍເທສະດວກ, ເປັນໂນນ, ອະນາໄມງ່າຍ, ເຮືອນປູກຕ້ອງມີຂະໜາດ 4 X 6 ແມັດ, ສູງ 2 ແມັດ, ມຸງດ້ວຍຫຍ້າຄາ ຫລື ຫຍ້າແຝກ, ແອ້ມດ້ວຍແພຢາງ, ພື້ນປູດ້ວຍຂີ.
  2. ການກະກຽມອຸປະກອນ: ຖັງໜື້ງຖົງເຫັດເພື່ອຂ້າເຊື້ອ, ຖົງຢາງປູກເຫັດ, ຢາງບ້ວງ, ປອກຄໍ, ສາລີ, ຕະກຽງເຫລົ້າ 90, ເຫລົ້າເກົ້າ 90, ຊິງຊັ່ງນໍ້າໜັກ, ເຈ້ຍ(ອັດປາກຖົງ), ບົວຫົດນໍ້າ; ວັດສະດຸປະສົມສຳເລັດ ເພື່ອເຮັດຖົງກ້ອນເຫັດມີ: ດີເກືອ, ຢິບຊໍ້າ, ປູນຂາວ, ຮໍ່າອ່ອນ, ເຂົ້າປ່ຽນ, ແລະ ເຊື້ອເຫັດ.
  3. ການປະສົມຂີ້ເລື້ອຍ: ສ່ວນປະສົມປະກອບດ້ວຍ: ຂີ້ເລື່ອຍ 100 ກິໂລກຼາມ, ດີເກືອ 0,2  ກິໂລກຼາມ, ຢິບຊໍ້າ 0,5  ກິໂລກຼາມ, ປູນຂາວ 2 ກິໂລກຼາມ, ຮໍາອ່ອນ 10 ກິໂລກຼາມ, ເຂົ້າປຽນ 3 ກິໂລກຼາມ. ວິທີປະສົມ ແມ່ນເອົາຂີ້ເລື່ອຍ ແລະ ວັດສະດຸຕ່າງໆປະສົມເຂົ້າກັນ, ຄົນໃຫ້ເຂົ້າກັນໃຫ້ລະອຽດດ້ວຍວິທີພື້ນປິ້ນໄປມາເພື່ອໃຫ້ຂີ້ເລື່ອຍ ແລະ ວັດສະດຸທີ່ປະສົມເຂົ້າກັນດີແລ້ວຫົດນໍ້າໃຫ້ຄວາມຊຸ່ມພໍປະມານ 65-75 ສ່ວນຮ້ອຍ ຫລັງຈາກປະສົມແລ້ວກໍ່ຍັດໃສ່ຖົງ ຖ້າບໍ່ແລ້ວກໍ່ເອົາແພຢາງປົກປິດໄວ້ໃຫ້ດີເພື່ອບໍ່ໃຫ້ຂີ້ເລື້ອຍແຫ້ງແລ້ວສຶບຕໍ່ຍັດໃນມື້ຕໍ່ໄປ.
  4. ການຍັດຂີ້ເລື່ອຍທີ່ປະສົມໃສ່ຖົງຢາງປູກເຫັດ: ເອົາຂີ້ເລື່ອຍທີ່ປະສົມແລ້ວບັນຈຸໃສ່ຖົງຢາງຕໍາໃຫ້ແໜ້ນພໍປະມານ, ຫຸບປາກຖົງຢາງເຂົ້າ ເອົາປອກຄໍໃສ່ແລ້ວເອົາຢາງບ້ວງມັດ ແລ້ວເອົາສຳລີອັດປາກຖົງ.
  5. ການໜື້ງຂ້າເຊື້ອຖົງເຫັດ: ເອົາຖົງກ້ອນເຫັດໄປໜື້ງໃສ່ຖັງ (ກະຟຸ້ຍ) ໃນຖັງໜື້ງ ໃສ່ຕະແກງສູງ 15 ຊັງຕີແມັດ,ໃສ່ນໍ້າ 12 ຊັງຕີແມັດ,ເອົາຖົງເຫັດເຂົ້າໄປລຽນໃນຖັງເຮັດເປັນຊັ້ນຂື້ນມາຈົນເຕັມ, ເອົາແພຢາງປິດ, ເອົາເຊືອກມັດໃຫ້ແໜ້ນ,ການໜື້ງໃຊ້ເວລາ 3 ຊົ່ວໂມງ, ໂດຍເລີ່ມຕັ້ງເວລາແຕ່ອາຍໝໍ້ໜື້ງເລີ່ມຂື້ນອາຍ.
  6. ເຂ່ຍເຊື້ອເຫັດ: ຖົງເຫັດທີ່ໜື້ງແລ້ວມ້ຽນໄວ້ຫ້ອງທີ່ສະອາດປະໄວ້ໃຫ້ເຢັນແລ້ວຈຶ່ງເຂ່ຍເຊື້ອເຫັດໃສ່ ແຕ່ວ່າກ່ອນຈະເຂ່ຍເຊື້ອເຫັດໃສ່ ຕ້ອງເອົາແກ້ວເຊື້ອເຫັດມາທຸບໃສ່ເກີບໃຫ້ແກ່ນເຂົ້າທີ່ປູກເຊື້ອໃສ່ນັ້ນໃຫ້ແຕກອອກຈາກກັນກ່ອນ ຈຶ່ງເອົາໄປເຂ່ຍໃສ່ຖົງກ້ອນເຫັດ, ຕ້ອງເອົາປາກກວດທີ່ບັນຈຸເຊື້ອເຫັດລົນໄຟ ທີ່ໄຕ້ດ້ວຍເຫລົ້າ 90, ພ້ອມທັງສີດເຫລົ້າ 90 ໃສ່ມືທັງສອງເບື້ອງໃຫ້ທົ່ວ ແລ້ວຈຶ່ງເອົາກວດທີ່ບັນຈຸເຊື້ອເຫັດໄປເຂ່ຍລົງໃສ່ຖົງ,ໃສ່ຖົງໜື່ງປະມານ 20-30 ເມັດ, ເອົາສຳລີອັດ, ເອົາເຈ້ຍປິດປາກຖົງແລ້ວເອົາຢາງບ້ວງມັດປາກ.
  7. ການບົ່ມຖົງກ້ອນເຫັດ: ເອົາຖົງກ້ອນເຫັດທີ່ເຂ່ຍເຊື້ອເຫັດໃສ່ແລ້ວ ໄປບົ່ມໄວ້ໃນເຮືອນຮົ່ມ,ເຮືອນຮົ່ມຄວນເປັນເຮືອນທີ່ສະອາດ,ອາກາດຖ່າຍເທສະດວກ ການບົ່ມຖົງກ້ອນເຫັດໃຊ້ເວລາ 25-30 ວັນ,ເຊື້ອເຫັດກໍ່ຈະຂະຫຍາຍຕົວເປັນສີຂາວເຕັມຖົງ ແລະ ບົ່ມຕໍ່ອີກ 1-2 ເດືອນ, ເສັ້ນໄຍເດີນ ໜາແໜ້ນ ແລະ ແຂງແຮງ ແລ້ວຈຶ່ງນໍາໄປເຂົ້າເຮືອນເຫັດ, ເປີດປາກຖົງ.
  8. ການເປີດປາກຖົງກ້ອນເຫັດ: ເມື່ອເຊື້ອເຫັດຂະຫຍາຍຕົວເຕັມຖົງກ້ອນເຫັດແລ້ວ ເອົາຖົງກ້ອນເຫັດເຂົ້າໄປລຽນເປັນແຖວ, ເປັນຊັ້ນຂື້ນແລ້ວກໍ່ເປີດປາກຖົງ ໂດຍໃຊ້ມີດປາດປາກຖົງໃຫ້ກວ້າງເຖິງບ່າຂອງຖົງເຫັດ,ດືງເອົາຖົງຢາງທີ່ປາດອອກ, ອະນາໄມປາກຖົງໃຫ້ສະອາດຈົນໝົດທຸກໆຖົງຫລັງຈາກນັ້ນກໍຫົດນໍ້າ.

ການບົວລະບັດຮັກສາ

ໝັ່ນອະນາໄມເຮືອນເຫັດໃຫ້ສະອາດ, ຫົດນໍ້າໃຫ້ຄວາມຊຸ່ມສະໝໍ່າສະເໝີ, ຕິດຕາມເບີ່ງແມງໄມ້, ມົດທີ່ຈະມາລົບກວນ.

ພະຍາດທີ່ມັກເກີດກັບເຫັດບົດ 

ເຊື້ອລາຂຽວ,ຖົງເຫັດເນົ່າ ແລະ ມີໜອນເຈາະເຮັດໃຫ້ຖົງເຫັດເສຍ, ເຫັດບໍ່ອອກດອກ ການປ້ອງກັນເຫຼົ່ານີ້ ຕ້ອງອະນາໄມເຮືອນເຫັດ, ອະນາໄມຖົງເຫັດ ແລະ ກຳຈັດແມງໄມ້ທີ່ນຳເຊື້ອມາໃສ່ຖົງເຫັດ.
 

source: ແບບຮຽນວິຊາປູກຝັງ

ການປະກອບສ່ວນ